
ຕາມສູນເຕືອນໄພໄຕ້ຝຸ່ນຮ່ວມຂອງກອງທັບເຮືອສະຫະລັດ (JTWC), ເມື່ອເຄື່ອນທີ່ຜ່ານທະເລຕາເວັນອອກໃນຕອນເຊົ້າວັນທີ 5 ຕຸລາ, ພາຍຸ MATMO ໄດ້ມີລົມແຮງສູງສຸດ 104 ໄມຕໍ່ຊົ່ວໂມງ (ປະມານ 167 ກິໂລແມັດຕໍ່ຊົ່ວໂມງ), ເທົ່າກັບພະຍຸເຮີຣິເຄນປະເພດ 2 ໃນລະດັບມະຫາສະໝຸດອັດລັງຕິກ.
ພາຍຸໄຕ້ຝຸ່ນດັ່ງກ່າວໄດ້ພັດເຂົ້າຖະຫຼົ່ມແຂວງກວາງຕຸ້ງໃນຕອນບ່າຍວັນທີ 5 ຕຸລານີ້ ແລະຄາດວ່າຈະມີກຳລັງອ່ອນລົງ ໃນຂະນະທີ່ມັນເຄື່ອນທີ່ລົງມາຫາແຂວງກວາງຊີ. ບັນດານັກພະຍາກອນອາກາດເຕືອນວ່າ: ລົມພາຍຸດັ່ງກ່າວຈະມີຝົນຕົກເຖິງ 250-300 ມມ ຢູ່ບາງພາກຂອງພາກພື້ນໃນຕອນບ່າຍວັນທີ 6 ຕຸລານີ້, ເຊິ່ງເພີ່ມຄວາມສ່ຽງຕໍ່ໄພນ້ຳຖ້ວມ.
ແຂວງກວາງຕຸ້ງແລະກວາງຊີທາງພາກໃຕ້ມີປະຊາກອນເກືອບ 180 ລ້ານຄົນ. ໄຕ້ຝຸ່ນ MATMO ພັດຖະຫຼົ່ມຈີນ ໃນຊ່ວງເວລາການໄປຊື້ເຄື່ອງ ແລະ ການທ່ອງທ່ຽວ ປະຈໍາປີ ສໍາລັບວັນພັກວັນຊາດ ວັນທີ 1 ຕຸລາ.
ຈີນໄດ້ອອກການເຕືອນໄພສີແດງ (ລະດັບສູງສຸດໃນລະບົບເຕືອນໄພດິນຟ້າອາກາດ 4 ຊັ້ນຂອງໄຕ້ຝຸ່ນ) ໃນຂະນະທີ່ພະຍຸດັ່ງກ່າວເຂົ້າໃກ້ຝັ່ງທະເລທາງພາກໃຕ້.
ມາຮອດເວລາ 8 ໂມງແລງ ວັນທີ 4 ຕຸລານີ້ (ຕາມເວລາທ້ອງຖິ່ນ), ອຳນາດການປົກຄອງແຂວງກວາງຕຸ້ງໄດ້ຍົກຍ້າຍປະຊາຊົນ 151.000 ກວ່າຄົນອອກຈາກເຂດປະສົບໄພພາຍຸ. ແຂວງດັ່ງກ່າວຍັງໄດ້ປິດເສັ້ນທາງຫຼວງໃນນະຄອນ Zhanjiang ແລະຢຸດການບໍລິການເຮືອຂ້າມຟາກຈຳນວນໜຶ່ງໄປຍັງຮົງກົງ (ຈີນ).

ຢູ່ແຂວງໄຫຫຼຳ, ໂຮງຮຽນຕ່າງໆໄດ້ປິດລົງ ແລະການຂົນສົ່ງຈຳນວນໜຶ່ງຖືກໂຈະ. ປະມານ 60 ຖ້ຽວບິນໄປແລະຈາກສະໜາມບິນສາກົນຂອງເກາະດັ່ງກ່າວໄດ້ຖືກຍົກເລີກໃນຕອນບ່າຍວັນທີ 5 ຕຸລານີ້.
ຢູ່ກວາງຊີ, ອຳນາດການປົກຄອງໄດ້ປິດສະຖານທີ່ທ່ອງທ່ຽວຫຼາຍແຫ່ງແລະໄດ້ຍົກຍ້າຍນັກທ່ອງທ່ຽວຫຼາຍໝື່ນຄົນ.
ອາທິດແລ້ວນີ້, ໄຕ້ຝຸ່ນ MATMO ໄດ້ພັດຜ່ານເກາະ Luzon, ເກາະທີ່ມີປະຊາກອນຫຼາຍທີ່ສຸດຂອງຟີລິບປິນ, ບັງຄັບໃຫ້ຫຼາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ທີ່ຍັງຄົງຄ້າງຈາກແຜ່ນດິນໄຫວທີ່ມີຄວາມແຮງ 6.9 ຣິກເຕີທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 72 ຄົນ.
MATMO ເປັນພະຍຸໃຫຍ່ຄັ້ງທີສອງທີ່ຂົ່ມຂູ່ພາກພື້ນພາຍໃນເວລາຫນ້ອຍກວ່າສອງອາທິດ. ໃນທ້າຍເດືອນກັນຍາຜ່ານມາ, ພາຍຸໄຕ້ຝຸ່ນ RAGASA ໄດ້ພັດຜ່ານຟີລິບປິນແລະຈີນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ແລະບາດເຈັບອີກຫຼາຍສິບຄົນ. ອຳນາດການປົກຄອງກວາງຕຸ້ງໄດ້ຍົກຍ້າຍປະຊາຊົນຫຼາຍກວ່າ 1 ລ້ານຄົນ.
ທີ່ມາ: https://baolamdong.vn/bao-matmo-do-bo-vao-mien-nam-trung-quoc-hang-tram-nghin-nguoi-phai-so-tan-394669.html
(0)