ລັດຖະບານ ໄດ້ຮຽກຮ້ອງ 10 ທ້ອງຖິ່ນສະເໜີໃຫ້ດັດສົມການປະເມີນທຶນກູ້ຢືມຄືນຍ້ອນເຫດຜົນວິຊາສະເພາະ ຕ້ອງຖອດຖອນບົດຮຽນຢ່າງຈິງຈັງຈາກປະສົບການໃນການກະກຽມການປະເມີນທຶນກູ້ຄືນໃໝ່, ຮັບປະກັນໃຫ້ຄາດຄະເນໄດ້ໃກ້ຄຽງກັບກຳລັງການຈັດຕັ້ງປະຕິບັດຕົວຈິງຂອງບັນດາໂຄງການ.
ນັ້ນແມ່ນໜຶ່ງໃນບັນດາເນື້ອໃນທີ່ພົ້ນເດັ່ນໃນບົດຍື່ນສະເໜີກ່ຽວກັບການດັດປັບຄາດຄະເນການກູ້ຢືມທຶນຄືນໃໝ່ປີ 2024 ຂອງບັນດາທ້ອງຖິ່ນທີ່ຫາກໍ່ໄດ້ສົ່ງ ໄປຍັງສະພາແຫ່ງຊາດ .
10 ທ້ອງຖິ່ນລວມມີ: ອຽນບ໋າ, ດ້ຽນບຽນ, ລານເຊີນ, ເທືອທຽນ - ເຫ້ວ, ກວາງນາມ, ກວາງຫງາຍ, ນິງທ້ວນ, ບິ່ງທ້ວນ, ກອນຕູມ, ຈ່າວິງ .
ບົດລາຍງານຊີ້ແຈ້ງວ່າ, ໃນມະຕິເລກທີ 105/2023/QH15 ກ່ຽວກັບການຈັດສັນງົບປະມານສູນກາງປີ 2024, ສະພາແຫ່ງຊາດໄດ້ຕັດສິນວ່າຍອດຈຳນວນເງິນກູ້ໃຫ້ບັນດາທ້ອງຖິ່ນໃນປີ 2024 ແມ່ນ 30.619 ຕື້ດົ່ງ, ໃນນັ້ນຄາດຄະເນການກູ້ຢືມທຶນຈາກຕ່າງປະເທດຂອງລັດຖະບານຄືນໃໝ່ແມ່ນ 14.716 ຕື້ດົ່ງ. ມາຮອດວັນທີ 10 ກໍລະກົດນີ້, 26 ທ້ອງຖິ່ນໄດ້ຮຽກຮ້ອງໃຫ້ດັດແກ້ຍອດຈຳນວນທຶນກູ້ຢືມຄືນໃໝ່.
ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນນຳໃຊ້ງົບປະມານສູນກາງເພີ່ມສູງສຸດທີ່ໄດ້ກຳນົດໄວ້ໃຫ້ບັນດາທ້ອງຖິ່ນໃນປີ 2024, ລັດຖະບານໄດ້ຍື່ນສະເໜີໃຫ້ສະພາແຫ່ງຊາດເພີ່ມທະວີການກູ້ຢືມທຶນຄືນໃໝ່ຂອງ 7 ທ້ອງຖິ່ນຄື: ກວາງບິ່ງ, ໄຕນິງ, ບັກລຽວ, ເບັນເຕ, ລອງອານ, ໂສກເສົ້າ, ຫວິງລອງ.
ພ້ອມກັນນັ້ນ, ຄາດຄະເນການກູ້ຢືມທຶນຄືນໃໝ່ຂອງ 12 ທ້ອງຖິ່ນໄດ້ປັບລົງ 406.035 ຕື້ດົ່ງ, ໃນນັ້ນມີ: ຮ່າຢາງ, ອຽນບ໋າຍ, ລາວກາຍ, ເທືອທຽນເຫ້ວ, ກວາງນາມ, ບິ່ງດິ້ງ, ຝູອຽນ, ບິ່ງທ້ວນ, ກອນຕູມ, ຢາລາຍ, ລຳດົງ, ຈ່າວິງ.
ດ້ວຍການດັດແກ້ຂ້າງເທິງນີ້, ການກູ້ຢືມເງິນທັງໝົດ ແລະ ຂາດດຸນງົບປະມານທ້ອງຖິ່ນຍັງຢູ່ໃນຂອບເຂດທີ່ສະພາແຫ່ງຊາດຮັບຮອງເອົາ. ສະເພາະວົງເງິນກູ້ຢືມຂອງທ້ອງຖິ່ນທັງໝົດແມ່ນ 30.573 ຕື້ດົ່ງ, ຫຼຸດລົງ 46 ຕື້ດົ່ງເມື່ອທຽບໃສ່ແຜນງົບປະມານປີ 2024 ທີ່ສະພາແຫ່ງຊາດຮັບຮອງເອົາ; ການຂາດດຸນງົບປະມານຂອງທ້ອງຖິ່ນແມ່ນ 26.454 ຕື້ດົ່ງ, ຫຼຸດລົງ 46 ຕື້ດົ່ງ; ບໍ່ມີທ້ອງຖິ່ນໃດເກີນຂອບເຂດໜີ້ສິນທີ່ໄດ້ຮັບອະນຸຍາດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
ທີ່ມາ: https://vietnamnet.vn/chinh-phu-yeu-cau-10-dia-phuong-rut-kinh-nghiem-khi-xin-giam-du-toan-vay-lai-2335297.html






(0)