- ອາການເບື້ອງຕົ້ນຂອງວັນນະໂລກ ແລະວັນນະໂລກປອດທົ່ວໄປ
- ຊຸມຊົນສາມັກຄີ, ຕັ້ງໃຈໄປສູ່ ໂລກ ທີ່ບໍ່ມີວັນນະໂລກ
- ໂທລະເລກຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຄວບຄຸມວັນນະໂລກ
- ຄະນະເຮັດວຽກສູນກາງກວດກາ ແລະ ກວດກາສະພາບພະຍາດວັນນະໂລກຢູ່ຕາແສງ ລອງດ້ຽນ
ເຂົ້າຮ່ວມກອງປະຊຸມໂດຍທ່ານຮອງສາດສະດາຈານ, ດຣ ຫງວຽນບິ່ງຮ່ວາ, ຮອງຫົວໜ້າໂຮງໝໍປອດສູນກາງ, ຮອງຫົວໜ້າຄະນະບໍລິຫານງານໂຄງການຄວບຄຸມພະຍາດວັນນະໂລກແຫ່ງຊາດ ຫວຽດນາມ; ທ່ານ Mao Tan Eang, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ກຳປູເຈຍ; ທ່ານ ອຸດົມ ສຸກ, ປະທານສະພາບໍລິຫານ KHANA ແລະ ທ່ານ Chan Yuda Huot, ຫົວໜ້າສູນຄວບຄຸມພະຍາດວັນນະໂລກ ແລະ ຂີ້ທູດແຫ່ງຊາດກຳປູເຈຍ (CENAT).
ການພົບປະລະຫວ່າງຄະນະຜູ້ແທນ CENTA ແລະ KHANA ກັບຜູ້ຕາງໜ້າໂຄງການຄວບຄຸມພະຍາດວັນນະໂລກແຫ່ງຊາດ ຫວຽດນາມ ແລະ ບັນດາອົງການຄຸ້ມຄອງສາທາລະນະສຸກແຂວງ ກ່າເມົາ.
ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບົດຮຽນໃນການກວດພົບ, ປິ່ນປົວ ແລະ ຄຸ້ມຄອງພະຍາດວັນນະໂລກ, ພ້ອມກັນນັ້ນເປີດແງ່ຫວັງ ການຮ່ວມມື ໃນໄລຍະຍາວລະຫວ່າງຫວຽດນາມ ເວົ້າລວມ, ແຂວງ ກ່າເມົາ ເວົ້າສະເພາະ ແລະ ກຳປູເຈຍ ໃນການຄວບຄຸມພະຍາດຕິດແປດ, ພິເສດແມ່ນວັນນະໂລກ ເພື່ອປົກປ້ອງສາທາລະນະສຸກ.
ທ່ານ Mao Tan Eang, ຮອງລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍ ປາດຖະໜາຢາກໜູນຊ່ວຍ Ca Mau ໃນການປິ່ນປົວ ແລະ ຄຸ້ມຄອງພະຍາດວັນນະໂລກ.
ທ່ານ Mao Tan Eang, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກຳປູເຈຍ ເນັ້ນໜັກວ່າ: ກຳປູເຈຍ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ, ພິເສດແມ່ນແຂວງ Ca Mau ໃນວຽກງານປ້ອງກັນພະຍາດວັນນະໂລກ.
ພ້ອມກັນນັ້ນ, ກຳປູເຈຍຢາກເພີ່ມທະວີຄວາມສາມາດໃນການທົດສອບ, ລະບົບການລາຍງານ, ການເຂົ້າເຖິງການປິ່ນປົວປ້ອງກັນຜູ້ເປັນພະຍາດວັນນະໂລກທີ່ຍັງຄ້າງຄາ, ພ້ອມທັງສ້າງຂະບວນການປະສານງານດ້ານສຸຂະພາບຂອງຊຸມຊົນຢູ່ ກ່າເມົາ.
MSc. Luu Boi Khanh, ຜູ້ຈັດການໂຄງການກວດກາຢ່າງຫ້າວຫັນ, ສະຖາບັນຄົ້ນຄວ້າການແພດ Woolcock, ຕາງໜ້າໂຄງການ ACT5, ໄດ້ລາຍງານໝາກຜົນທີ່ກອງປະຊຸມ.
ໃນຊຸມປີມໍ່ໆມານີ້, ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງຂະແໜງສາທາລະນະສຸກ ແລະ ບັນດາຜູ້ເຂົ້າຮ່ວມ, ວຽກງານປ້ອງກັນ ແລະ ຄວບຄຸມພະຍາດວັນນະໂລກຢູ່ ກ່າເມົາ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
ໃນປີ 2024, ທົ່ວແຂວງໄດ້ກວດພົບຜູ້ຕິດເຊື້ອໃໝ່ເກືອບ 1.600 ກໍລະນີ, ໃນຈຳນວນນີ້ໄດ້ສະແດງໃຫ້ເຫັນປະສິດທິຜົນຂອງວຽກງານກວດກາ ແລະ ກວດພົບ, ສົມທົບກັບການປິ່ນປົວໄວເພື່ອຄວບຄຸມ ແລະ ຢຸດຕິພະຍາດວັນນະໂລກໃນຊຸມຊົນໃນທີ່ສຸດ.
ເປັນທີ່ຮູ້ກັນວ່າ, ເພື່ອຍົກສູງກຳລັງການຊອກຫາ ແລະ ປິ່ນປົວ, ແຂວງ ກ່າເມົາ ໄດ້ສົມທົບກັນປະຕິບັດໂຄງການ ACT5 - ການເຄື່ອນໄຫວສຶກສາຢ່າງໃຫຍ່ຫຼວງ, ຕີລາຄາປະສິດທິຜົນຂອງຕົວແບບກວດສອບໃນຊຸມຊົນສົມທົບກັບການປິ່ນປົວພະຍາດວັນນະໂລກແບບລ້າໆ, ພ້ອມກັບການຊອກຫາບັນດາກໍລະນີຕິດເຊື້ອ TB ຢ່າງຕັ້ງໜ້າ./.
ລຳຄອນ - ຮວ່າງວູ
ທີ່ມາ: https://baocamau.vn/campuchia-cam-ket-ho-tro-ca-mau-phong-chong-benh-lao-a124332.html






(0)