ຄະນະຜູ້ແທນໄດ້ມອບຂອງຂວັນ 2 ພູດ, ແຕ່ລະແຫ່ງມີມູນຄ່າ 50 ລ້ານດົ່ງ, ເພື່ອຊ່ວຍໂຮງຮຽນແກ້ໄຂຄວາມເສຍຫາຍຂອງສິ່ງອໍານວຍຄວາມສະດວກ ແລະ ຮັກສາສະຖຽນລະພາບທາງດ້ານການຮຽນ-ການສອນໂດຍໄວພາຍຫຼັງໄດ້ຮັບຜົນກະທົບຈາກພະຍຸເລກ 11, ເຊິ່ງກໍ່ໃຫ້ເກີດຝົນຕົກໜັກ ແລະ ໄພນໍ້າຖ້ວມຢູ່ເຂດດັ່ງກ່າວເປັນເວລາດົນນານ.

ພັນ​ເອກ Phan Quyet Thang, ຮອງ​ຜູ້​ບັນຊາ​ການ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ໄຕ​ງວຽນ ​ໄດ້​ກ່າວ​ຄຳ​ປາ​ໄສ​ຊຸກຍູ້​ໂຮງຮຽນ.


ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ຢູ່​ໂຮງຮຽນ​ກິນ​ລ້ຽງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ໂຮງຮຽນ​ອະນຸບານ ກິມ​ລູ.

ຜູ້ຕາງໜ້າ 2 ໂຮງຮຽນ ໄດ້ສະແດງອາລົມຈິດ ແລະ ຂອບໃຈຕໍ່ການເອົາໃຈໃສ່ ແລະ ແບ່ງປັນຢ່າງທັນການຂອງກອງບັນຊາການທະຫານເຂດ 1 ແລະ ກອງບັນຊາການທະຫານແຂວງ ໄຕງວຽນ; ຖື​ວ່າ​ນີ້​ແມ່ນ​ແຫຼ່ງກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ, ​ເພີ່ມ​ກຳລັງ​ແຮງ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.  

ຂ່າວ ແລະ ພາບ: ດຸ້ຍ ດຶກ

    ທີ່ມາ: https://www.qdnd.vn/nuoi-duong-van-hoa-bo-doi-cu-ho/bo-chqs-tinh-thai-nguyen-tang-qua-ho-tro-cac-truong-bi-anh-huong-boi-bao-so-11-886157