Vietnam.vn - Nền tảng quảng bá Việt Nam

ທ່ານ​ປະ​ທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ APEC 2023

Việt NamViệt Nam17/11/2023

ທ່ານ​ປະ​ທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Anwar Ibrahim. ພາບ: ທອງແຢດ/VNA

ໃນ​ບັນຍາກາດ​ທີ່​ເປີດ​ອົກ​ເປີດ​ໃຈ, ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ພົບ​ປະ​ກັນ​ຄືນ​ໃໝ່​ພາຍຫຼັງ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຂອງ ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ຂອບໃຈ​ຢ່າງ​ຈິງ​ໃຈ​ຝ່າຍ​ຫວຽດ​ນາມ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ. ການ​ນຳ​ສອງ​ທ່ານ​ຊົມ​ເຊີຍ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ມາ​ເລ​ເຊຍ.

ທ່ານ​ປະທານ​ປະ​ເທດ Vo Van Thuong ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ກະສັດ ​ແລະ ພະ​ລາ​ຊີ​ນີ ມາ​ເລ​ເຊຍ, ອວຍພອນ​ໃຫ້​ພະ​ມະຫາ​ກະສັດ​ໄດ້​ສິ້ນ​ສຸດ​ການ​ດຳລົງ​ຕຳ​ແໜ່​ງຢ່າງ​ສຳ​ເລັດ​ຜົນ, ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ມາ​ເລ​ເຊຍ, ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ ​ແລະ ພັດທະນາ​ຄວາມ​ວັດທະນາ​ຖາວອນ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ມາ​ເລ​ເຊຍ, ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ ຫວຽດນາມ ​ໃນ ອາ​ຊຽນ. ທ່ານ​ປະທານ​ປະ​ເທດ ​ໄດ້​ຂອບ​ອົກ​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ Anwar Ibrahim ທີ່​ມີ​ຄວາມ​ຮັກ​ແພງ​ຕໍ່​ຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ , ​ແລະ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ທີ່​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ມີ​ໂອກາດ​ພົບ​ປະ ​ແລະ ​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ເປັນ​ປະຈຳ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ.

ສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ, ທ່ານປະທານປະເທດ ສະເໜີສອງຝ່າຍ ປະຕິບັດບັນດາໝາກຜົນຂອງກອງປະຊຸມຄົບຄະນະຄັ້ງທີ 7, ສຳເລັດການເຈລະຈາ ແລະ ລົງນາມໃນຂໍ້ຕົກລົງ, ສ້າງພື້ນຖານ ແລະ ກອບການຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າອີກ ໃນບັນດາຂົງເຂດ.

ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ 2 ຝ່າຍ​ຈະ​ສົມທົບ​ກັນ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ, ສູ້​ຊົນ​ບັນລຸ​ວົງ​ເງິນ​ການ​ຄ້າ 18 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ; ​ແລະ ຫວັງ​ວ່າ​ລັດຖະບານ​ມາ​ເລ​ເຊຍ​ຈະ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫວຽດນາມ​ຜະລິດ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ Halal ​ໄປ​ຍັງ​ຕະຫຼາດ​ມາ​ເລ​ເຊຍ. ທ່ານ​ປະທານ​ປະ​ເທດ​ຂອບ​ໃຈ ​ແລະ ປາດ​ຖະໜາ​ວ່າ ມາ​ເລ​ເຊຍ ຈະ​ຜັນ​ຂະຫຍາຍ​ການ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ, ກ່ອນ​ອື່ນ​ໝົດ​ແມ່ນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ Hoi An ​ແລະ Melaka. ທ່ານ​ປະ​ທານ​ປະ​ເທດ Vo Van Thuong ປາດ​ຖະ​ໜາ​ວ່າ ມາ​ເລ​ເຊຍ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຫວຽດ​ນາມ ຊັກ​ຊວນ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຖອນ​ໃບ​ເຫຼືອງ​ໃຫ້​ແກ່​ຂະ​ແໜງ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ; ​ແລະ​ພ້ອມ​ກັນ​ນັ້ນ, ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ສົ່ງ​ຊາວ​ປະມົງ​ຫວຽດນາມ​ຄືນ​ໃໝ່.

ທ່ານ​ປະ​ທານ​ປະ​ເທດ Vo Van Thuong ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Anwar Ibrahim. ພາບ: ທອງແຢດ/VNA

ສ່ວນ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Anwar Ibrahim ​ໄດ້​ແບ່ງປັນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະທານ​ປະ​ເທດ Vo Van Thuong ​ແລະ ຢືນຢັນ​ວ່າ: ມາ​ເລ​ເຊຍ ຖື​ເປັນ​ສຳຄັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປະທັບໃຈຕໍ່ຜົນສຳເລັດຂອງການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້ ແລະ ຢືນຢັນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ຄື: ສະຫະ​ປະຊາ​ຊາດ ​ແລະ APEC...; ພະຍາຍາມ​ຮັກສາ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ປະກອບສ່ວນ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມ​ແຂງ, ​ເປັນ​ເອກະ​ພາບ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ​ແລະ ສະໜັບສະໜູນ​ລາວ​ໃຫ້​ສຳ​ເລັດ​ການ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2024.

ປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີທະເລຕາເວັນອອກ, ການນຳ 2 ທ່ານເຫັນດີສະໜັບສະໜູນການຮັກສາທັດສະນະລວມກ່ຽວກັບການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ, ປະຕິບັດ DOC ຢ່າງຈິງຈັງ, ມຸ່ງໄປເຖິງການບັນລຸໄດ້ COC ແທດຈິງ ແລະ ມີປະສິດທິຜົນຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Anwar Ibrahim ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ Vo Van Thuong ມາ​ຢ້ຽມ​ຢາມ ມາ​ເລ​ເຊຍ ໂດຍ​ໄວ.


ທີ່ມາ

(0)

No data
No data

ໜຸ່ມ​ສາວ​ໄປ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອ​ເຊັກ​ອິນ​ໃນ​ລະດູ​ການ​ເຂົ້າ​ທີ່​ງາມ​ທີ່​ສຸດ​ຂອງ​ປີ
​ໃນ​ລະດູ​ການ 'ລ່າ' ​ເພື່ອ​ຫາ​ຫຍ້າ​ຢູ່​ບິ່ງ​ລຽວ
ຢູ່​ກາງ​ປ່າ​ຊາຍ​ເລນ Can Gio
ຊາວ​ປະ​ມົງ​ກວາງ​ຫງາຍ​ໄດ້​ເງິນ​ຫຼາຍ​ລ້ານ​ດົ່ງ​ໃນ​ແຕ່​ລະ​ມື້​ຫຼັງ​ຈາກ​ຕີ​ກຸ້ງ

ມໍລະດົກ

ຮູບ

ທຸລະກິດ

Com lang Vong - ລົດຊາດຂອງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ