
ງານວາງສະແດງໄດ້ວາງສະແດງ ແລະ ແນະນຳໃຫ້ປະຊາຊົນຜູ້ທີ່ຮັກແພງສິລະປະຖະໜົນຫົນທາງທີ່ມີເນື້ອໃນ ແລະ ຫົວຂໍ້ທີ່ຫຼາກຫຼາຍ, ໂດຍນຳໃຊ້ຫຼາຍຮູບແບບເຊັ່ນ: ສີສະເປແລະອາຄຼິກໃສ່ຜ້າໃບ, ສີສະເປໃສ່ຜ້າໃບ, ພິມດິຈິຕອລ, ອາຄຼິກໃສ່ກະດານໄມ້, ສີນ້ຳມັນໃສ່ໄມ້...
ບັນດາຜົນງານໄດ້ຮັບການສ້າງຂຶ້ນໂດຍນັກປະພັນ 24 ຄົນທີ່ມາຈາກຫຼາຍປະເທດໃນ ໂລກ , ປາດຖະໜາຢາກແລກປ່ຽນ ແລະ ນຳສິລະປະຖະໜົນໂລກເຂົ້າໃກ້ປະຊາຊົນຫວຽດນາມ.

ງານວາງສະແດງເພື່ອແນໃສ່ຊຸກຍູ້ຈິດໃຈປະດິດສ້າງ, ເຊີດຊູບັນດາຜົນງານດ້ານສິລະປະຂອງບັນດານັກສິລະປະຖະໜົນຫວຽດນາມ ແລະ ສາກົນ, ໄດ້ຮັບຄວາມເບີກບານມ່ວນຊື່ນໃຫ້ບັນດານັກສິລະປະຜູ້ມັກສິລະປະ, ສ້າງກຳລັງໃຈໃຫ້ນັກປະພັນທຸກໄວ.
ງານວາງສະແດງດຳເນີນໄປຮອດວັນທີ 9 ມີນາ 2024.
ທີ່ມາ






(0)