ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາຍົກລັດຖະມົນຕີ Lee Hsien Loong ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນ ທາງການທູດ (1973 – 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ເນັ້ນໜັກວ່າ, ການຢ້ຽມຢາມມີຄວາມໝາຍສຳຄັນ, ສ້າງກຳລັງແຮງໃໝ່ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.
ທ່ານປະທານປະເທດ Vo Van Thuong ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lee Hsien Loong
ທ່ານປະທານປະເທດສະແດງຄວາມປະທັບໃຈຕໍ່ການຟື້ນຕົວຢ່າງແຂງແຮງຂອງ ເສດຖະກິດ ສິງກະໂປພາຍຫຼັງໂລກລະບາດ Covid-19, ພ້ອມທັງເຊື່ອໝັ້ນວ່າ, ສິງກະໂປຈະສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນ, ບັນລຸເປົ້າໝາຍ "ແຜນການຂຽວ 2030” ໂດຍໄວ, ສ້າງສາສັງຄົມສາມັກຄີ ແລະ ພັດທະນາ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ Vo Van Thuong ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງປະທານາທິບໍດີ ສິງກະໂປ Halimah Yacob.
ທ່ານນາຍົກລັດຖະມົນຕີ ສິງກະໂປ Lee Hsien Loong ໄດ້ສະແດງຄວາມປິຕິຊົມຊື່ນທີ່ທ່ານມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ຢືນຢັນວ່າ: ສິງກະໂປ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.
ພ້ອມທັງເນັ້ນໜັກເຖິງການເຄື່ອນໄຫວຂອງສອງປະເທດເພື່ອຍົກລະດັບການພົວພັນຂຶ້ນສູ່ລະດັບໃໝ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີສິງກະໂປຍັງໄດ້ປະກາດໝາກຜົນແຫ່ງການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ແລະ ການລົງນາມເອກະສານຮ່ວມມື 7 ສະບັບໃນໂອກາດນີ້.
ທີ່ການຕ້ອນຮັບ, ທ່ານປະທານປະເທດ Vo Van Thuong ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ Lee Hsien Loong
ທ່ານນາຍົກລັດຖະມົນຕີ Lee Hsien Loong ກໍ່ເນັ້ນໜັກວ່າ: ສິງກະໂປ ຊົມເຊີຍການຍົກລະດັບສັນຍາຂອບການເຊື່ອມໂຍງເສດຖະກິດ, ກໍ່ຄືການເປີດກວ້າງການຮ່ວມມືດ້ານພະລັງງານ ແລະ ພັດທະນາຊັບພະຍາກອນມະນຸດລະຫວ່າງ ຫວຽດນາມ ແລະ ສິງກະໂປ; ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີທ່າແຮງຂອງສິງກະໂປ ໃນພາກພື້ນ.
ທ່ານນາຍົກລັດຖະມົນຕີສິງກະໂປຍັງເຫັນດີເພີ່ມທະວີການແລກປ່ຽນປະສົບການດ້ານການຄຸ້ມຄອງເສດຖະກິດ, ຄຸ້ມຄອງຕົວເມືອງ, ບຳລຸງສ້າງ ແລະ ຍົກສູງຄວາມສາມາດ.
ການນຳ 2 ທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນກວ້າງຂວາງ ດ້ວຍຫຼາຍໝາກຜົນອັນຕັ້ງໜ້າ ແລະ ແທດຈິງໃນການພົວພັນສອງຝ່າຍໃນໄລຍະ 50 ປີຜ່ານມາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ສຶກສາ ແລະ ບຳລຸງສ້າງ; ແລະໄດ້ເຫັນດີຊຸກຍູ້ການປະຕິບັດຢ່າງມີປະສິດທິຜົນຂອງສັນຍາຄູ່ຮ່ວມມືເສດຖະກິດດີຈີຕອນໃໝ່ - ເສດຖະກິດສີຂຽວທີ່ໄດ້ສ້າງຕັ້ງຂຶ້ນໃນເດືອນກຸມພາ 2023.
ການນຳສອງປະເທດກໍ່ຍິນດີເພີ່ມທະວີການພົວພັນແລກປ່ຽນຂັ້ນສູງຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ; ປະຕິບັດບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກລັດຖະມົນຕີກ່ຽວກັບການເຊື່ອມຕໍ່ເສດຖະກິດສອງປະເທດ; ສືບຕໍ່ຂະຫຍາຍເຂດ VSIP ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ແລະ ຊຸກຍູ້ການແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດ.
ນອກຈາກການຊຸກຍູ້ບັນດາຂົງເຂດຮ່ວມມືແບບດັ້ງເດີມ, ການນຳສອງປະເທດຍັງເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດໃໝ່ຄືຫົວຄິດປະດິດສ້າງ, ພະລັງງານສະອາດ, ການຫັນປ່ຽນພະລັງງານທີ່ສະເໝີພາບ, ການຫັນເປັນດີຈີຕອນ, ແລະ ແລກປ່ຽນຄວາມສາມາດປະດິດສ້າງ.
ປຶກສາຫາລືກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ການນຳສອງທ່ານໄດ້ເຫັນດີເປັນເອກະສັນກັນຊຸກຍູ້ທັດສະນະທີ່ຄ້າຍຄືກັນ; ສືບຕໍ່ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ; ແລະ ຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ສຳຄັນ, ໃນນັ້ນມີບັນຫາທະເລຕາເວັນອອກ./.
ຕາມທ່ານ Thanh Nien
ທີ່ມາ
(0)