ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພັນ​ເອກ Lam Son Tung, ຮອງ​ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຝັ່ງ​ທະ​ເລ ຫວຽດນາມ ​ໃຫ້​ຮູ້​ວ່າ: ທຸກ​ເຫດການ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ບໍ່​ວ່າ​ຂະໜາດ​ນ້ອຍ​ຫຼື​ໃຫຍ່ ລ້ວນ​ແຕ່​ສາມາດ​ກະທົບ​ເຖິງ​ຊີວິດ​ຊາວ​ປະມົງ, ບັນດາ​ການ​ເຄື່ອນ​ໄຫວ ​ເສດຖະກິດ ​ທາງ​ທະ​ເລ, ພາບ​ພົດ​ແຫ່ງ​ຊາດ ​ແລະ ຄວາມ​ໝັ້ນຄົງ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ, ໝູ່​ເກາະ. ສະນັ້ນ, ການຈັດຊຸດຝຶກອົບຮົມບໍ່ພຽງແຕ່ແນໃສ່ຍົກສູງຄຸນສົມບັດ, ສະຕິ ແລະ ຄວາມສາມາດຂອງນາຍ ແລະ ພົນທະຫານໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ປົກປັກຮັກສາສິ່ງແວດລ້ອມທາງທະເລເທົ່ານັ້ນ, ແຕ່ຍັງເປັນຄວາມຮຽກຮ້ອງຕ້ອງການດ້ານຍຸດທະສາດ ແລະ ໄລຍະຍາວຂອງກຳລັງທັງໝົດອີກດ້ວຍ.

ທ່ານ​ພັນ​ເອກ Lam Son Tung, ຮອງ​ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ເນື້ອ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ນິ​ເວດ​ທະ​ເລ​ຢູ່ ຫວຽດນາມ; ຄວາມ​ພະ​ຍາ​ຍາມ​ເພື່ອ​ຫຼຸດ​ຜ່ອນ​ມົນ​ລະ​ພິດ​ສິ່ງ​ເສດ​ເຫຼືອ​ປຼາ​ສະ​ຕິກ​ຢູ່​ທະ​ເລ​ຢູ່​ຫວຽດ​ນາມ ແລະ ບາງ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ; ລະບຽບ​ການ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ, ມອບ​ອຳນາດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ 2 ຂັ້ນ​ໃນ​ຂົງ​ເຂດ​ທະ​ເລ ​ແລະ ໝູ່​ເກາະ ​ໄດ້​ສະ​ເໜີ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບັນດາ​ລະບຽບ​ການ​ດັ່ງກ່າວ​ໃນ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ທາງ​ທະ​ເລ ​ແລະ ​ເກາະ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

ພາຍຫຼັງ​ໄດ້​ຮັບ​ຟັງ​ຫົວ​ຂໍ້​ແລ້ວ, ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ປະສົບ​ການ​ໃນ​ການ​ຮັບ​ມື​ກັບ​ສະພາບ​ການ ​ແລະ ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ຕິດ​ພັນ​ກັບ​ວຽກ​ງານ​ປະຕິບັດ​ໜ້າ​ທີ່​ຂອງ​ທະຫານ​ຝັ່ງ.

ທ່ານພົນໂທ ເລືອງເກື່ອງ ຮຽກຮ້ອງບັນດາອົງການ, ຫນ່ວຍງານທົ່ວກໍາລັງກໍ່ສ້າງແຜນການ, ບົດຮຽນ ແລະ ຈັດຕັ້ງການຝຶກຊ້ອມເພີ່ມເຕີມໃຫ້ແກ່ພະນັກງານ, ນັກຮົບທີ່ຍັງບໍ່ທັນເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່​ຕໍ່​ປະຊາຊົນ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ມົນ​ລະ​ພິດ​ທາງ​ທະ​ເລ​ທີ່​ມີ​ຕໍ່​ຊີວິດ​ການ​ເປັນ​ຢູ່ ​ແລະ ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ. ວຽກ​ງານ​ໂຄສະນາ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ປຸກລະດົມ​ປະຊາຊົນ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ມີ​ການ​ລາຍ​ງານ ​ແລະ ບໍ່​ມີ​ລະບຽບ​ການ (IUU). ຜ່ານ​ນັ້ນ, ປະກອບສ່ວນ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ຂຽວ - ສະອາດ - ຍືນ​ຍົງ, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ​ປະມົງ, ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ.

ຂ່າວ ແລະ ພາບ: BA THANH

    ທີ່ມາ: https://www.qdnd.vn/quoc-phong-an-ninh/tin-tuc/canh-sat-bien-viet-nam-tap-huan-cong-tac-bao-ve-moi-truong-bien-nam-2025-1014153