ກປ.ອອນໄລ - ຕອນເຊົ້າວັນທີ 20 ຕຸລາ, ທະນາຄານຮ່ວມທຸລະກິດລົງທຶນ ແລະ ພັດທະນາຫວຽດນາມ, ສາຂາແຂວງ Lang Son ( BIDV Lang Son) ໄດ້ມອບກອງທຶນໜູນຊ່ວຍຟື້ນຟູໄພພິບັດທໍາມະຊາດທີ່ເກີດຈາກພະຍຸເລກ 11 ຢູ່ແຂວງ ໃຫ້ແກ່ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ ແລະອົງການກາແດງແຂວງ ດ້ວຍມູນຄ່າທັງໝົດ 500 ລ້ານດົ່ງ.

ຕາມນັ້ນແລ້ວ, BIDV Lang Son ໄດ້ມອບເງິນ 300 ລ້ານດົ່ງໃຫ້ຄະນະກຳມະການແນວໂຮມປະເທດຊາດແຂວງ ແລະ 200 ລ້ານດົ່ງໃຫ້ອົງການກາແດງແຂວງ ເພື່ອໜູນຊ່ວຍປະຊາຊົນໃນແຂວງປະສົບໄພນ້ຳຖ້ວມ.

ເມື່ອໄດ້ຮັບເງິນສະໜັບສະໜູນ, ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປະຈຳແຂວງ ແລະ ສະພາກາແດງແຂວງ ໄດ້ສະແດງຄວາມເຄົາລົບ ແລະ ຂອບອົກຂອບໃຈຕໍ່ການເອົາໃຈໃສ່ ແລະ ແບ່ງປັນຂອງພະນັກງານ, ລັດຖະກອນ BIDV Lang Son. ພ້ອມກັນນັ້ນ, ກໍໃຫ້ຄຳໝັ້ນສັນຍາຈະນຳໄປແຈກຢາຍໃຫ້ປະຊາຊົນ ແລະ ເມືອງທີ່ປະສົບໄພໂດຍໄວ ເພື່ອໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.

ກ່ອນໜ້ານີ້, BIDV Lang Son ໄດ້ໜູນຊ່ວຍໂດຍກົງໃຫ້ 6 ຕາແສງຂອງແຂວງຄື: Yen Binh, Huu Lung, Tuan Son, Van Nham, Thien Tan, Trang Dinh ເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸ ແລະ ໄພນ້ຳຖ້ວມ ດ້ວຍຍອດຈຳນວນເງິນ 350 ລ້ານດົ່ງ. ເປັນທີ່ຮູ້ວ່າ, ໃນເດືອນຕຸລາປີ 2025, ໜ່ວຍງານຈະສືບຕໍ່ໜູນຊ່ວຍບັນດາຕາແສງຖືກພາຍຸ, ໄພນ້ຳຖ້ວມ, ເຮັດໃຫ້ຍອດຈຳນວນທຶນຂອງແຂວງບັນລຸກວ່າ 1 ຕື້ດົ່ງ.
ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ການແບ່ງປັນຂອງທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ແລະ ສາຂາແຂວງ Lang Son. ຜ່ານນັ້ນ, ປະກອບສ່ວນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະພັກ ເພື່ອແນໃສ່ໜູນຊ່ວຍປະຊາຊົນຢ່າງວ່ອງໄວມີຄວາມໝັ້ນຄົງ ແລະ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ, ໄພນ້ຳຖ້ວມ.
ທີ່ມາ: https://baolangson.vn/bidv-lang-son-ho-tro-900-trieu-dong-khac-phuc-thiet-hai-do-con-bao-so-11-5062396.html
(0)