
ນັກຄົ້ນຄ້ວາ Kyril Whittaker ໃຫ້ສຳພາດຕໍ່ນັກຂ່າວ VNA ຢູ່ອັງກິດ. ພາບ: ຟອງຮ່າ/VNA ນັກຂ່າວອັງກິດ
ທ່ານ Kyril Whittaker, ນັກປະຫວັດ ສາດການເມືອງ ຫວຽດນາມ ແລະ ສະມາຊິກພັກກອມມູນິດ ອັງກິດ ໄດ້ໃຫ້ຄຳເຫັນຂ້າງເທິງໃນການໃຫ້ສຳພາດຕໍ່ນັກຂ່າວ VNA ຢູ່ ອັງກິດ ຫວ່າງມໍ່ໆມານີ້ ກ່ອນການຢ້ຽມຢາມທາງລັດຖະກິດ ຂອງທ່ານເລຂາທິການໃຫຍ່ To Lam, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນລະຫວ່າງວັນທີ 28 – 30 ຕຸລາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer.
ທ່ານ Whittaker ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ To Lam, ເປັນຄັ້ງທຳອິດຂອງເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ນັບແຕ່ປີ 2013, ໄດ້ດຳເນີນຍ້ອນວ່າການພົວພັນລະຫວ່າງ 2 ປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງນັບແຕ່ 2 ປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1973, ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າພາຍຫຼັງ 2 ຝ່າຍໄດ້ລົງນາມໃນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2010, ຜ່ານນັ້ນໄດ້ເປີດກວ້າງການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ.
ທ່ານ Whittaker ຊີ້ອອກບັນດາໝາກຜົນແຫ່ງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການຄ້າ, ວັດທະນະທຳ - ການສຶກສາ ແລະ ວິທະຍາສາດ. ທ່ານກ່າວວ່າ, ໃນປີນີ້ຮອດທ້າຍໄຕມາດທີ 1 ປີ 2025, ການຄ້າສອງສົ້ນບັນລຸ 9 ຕື້ປອນ (ກວ່າ 12 ຕື້ USD), ເພີ່ມຂຶ້ນເກືອບ 31% (2,1 ຕື້ປອນ) ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011 ແລະ 4,3 ຕື້ປອນໃນປີ 2011. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 34 ຂອງອັງກິດ. ວົງເງິນການຄ້າສອງສົ້ນຈະກາຍເປັນ 10 ຕື້ປອນໃນໄວໆນີ້.
ການຮ່ວມມືດ້ານວັດທະນະທໍາແລະການສຶກສາຍັງໄດ້ບັນທຶກການພັດທະນາຫຼາຍ. ນັກວິຊາການ ອັງກິດ ຊີ້ແຈ້ງວ່າ, ຢູ່ອັງກິດ, ແຕ່ລະປີມີຫຼາຍເຫດການແນະນຳກ່ຽວກັບວັດທະນະທໍາ, ອາຫານການກິນ ແລະຄວາມງາມຂອງຫວຽດນາມ, ເຮັດໃຫ້ຊາວອັງກິດນັບມື້ນັບຮູ້ຈັກປະຫວັດສາດ, ວັດທະນະທໍາ ແລະແບບຢ່າງຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້. ຢູ່ຫວຽດນາມ, ວັດທະນະທຳຂອງອັງກິດກໍ່ໄດ້ຮັບການແນະນຳໂດຍຜ່ານການສອນພາສາອັງກິດ, ຜ່ານການກິລາ ແລະ ອາຫານ.
ນັກວິຊາການ ອັງກິດ ໃຫ້ຮູ້ວ່າ: ປີ 2013, ເມື່ອທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ ອັງກິດ, ເປັນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫວຽດນາມ ປະຈໍາ ເອີລົບ ນີ້, ລັດຖະບານ ອັງກິດ ມີຄວາມປະທັບໃຈຫຼາຍຕໍ່ການພັດທະນາຂອງເສດຖະກິດຫວຽດນາມ ດ້ວຍອັດຕາການເຕີບໂຕ 6%/ປີ, ຕີລາຄາວ່າ ປະເທດນີ້ເປັນປະເທດທີ່ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີຂອງວິສາຫະກິດ ອັງກິດ. ການຂະຫຍາຍຕົວດັ່ງກ່າວໄດ້ສືບຕໍ່ນັບຕັ້ງແຕ່ນັ້ນມາ, ເຖິງແມ່ນວ່າຈະປະເຊີນກັບການພັດທະນາທີ່ທ້າທາຍລະຫວ່າງປະເທດເຊັ່ນ: ການລະບາດຂອງ COVID-19 ແລະອັດຕາພາສີຂອງສະຫະລັດທີ່ຂັດຂວາງຕະຫຼາດໂລກ. ທ່ານກ່າວວ່າ, ສິ່ງດັ່ງກ່າວໄດ້ຢັ້ງຢືນຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງຂອງການພົວພັນລະຫວ່າງສອງປະເທດ.
ທ່ານ Whittaker ກໍ່ໃຫ້ຮູ້ວ່າ: ຍຸກແຫ່ງການພັດທະນາປະເທດຊາດຂອງຫວຽດນາມ ຈະເປີດກາລະໂອກາດຮ່ວມມືຫຼາຍຢ່າງໃຫ້ແກ່ສອງປະເທດ, ໄດ້ຮັບການເຕີບໂຕຢ່າງບໍ່ຢຸດຢັ້ງພ້ອມກັບບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ຂອງຫວຽດນາມ. ດ້ວຍລັດຖະບານອັງກິດ ເພີ່ມທະວີການລົງທຶນໃນຂະແໜງພະລັງງານທົດແທນ ແລະ ກໍ່ສ້າງໂຮງງານໄຟຟ້ານິວເຄຼຍ Suffolk ໃໝ່ ໃນຂະນະທີ່ ຫວຽດນາມ ພວມພັດທະນາຄວາມສາມາດດ້ານພະລັງງານນິວເຄຼຍ ແລະ ພວມຢູ່ໃນວິວັດການຫັນປ່ຽນສີຂຽວຂະໜາດໃຫຍ່, 2 ປະເທດສາມາດແບ່ງປັນຄວາມຊ່ຽວຊານ ແລະ ປະສົບການໃນຂົງເຂດດັ່ງກ່າວ.
ຕີລາຄາການພົວພັນລະຫວ່າງພັກກອມມູນິດສອງປະເທດ, ທ່ານ Whittaker ໃຫ້ຮູ້ວ່າ: ສອງຝ່າຍມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ໝັ້ນຄົງເຂັ້ມແຂງ, ເມື່ອສອງຝ່າຍສ້າງການພົວພັນໃນໄລຍະໄວ. ອະດີດເລຂາທິການໃຫຍ່ John Gollan ໃນປີ 1965 ໄດ້ພົບປະກັບປະທານໂຮ່ຈີມິນ, ຜູ້ນຳທີ່ຮູ້ຈັກກັບບັນດາສະມາຊິກພັກກອມມູນິດຫວຽດນາມ ໃນໄລຍະດຳລົງຊີວິດ ແລະ ເຮັດວຽກຢູ່ອັງກິດ, ແລະ ພົບປະກັບທ່ານເລຂາທິການໃຫຍ່ Le Duan.
ທ່ານ Whittaker ກໍ່ຊີ້ອອກເຖິງການໜູນຊ່ວຍຂອງບັນດາສະມາຊິກພັກກອມມູນິດອັງກິດທີ່ມີຕໍ່ ຫວຽດນາມ ໃນສົງຄາມຕ້ານ ອາເມລິກາ ເມື່ອເຂົາເຈົ້າໄດ້ຈັດຕັ້ງບັນດາການແຫ່ຂະບວນປະທ້ວງ, ໄດ້ພິມຈຳໜ່າຍແຜ່ນພັບ, ບົດຂຽນ, ໂປສເຕີເພື່ອສະໜັບສະໜູນເອກະລາດແຫ່ງຊາດ ແລະ ການຕໍ່ສູ້ຢ່າງຍຸດຕິທຳ. ສະຫະພັນຊາວໜຸ່ມກອມມູນິດອັງກິດ ກໍ່ດຳເນີນການເຄື່ອນໄຫວລະດົມທຶນໃນທົ່ວປະເທດເພື່ອຊື້ລົດຖີບ, ໜູນຊ່ວຍການແພດໃຫ້ຫວຽດນາມ ຜ່ານບັນດາຜູ້ແທນເຂົ້າຮ່ວມງານບຸນຊາວໜຸ່ມໂລກຢູ່ Bulgaria ປີ 1968. ຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ CPB Robert Griffiths ໄດ້ມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ແລະ ພົບປະກັບບັນດາສະມາຊິກຄະນະແນວໂຮມປະເທດຊາດ ຫວຽດນາມ. ທ່ານເລຂາທິການໃຫຍ່ Griffiths ໃຫ້ຮູ້ວ່າ: ບັນດາກອມມູນິດ ແລະ ປະຊາຊົນທົ່ວໂລກສາມາດຮຽນຮູ້ປະຫວັດສາດ ແລະ ນ້ຳໃຈສາມັກຄີຂອງຫວຽດນາມ. 2 ຝ່າຍກໍ່ໄດ້ດຳເນີນການພົບປະຫຼາຍຄັ້ງເພື່ອປຶກສາຫາລືກ່ຽວກັບການຜັນຂະຫຍາຍການພົວພັນ ແລະ ການຮ່ວມມື, ແລກປ່ຽນຄວາມຮູ້ ແລະ ແບ່ງປັນປະຫວັດສາດລະຫວ່າງ 2 ຝ່າຍ.
ທ່ານ Whittaker ເນັ້ນໜັກວ່າ ພັກກອມມູນິດອັງກິດ ໄດ້ຕີລາຄາສູງການພັດທະນາທິດສະດີຂອງພັກກອມມູນິດຫວຽດນາມ ແລະ ໄດ້ຕີພິມບົດຄວາມຂອງບັນດາເລຂາທິການໃຫຍ່ຫວຽດນາມ ລົງໃນວາລະສານທິດສະດີ (ຍັງມີຊື່ວ່າວາລະສານກອມມູນິດ).
ທ່ານກ່າວວ່າ, ບັນດາພັກກອມມູນິດອັງກິດມີຄວາມສົນໃຈເປັນຢ່າງດີຕໍ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສືບຕໍ່ຮ່ຳຮຽນແລະຖອດຖອນບົດຮຽນໃນການພັດທະນາທິດສະດີ ແລະ ພາກປະຕິບັດຂອງສັງຄົມນິຍົມຫວຽດນາມ. ຢືນຢັນວ່າ, ການພົວພັນຫວຽດນາມ - ອັງກິດ ເປັນຕົ້ນແມ່ນການພົວພັນລະຫວ່າງສອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ມີກາລະໂອກາດພັດທະນາຫຼາຍຢ່າງ.
ທ່ານ Whittaker ສະຫລຸບວ່າ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຈະແມ່ນບາດກ້າວພັດທະນາໃໝ່ຢ່າງບໍ່ຢຸດຢັ້ງຂອງການພົວພັນລະຫວ່າງສອງປະເທດ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງສອງປະເທດ, ຜ່ານນັ້ນຊ່ວຍປະຊາຊົນອັງກິດເຂົ້າໃຈ ແລະ ຖອດຖອນບົດຮຽນຈາກຫວຽດນາມ.
ທີ່ມາ: https://baotintuc.vn/thoi-su/chuyen-tham-cua-tong-bi-thu-to-lam-danh-dau-giai-doan-moi-trong-quan-he-viet-nam-anh-20251027080153890.htm






(0)