ວັນທີ 2 ຕຸລານີ້, ຢູ່ ຮ່າໂນ້ຍ , ໂຮງໝໍ K ແລະ Merck Healthcare LLC ໄດ້ລົງນາມໃນບົດບັນທຶກຊ່ວຍຈຳເພື່ອເພີ່ມທະວີການຮ່ວມມືໃນການປິ່ນປົວ ແລະ ເບິ່ງແຍງຜູ້ເປັນພະຍາດມະເຮັງ.
ທີ່ການພົບປະ, ທ່ານ ເລວັນກວາງ, ຜູ້ອຳນວຍການໂຮງໝໍ K ໃຫ້ຮູ້ວ່າ: ຄາດຄະເນວ່າ, ແຕ່ລະປີ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ 18.000 ຄົນ ແລະ ປະມານ 120.000 ຄົນເສຍຊີວິດຍ້ອນພະຍາດມະເຮັງ.
ການປິ່ນປົວຄົນເຈັບທີ່ເປັນມະເຮັງນັບມື້ນັບກ້າວໜ້າ ແລະ ມີປະສິດທິພາບດ້ວຍເຕັກນິກຂັ້ນສູງ ແລະ ຢາໃໝ່, ແຕ່ຄ່າໃຊ້ຈ່າຍແມ່ນສູງຫຼາຍ.
ສະນັ້ນ, ການລົງນາມໃນການຮ່ວມມືດ້ານການປິ່ນປົວພະຍາດມະເຮັງແນໃສ່ຮັບຮູ້ເຖິງການມີຢາທີ່ດີຂຶ້ນ ແລະ ເຕັກໂນໂລຊີສູງເພື່ອປິ່ນປົວຄົນເຈັບ.
ໃນພິທີລົງນາມ, ບັນດາຜູ້ນຳຂອງໂຮງໝໍ K ຍັງໄດ້ຫວັງວ່າ Merck Healthcare LLC ຈະສະໜັບສະໜູນການທົດລອງຜະລິດຕະພັນຊີວະພາບ ແລະ ໃຫ້ຄຳໝັ້ນສັນຍາຫຼຸດລາຄາຢາ ເພື່ອໃຫ້ຄົນເຈັບທີ່ເປັນມະເຮັງມີໂອກາດເຂົ້າເຖິງຢາປິ່ນປົວຫຼາຍປະເພດ.
ຂະນະດຽວກັນ, ຜູ້ຕາງໜ້າບໍລິສັດ Merck Healthcare ໃຫ້ຮູ້ວ່າ: ບໍລິສັດຈະມານະພະຍາຍາມສ້າງບັນດານະໂຍບາຍທີ່ດີກວ່າເກົ່າເພື່ອໃຫ້ຜູ້ເປັນມະເຮັງ ຫວຽດນາມ ເຂົ້າເຖິງຢາປິ່ນປົວນັບມື້ນັບຫຼາຍຂຶ້ນ, ໃນໄລຍະຈະມາເຖິງຜ່ານການເຈລະຈາລາຄາ, ຊ່ວຍຫຼຸດລາຄາຢາ ແລະ ສະໜັບສະໜູນການທົດລອງຜະລິດຕະພັນຊີວະພາບເພື່ອໃຫ້ຄົນເຈັບໄດ້ຮັບການປິ່ນປົວດີທີ່ສຸດ.
ຂັນເງິນ
ທີ່ມາ: https://www.sggp.org.vn/benh-nhan-ung-thu-co-co-hoi-tiep-can-thuoc-dieu-tri-voi-chinh-sach-gia-tot-hon-post761786.html






(0)