ກປ.ອອນໄລ - ວັນທີ 7 ພະຈິກ, ກອງທຶນສັດປ່າໂລກປະຈໍາຫວຽດນາມ (WWF-ຫວຽດນາມ) ແລະອົງການພັດທະນາຝຣັ່ງ (AFD) ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດເພື່ອປົກປ້ອງລະບົບນິເວດ, ຊຸກຍູ້ການພັດທະນາແບບຍືນຍົງ ແລະເສີມຂະຫຍາຍຄວາມຢືດຢຸ່ນຂອງບັນດາຊຸມຊົນທີ່ມີຄວາມສ່ຽງຢູ່ຫວຽດນາມ.
ເຫດການດັ່ງກ່າວໄດ້ປະຕິບັດຕາມການປ່ຽນໃໝ່ ແລະ ຂະຫຍາຍສັນຍາຄູ່ຮ່ວມມືຍຸດທະສາດໃໝ່ລະຫວ່າງ AFD ແລະ WWF-ຝຣັ່ງ ໃນວັນທີ 11 ຕຸລາ 2025, ເປັນການຮັດແໜ້ນການພົວພັນຄູ່ຮ່ວມມືອັນຍາວນານລະຫວ່າງ 2 ອົງການຈັດຕັ້ງ. ຂໍ້ຕົກລົງໃໝ່ສະແດງໃຫ້ເຫັນວິໄສທັດຮ່ວມກັນເພື່ອອະນາຄົດແບບຍືນຍົງທີ່ຄົນແລະທຳມະຊາດພັດທະນາຢ່າງກົມກຽວ.

ພິທີລົງນາມໃນສັນຍາຮ່ວມມືລະຫວ່າງ WWF-ຫວຽດນາມ ແລະ AFD ໃນວັນທີ 7/11. ພາບ: WWF-ຫວຽດນາມ.
ຜ່ານໂຄງການນີ້, AFD ຫວຽດນາມ ແລະ WWF-ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາແຫຼ່ງກຳລັງລວມຂອງບັນດາຂົງເຂດການເງິນ, ເຕັກໂນໂລຢີ, ຄວາມຊ່ຽວຊານດ້ານການພັດທະນາ; ເພີ່ມທະວີຄວາມໝັ້ນໝາຍຂອງ AFD ໃນການອະນຸລັກຊີວະນາໆພັນ, ພ້ອມທັງຂະຫຍາຍການຮ່ວມມືໃນການປົກປ້ອງລະບົບນິເວດ ແລະ ປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ.
MoU ນີ້ຈະຊຸກຍູ້ຂໍ້ລິເລີ່ມຮ່ວມກັນທີ່ສອດຄ່ອງກັບຂອບການຮ່ວມມືດ້ານຊີວະນາໆພັນຄຸນໝິງ-ມອນເຕີເຣລ ແລະວາລະການພັດທະນາແບບຍືນຍົງປີ 2030. ຂົງເຂດບູລິມະສິດລວມມີ: ການອະນຸລັກຊີວະນາໆພັນ ແລະ ການເງິນແບບຍືນຍົງສຳລັບພູມສັນຖານ; ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການອະນຸລັກມະຫາສະໝຸດ; ການຟື້ນຟູລະບົບນິເວດປ່າໄມ້ ແລະການຄຸ້ມຄອງປ່າໄມ້ແບບຍືນຍົງພາຍໃຕ້ກົດລະບຽບການທໍາລາຍປ່າຂອງສະຫະພາບເອີຣົບ (EUDR); ຊຸກຍູ້ການປັບຕົວຕາມລະບົບນິເວດ ແລະ ການແກ້ໄຂທໍາມະຊາດ; ການຟື້ນຟູຊີວະນາໆພັນ ແລະ ສົ່ງເສີມການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ສັດປ່າ. ສອງຝ່າຍຍັງຈະເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ພະລັງງານສີຂຽວ, ການປັບຕົວກັບການປ່ຽນແປງດິນຟ້າອາກາດ, ການເງິນສີຂຽວ, ການປະເມີນຄວາມສ່ຽງ ແລະ ຕ່ອງໂສ້ການສະໜອງແບບຍືນຍົງ ແລະ ສາມາດຮ່ວມກັນຕອບໂຕ້ບັນຫາສິ່ງແວດລ້ອມໃໝ່ໃນອະນາຄົດ.

ປະທານ WWF-ຫວຽດນາມ ທ່ານ Van Ngoc Thinh ແລະ ທ່ານ Julien Seillan, ຜູ້ອໍານວຍການ AFD ປະຈໍາ ປະເທດຫວຽດນາມ. ພາບ: WWF-ຫວຽດນາມ.
ຕາມທ່ານ Julien Seillan, ຜູ້ອໍານວຍການ AFD ປະຈໍາປະເທດຫວຽດນາມ ແລ້ວ, ຜ່ານການຮ່ວມມືກັບອົງການ WWF-ຫວຽດນາມ, ພວກເຮົາຢາກຢືນຢັນວ່າ, ການປົກປັກຮັກສາຊີວະນາໆພັນບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ແລະ ອະນາຄົດຂອງລຸ້ນຄົນໃນອະນາຄົດ. AFD ໃຫ້ຄຳໝັ້ນສັນຍາຈະລະດົມທຶນເຖິງ 1 ຕື້ເອີໂຣຕໍ່ປີໃຫ້ແກ່ການເຄື່ອນໄຫວອະນຸລັກຊີວະນາໆພັນໃນທົ່ວໂລກ, ໃນນັ້ນ 30% ໂຄງການຊ່ວຍເຫຼືອດ້ານດິນຟ້າອາກາດຈະຖືກຈັດສັນໃຫ້ບັນດາໂຄງການຟື້ນຟູທຳມະຊາດ. ຂໍ້ຕົກລົງນີ້ແມ່ນບາດກ້າວບຸກທະລຸຢ່າງແທດຈິງໃນບັນດາຄວາມມານະພະຍາຍາມຮ່ວມກັນເພື່ອຟື້ນຟູ, ປົກປັກຮັກສາ ແລະ ຊຸກຍູ້ຄຸນຄ່າລະບົບນິເວດຢູ່ ຫວຽດນາມ.
ທ່ານ Thibault Ledecq, ຜູ້ອຳນວຍການຝ່າຍອະນຸລັກ, WWF-ຫວຽດນາມ ໃຫ້ຮູ້ວ່າ: “AFD ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງ WWF ທົ່ວໂລກ, ແລະ ການຮ່ວມມືໃໝ່ນີ້ ໄດ້ຊຸກຍູ້ການອະນຸລັກທຳມະຊາດຢູ່ຫວຽດນາມ”. "ພ້ອມກັນນັ້ນ, ພວກເຮົາມຸ່ງໄປເຖິງການແປຄວາມຮູ້ ທາງວິທະຍາສາດ ທີ່ສຳຄັນໄປສູ່ການກະທຳຂະໜາດໃຫຍ່ - ເພື່ອໃຫ້ປ່າໄມ້, ແມ່ນ້ຳ ແລະ ມະຫາສະໝຸດສືບຕໍ່ມີຊີວິດຊີວາ, ການດຳລົງຊີວິດແບບຍືນຍົງ ແລະ ການຫັນປ່ຽນຕະຫຼາດໃນແງ່ດີ."
ພິທີລົງນາມມີຄວາມໝາຍສຳຄັນເປັນພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ WWF - ຫວຽດນາມ, ເປັນຂີດໝາຍ 3 ທົດສະວັດແຫ່ງການເຮັດວຽກກັບ ລັດຖະບານ , ຄູ່ຮ່ວມມື ແລະ ຊຸມຊົນໃນບັນດາການເຄື່ອນໄຫວອະນຸລັກຊີວະນາໆພັນ; AFD ກໍ່ສະເຫຼີມສະຫຼອງ 30 ປີແຫ່ງການມີໜ້າຢູ່ ຫວຽດນາມ. ສອງຝ່າຍໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາອັນຍາວນານຂອງຕົນໃນການສະໜັບສະໜູນການພັດທະນາແບບຍືນຍົງຂອງປະເທດ.
ທີ່ມາ: https://nongnghiepmoitruong.vn/afd-va-wwf-viet-nam-hop-tac-chien-luoc-bao-ve-he-sinh-thai-phat-trien-xanh-d783036.html






(0)