ວັນທີ 24 ກັນຍານີ້, ທ່ານປະທານາທິບໍດີອີຣານ Masoud Pezeshkian ໄດ້ຢູ່ນິວຢອກເພື່ອເຂົ້າຮ່ວມກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ).
| ທ່ານປະທານາທິບໍດີອີຣານ Masoud Pezeshkian ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນວັນທີ 24 ກັນຍານີ້ຢູ່ນິວຢອກ. (ທີ່ມາ: MNA) |
ຕາມສຳນັກຂ່າວສານແຫ່ງລັດ IRNA ຂອງອີຣານ, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານ Pezeshkian ໃຫ້ຮູ້ວ່າ: “ພວກເຮົາພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍໃນສັນຍານິວເຄຼຍປີ 2015. ຖ້າຫາກບັນດາຄຳໝັ້ນສັນຍາຂອງສັນຍາດັ່ງກ່າວເຕັມໄປດ້ວຍຄວາມຈິງໃຈ, ການເຈລະຈາກ່ຽວກັບບັນຫາອື່ນໆກໍສາມາດດຳເນີນໄປໄດ້.”
ກ່ອນໜ້ານັ້ນ, ກ່າວຄຳເຫັນຢູ່ນອກກອງປະຊຸມສະມັດຊາໃຫຍ່, ທ່ານລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi ກໍ່ຢືນຢັນວ່າ, ປະເທດຕົນພ້ອມແລ້ວທີ່ຈະດຳເນີນການເຈລະຈາໃໝ່ກ່ຽວກັບສັນຍານິວເຄຼຍປີ 2015, ໄດ້ລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1 (ລວມທັງ 5 ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ).
ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ອີຣ່ານ ໄດ້ສະແດງຄວາມເຕັມໃຈທີ່ຈະຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ຫຼັງຈາກການເຈລະຈາຢູ່ນິວຢອກ.
ນອກນີ້, ໃນໄລຍະດຳເນີນການເຄື່ອນໄຫວຂອງປະທານາທິບໍດີອີຣານຄົນໃໝ່ຢູ່ນິວຢອກ, ຕາມຂ່າວສານ AFP , ວັນທີ 24 ກັນຍາ, ຜູ້ນຳອີຣານໄດ້ພົບປະກັບປະທານາທິບໍດີອີຣານ Emmanuel Macron.
ສຳນັກງານປະທານາທິບໍດີຝຣັ່ງໄດ້ອອກຖະແຫຼງການສະບັບໜຶ່ງໂດຍກ່າວວ່າ ທ່ານ Macron ກ່າວຕໍ່ຄູ່ຕຳແໜ່ງອີຣ່ານ ທ່ານ Masoud Pezeshkian ວ່າ ການພົວພັນສອງຝ່າຍຈະດີຂຶ້ນ ຖ້າເຕເຮຣານ ປ່ອຍຕົວພົນລະເມືອງຝຣັ່ງ 3 ຄົນທີ່ຖືກກັກຂັງຢູ່ໃນປະເທດດັ່ງກ່າວທັນທີ.
ກ່ອນໜ້ານີ້, ປະທານາທິບໍດີ Macron ໄດ້ໂທລະສັບສອງຄັ້ງກັບທ່ານ Pezeshkian ເມື່ອຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງ ອິດສະຣາແອນ ແລະ Hezbollah, ແມ່ນການເຄື່ອນໄຫວທະຫານຂອງຊາວ Shi’ite ທີ່ໜູນຫຼັງອີຣານຢູ່ເລບານອນ.
ທີ່ມາ: https://baoquocte.vn/tong-thong-iran-den-my-cong-khai-thien-chi-ve-van-de-nhat-nhan-gap-nguoi-dong-cap-phap-lang-nghe-mot-dieu-kien-tien-quyet-287577.html






(0)