ຕອນບ່າຍວັນທີ 20 ທັນວາ, ທີ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນໍາ
ກະຊວງປ້ອງກັນປະເທດ ແລະກອງທັບ ບຣູໄນ, ກໍາປູເຈຍ, ຈີນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ລັດເຊຍ, ສິງກະໂປ ແລະໄທ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 30 ປີແຫ່ງວັນປ້ອງກັນຊາດ.
* ຕອນເຊົ້າວັນທີ 20/12, ກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກຳປູເຈຍ ໄດ້ຈັດຕັ້ງພິທີມອບຫຼຽນໄຊແຫ່ງລັດ ຫວຽດນາມ, ລັດ ລາວ ແລະ ລາຊະອານາຈັກກຳປູເຈຍ.
ທີ່ພິທີ, ໂດຍຕາງໜ້າໃຫ້
ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຫຼຽນກາເອກະລາດຊັ້ນ 1 ໃຫ້ແກ່ທ່ານພົນເອກ Tea Banh, ກໍາມະການປະຈໍາພັກປະຊາຊົນ ກຳປູເຈຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ສໍາລັບບັນດາການປະກອບສ່ວນອັນດີງາມໃນການພົວພັນຮ່ວມມືດ້ານປ້ອງກັນຊາດ, ກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະກໍາປູເຈຍ.
ໂດຍການເປັນປະທານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ກຳມະການ
ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ມອບຫຼຽນກາອິດສະລະພາບຊັ້ນ 1 ໃຫ້ແກ່ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ແລະ ຫຼຽນໄຊເສລີຊັ້ນທີ 2 ໃຫ້ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມການເມືອງກອງທັບປະຊາຊົນຫວຽດນາມ.
ເນື່ອງໃນໂອກາດນີ້, ໂດຍໄດ້ຮັບອະນຸຍາດຈາກກະສັດກຳປູເຈຍ, ທ່ານພົນເອກ Tea Banh ໄດ້ມອບຫຼຽນໄຊມິດຕະພາບຊັ້ນໜຶ່ງໃຫ້ທ່ານພົນເອກ Ngo Xuan Lich ແລະ ທ່ານພົນເອກ Luong Cuong ເພື່ອປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັບຫວຽດນາມ - ກຳປູເຈຍ.
ຕອນເຊົ້າວັນດຽວກັນ, ບັນດາລັດຖະມົນຕີໄດ້ດຳເນີນການເຈລະຈາ ແລະ ລົງນາມໃນອະນຸສັນຍາການຮ່ວມມືໄລຍະ 2020-2024 ແລະ ແຜນການຮ່ວມມື 2020 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ກຳປູເຈຍ; ແລະລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ.
https://thanhnien.vn/chinh-sach-quoc-phong-viet-nam-theo-phuong-cham-gin-giu-hoa-binh-tu-ve-185911040.htm
(0)