(VOVWORLD) - ວັນທີ 5 ທັນວາ, ຢູ່ນະຄອນ ດ່າໜັງ , ພິທີມອບ-ຮັບ 168 ສົບຂອງທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ ຫວຽດນາມ (MIA) ໄດ້ໄຂຂຶ້ນໃນວັນທີ 5 ທັນວາ.
ເຂົ້າຮ່ວມພິທີມີຄະນະກຳມະການສຳນັກງານຊອກຫາຜູ້ຫາຍສາບສູນຫວຽດນາມ (VNOSMP) ແລະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ . ຢູ່ຝ່າຍອາເມລິກາ, ມີທ່ານຮອງເອກອັກຄະລັດຖະທູດປະຈຳຫວຽດນາມ Courtney Beale, ຫົວໜ້າຫ້ອງການ MIA ອາເມລິກາ ແລະ ບັນດາຜູ້ຊ່ຽວຊານ MIA ອາເມລິກາ ເຂົ້າຮ່ວມການຊອກຫາຮ່ວມຄັ້ງທີ 157 (ເດືອນຕຸລາ ຫາ ເດືອນທັນວາ 2024).
ພິທີສົ່ງຄືນຊາກສົບທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມຫວຽດນາມຄັ້ງທີ 168
ທີ່ພິທີ, ຫ້ອງການຊອກຫາຜູ້ຫາຍສາບສູນຫວຽດນາມ (VNOSMP) ໄດ້ມອບ 2 ຕູ້ທີ່ບັນຈຸຊາກສົບໃຫ້ຝ່າຍ ອາເມລິກາ. ນີ້ແມ່ນໝາກຜົນຂອງບັນດາການເຄື່ອນໄຫວຂຸດຄົ້ນໂດຍຝ່າຍດຽວໂດຍ ຫວຽດນາມ ໄດ້ດຳເນີນຢູ່ເຂດ ກວາງນິງ ແລະ Yen Bai ໃນໄລຍະຊອກຫາຄັ້ງທີ 157.
ກ່ອນໜ້ານັ້ນ, ວັນທີ 3/12, ບັນດາຊາກສົບໄດ້ຮັບການກວດສອບໂດຍນັກຊ່ຽວຊານດ້ານວິຊາການຫວຽດນາມ ແລະ ອາເມລິກາ ແລະ ໄດ້ສະຫລຸບວ່າ ອາດຈະກ່ຽວພັນເຖິງບັນດາທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ. ຕາມນັ້ນແລ້ວ, ເຂົາເຈົ້າຈະຖືກໂອນໄປຍັງ Hawaii, ອາເມລິກາ ເພື່ອຢັ້ງຢືນຕື່ມອີກ.
ການເຄື່ອນໄຫວຮ່ວມມືດ້ານມະນຸດສະທຳເພື່ອຊອກຫາ ແລະ ບັນຊີທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ ໄດ້ດຳເນີນໂດຍ 2 ປະເທດ ພາຍຫຼັງສັນຍາປາຣີ ໄດ້ຮັບການລົງນາມເມື່ອປີ 1973. ມາຮອດປະຈຸບັນ, ບັນລຸໄດ້ບັນດາໝາກຜົນດີຄື: ການຊອກຮູ້ ແລະ ມອບສົບທະຫານອາເມລິກາ ກ່ວາ 730 ຄົນຫາຍສາບສູນຫຼັງສົງຄາມ.
ໃນສະພາບການທີ່ສອງປະເທດຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ 9/2023, ກິດຈະກຳນີ້ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສົ່ງເສີມ, ກາຍເປັນເສົາຄ້ຳສຳຄັນ ແລະ ພື້ນຖານຂອງການຮ່ວມມື, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນຈິດໃຈມະນຸດສະທຳຂອງປະຊາຊົນຫວຽດນາມເທົ່ານັ້ນ, ຫາກຍັງຊ່ວຍຮັກສາບາດເຈັບຈາກສົງຄາມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ໄມຕີຈິດມິດຕະພາບ, ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດຂອງຫວຽດນາມ.
ບາງຮູບການຂອງພິທີສົ່ງຄືນຊາກສົບຂອງທະຫານອາເມລິກາທີ່ຫາຍສາບສູນໄປໃນສົງຄາມຫວຽດນາມຄັ້ງທີ 168:
ທີ່ມາ: https://nld.com.vn/ban-giao-cho-phia-my-hai-hom-dung-hai-cot-196241205212059955.htm






(0)