Vietnam.vn - Nền tảng quảng bá Việt Nam

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ

Việt NamViệt Nam13/11/2024

ຕອນ​ເຊົ້າ​ວັນ​ທີ 13/11, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ ຫວຽດນາມ Orlando Nicolas Hernandez Guillen ​ເພື່ອ​ອວຍພອນ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ຢູ່​ຫວຽດນາມ.

ທ່ານ​ປະທານ ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Orlando Nicolás Hernández Guillén. ພາບ: ດວານຕັນ/VNA

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Orlando Nicolas Hernandez Guillen ທີ່​ຫໍ​ສະພາ​ແຫ່ງ​ຊາດ; ຊົມເຊີຍທ່ານເອກອັກຄະລັດຖະທູດ ສຳເລັດການດຳລົງຕຳແໜ່ງຢູ່ ຫວຽດນາມ; ແລະ ຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ ​ດ້ານ​ການ​ເມືອງ , ການ​ທູດ, ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຈົດຈຳ​ການ​ໜູນ​ຊ່ວຍ​ຢ່າງ​ຈິງ​ໃຈ​ຂອງ ກູ​ບາ, ທັງ​ທາງ​ດ້ານ​ຈິດ​ໃຈ ​ແລະ ທາງ​ດ້ານ​ວັດຖຸ​ໃຫ້​ແກ່ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ​ໃນ​ພາລະກິດ​ສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດ​ໃນ​ປະຈຸ​ບັນ. ນີ້​ແມ່ນ​ການ​ພົວພັນ​ພິ​ເສດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ຍາມ​ໃດ​ກໍ່​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ.

ຜ່ານ​ທ່ານ​ເອກ​ອັກຄະ​ລັດຖະທູດ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ກູ​ບາ ກ່ຽວ​ກັບ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຂອງ 2 ພາຍຸ​ຄື: Oscar (20 ຕຸລາ), Rafael (7 ພະຈິກ) ​ແລະ ​ແຜ່ນດິນ​ໄຫວ​ຢູ່​ພາກ​ຕາ​ເວັນ​ອອກ​ກູ​ບາ (10/11).

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ລົມ​ໄຕ້​ຝຸ່ນ​ເລກ 3 (Yagi) ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຢູ່ 26 ​ແຂວງ, ນະຄອນ​ທາງ​ພາກ​ເໜືອ​ຂອງ​ຫວຽດນາມ ດ້ວຍ​ຜູ້​ເສຍ​ຊີວິດ 318 ຄົນ, ຫາຍ​ສາບ​ສູນ 26 ຄົນ, ​ໄດ້​ຮັບ​ບາດ​ເຈັບ 1.900 ກວ່າ​ຄົນ; ຄວາມເສຍຫາຍທາງດ້ານເສດຖະກິດປະມານ 81.000 ຕື້ດົ່ງ; ການຂະຫຍາຍຕົວຂອງ GDP ໃນປີ 2024 ຫຼຸດລົງປະມານ 0.15%. ​ເຖິງ​ວ່າ​ທັງ​ສອງ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ໄພ​ທຳ​ມະ​ຊາດ ​ແລະ ຄວາມ​ຫຍຸ້ງຍາກ​ທົ່ວ​ໄປ​ຍ້ອນ​ສະຖານະ​ການ​ໂລກ​ຜັນ​ແປ​ໄປ​ກໍ່ຕາມ, ​ແຕ່​ການ​ພົວພັນ​ຫວຽດນາມ - ກູ​ບາ ​ໄດ້​ຮັບ​ການ​ຊຸກຍູ້, ຮັດ​ແໜ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ລະດັບ​ສູງ​ຂອງ​ສອງ​ປະ​ເທດ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ກູ​ບາ​ທາງ​ລັດຖະກິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ To Lam ​ໃນ​ເດືອນ 9/2024; ການ​ຢ້ຽມ​ຢາມ​ກູ​ບາ​ຂອງ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ດຶກ​ຫາຍ ໃນ​ເດືອນ 9/2024; ​ໃນ​ຕົ້ນ​ເດືອນ​ພະຈິກ 2024, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ​ອຳນາດ​ປະຊາຊົນ​ແຫ່ງ​ຊາດ ກູ​ບາ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo Hernandez.

ທ່ານ​ເອກ​ອັກຄະ​ລັດຖະທູດ Orlando Nicolas Hernandez Guillen ​ໄດ້​ຂອບ​ໃຈ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ; ຂອບ​ໃຈ​ຫວຽດນາມ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ກູ​ບາ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຄວາມ​ຮູ້ສຶກ​ຈິງ​ໃຈ​ທີ່​ຫວຽດນາມ​ຍາມ​ໃດ​ກໍ່​ມອບ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່ງ; ຢືນຢັນ​ວ່າ: ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກີດຂວາງ​ກໍ່ຕາມ, ​ແຕ່​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ການພົວພັນລະຫວ່າງ 2 ຝ່າຍໄດ້ຮັບການເພີ່ມທະວີ, ພິເສດແມ່ນການຢ້ຽມຢາມທາງລັດຖະກິດຢູ່ກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໃນເດືອນ ກັນຍາ 2024, ຖືວ່າແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ. ນອກ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ, ບັນດາ​ກະຊວງ, ກົມ​ກອງ ​ແລະ ສາຂາ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້​ຮັບ​ການ​ພັດທະນາ​ເປັນ​ຢ່າງ​ດີ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ກັບ​ບັນດາ​ຜູ້​ແທນ. ພາບ: ດວານຕັນ/VNA

ທ່ານ​ເອກ​ອັກຄະ​ລັດຖະທູດ Orlando Nicolas Hernandez Guillen ​ໃຫ້​ຮູ້​ວ່າ, ​ໃນ​ຂອບ​ເຂດ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ ກູ​ບາ ພວມ​ຮັກສາ​ຂະ​ບວນການ​ພັດທະນາ​ອັນ​ດີງາມ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ອົງການ​ນິຕິບັນຍັດ​ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ກອບ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ສັງຄົມ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ.

ເຫັນດີກັບທ່ານເອກອັກຄະລັດຖະທູດຕີລາຄາການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ກູບາ ໃນໄລຍະມໍ່ໆມານີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ຖືວ່າ 2 ຝ່າຍໄດ້ລົງນາມໃນຫຼາຍຂໍ້ຕົກລົງ, ແຕ່ສິ່ງສຳຄັນແມ່ນຕີລາຄາໝາກຜົນແຫ່ງການປະຕິບັດບັນດາສັນຍາໃນໄລຍະມໍ່ໆມານີ້, ພ້ອມກັນນັ້ນກໍ່ປຶກສາຫາລືບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ​ແລະ ກູ​ບາ ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ ​ແລະ ດິນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ ​ແລະ ພະລັງງານ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ໝາກຜົນ​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ 2 ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ​ບໍ່​ສາມາດ​ບັນລຸ​ໄດ້​ຖ້າ​ຫາກ​ບໍ່​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພະນັກງານ​ສະຖານທູດ ກູ​ບາ ປະຈຳ ຫວຽດນາມ; ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຮູ້ສຶກ​ດີ ​ແລະ ຄວາມ​ຊົງ​ຈຳ​ອັນ​ເລິກ​ເຊິ່ງຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ, ບໍ່​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ​ໃດ, ທ່ານ​ເອກ​ອັກຄະ​ລັດຖະທູດ Orlando Nicolas Hernandez Guillen ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ກູ​ບາ.

ຜ່ານ​ທ່ານ​ເອກ​ອັກຄະ​ລັດຖະທູດ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ກູ​ບາ Miguel Diaz Canel Bermudez, ທ່ານ​ພົນ​ເອກ Raul Castro ​ແລະ ​ໄດ້​ຝາກ​ຄວາມ​ອວຍພອນ​ເຖິງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo Hernandez.


ທີ່ມາ

(0)

ດອນ​ແດນ – “ລະ​ບຽງ​ທ້ອງ​ຟ້າ” ແຫ່ງ​ໃໝ່​ຂອງ​ໄທ ຫງວຽນ​ໄດ້​ດຶງ​ດູດ​ນັກ​ລ່າ​ເມກ​ໜຸ່ມ
ນັກສິລະປິນປະຊາຊົນ ຊວນບັກ ເປັນ “ເຈົ້າພິທີ” ໃຫ້ 80 ຄູ່ແຕ່ງງານຢູ່ຖະໜົນຄົນຍ່າງທະເລສາບ ຮວ່າງກຽນ.
ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ

ມໍລະດົກ

ຮູບ

ທຸລະກິດ

ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ

Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC
Footer Banner Agribank
Footer Banner LPBank
Footer Banner MBBank
Footer Banner VNVC