
ຕຳຫຼວດນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ໄດ້ມີສະພາບການປອມຕົວເປັນສູນໂທລະສັບຂອງບໍລິສັດລົດແທັກຊີຢູ່ທາງອິນເຕີແນັດ.
ຕຳຫຼວດນະຄອນຮ່າໂນ້ຍ ແນະນຳໃຫ້ປະຊາຊົນພຽງແຕ່ຈອງລົດຜ່ານສູນໂທລະສັບ ຫຼື ເວັບໄຊທາງການຂອງບໍລິສັດແທັກຊີ; ກວດເບິ່ງໂລໂກ້, ເຄື່ອງແບບຄົນຂັບ, ແລະປ້າຍລົດຢ່າງລະມັດລະວັງກ່ອນຂຶ້ນລົດ.
ເມື່ອກວດພົບອາການທີ່ສົງໃສວ່າມີການປອມຕົວ ຫຼື ການສໍ້ໂກງ, ປະຊາຊົນຄວນລາຍງານໃຫ້ເຈົ້າໜ້າທີ່ທັນທີ ຫຼື ຕິດຕໍ່ສາຍດ່ວນຂອງບໍລິສັດແທັກຊີ ເພື່ອຂໍຄວາມຊ່ວຍເຫຼືອ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/canh-bao-chieu-tro-gia-mao-tong-dai-taxi-de-lua-dao-khach-hang-post1062803.vnp
(0)