
ການເຊື່ອມຈອດເຂດປົກຄອງຕົນເອງໄດ້ຊ່ວຍໃຫ້ນະຄອນ ດ່ານັ້ງ ເປັນແຫຼ່ງແຫຼ່ງທ່ອງທ່ຽວທີ່ເປັນມູນເຊື້ອ, ໃນນັ້ນມີເຂດທະເລ - ແຫຼມ - ແມ່ນ້ຳຮ່ານ ໄດ້ເຊື່ອມຕໍ່ກັບເມືອງເກົ່າ, ໝູ່ເກາະ, ປ່າໝາກພ້າວ, ບ້ານຫັດຖະກຳ... ນັບແຕ່ນັ້ນມາ, ເສັ້ນທາງທ່ອງທ່ຽວນັບມື້ນັບໄດ້ຮັບການຜັນຂະຫຍາຍນັບແຕ່ ເຊີນຈ່າ, ບານາ ມາຮອດນະຄອນໂຮ່ຈິມິນ, ກູບາຈ່າມ ແລະ ກາມແທງ. ເປັນການສະແດງໃຫ້ເຫັນວ່າ, ພາຍຫຼັງການຮ່ວມມືແລ້ວ, ບັນດາລາຍການທ່ອງທ່ຽວໃໝ່ໄດ້ຮັບການຜັນຂະຫຍາຍໃນການສົມທົບກັບບັນດາມໍລະດົກວັດທະນະທຳ ໂລກ ຄື: ເມືອງບູຮານ Hoi An, ວິຫານ My Son, ທັດສະນີຍະພາບ Ngu Hanh Son, ສ້າງບັນດາລາຍການທ່ອງທ່ຽວ “ຈາກມໍລະດົກເຖິງທະເລ ແລະ ໝູ່ເກາະ” ທີ່ອຸດົມສົມບູນດ້ວຍເອກະລັກພາກກາງ.

ການທ່ອງທ່ຽວທີ່ໄດ້ຮັບການຂະຫຍາຍໃໝ່ແມ່ນໄດ້ເຊື່ອມໂຍງເຂົ້າກັບບັນດາມໍລະດົກວັດທະນະທຳໂລກເຊັ່ນ: ເມືອງບູຮານ Hoi An, ວິຫານ My Son, ແລະ ເຂດທັດສະນີຍະພາບ Ngu Hanh Son.
ປະຈຸບັນ, ນະຄອນໄດ້ສ້າງຕາໜ່າງແຫຼ່ງ ທ່ອງທ່ຽວ ຂຽວ ແລະ ນິເວດທີ່ເປັນເອກະລັກສະເພາະ 50 ກວ່າແຫ່ງ, ໃນນັ້ນມີ 6 ເຂດອະນຸລັກ, ປ່າສະຫງວນແຫ່ງຊາດ, 14 ບ້ານທ່ອງທ່ຽວ, ເຂດທ່ອງທ່ຽວຊຸມຊົນ 8 ແຫ່ງ, ໂຮງແຮມສີຂຽວ 14 ແຫ່ງ...
ເພື່ອຮັກສາຄວາມດຶງດູດຂອງຕົນໃນໄລຍະລະດູບານໃໝ່ໃນທ້າຍປີ, ນະຄອນ ດ່ານັງ ໄດ້ດຳເນີນຂະບວນການໂຄສະນາຂະໜາດໃຫຍ່ “ດ່ານັງ - ປະສົບການໃໝ່”. ຂະບວນການດັ່ງກ່າວໄດ້ສຸມໃສ່ 5 ໂຄງການຫຼັກຄື: “ມ່ວນຊື່ນນະຄອນດານັງ - ປະສົບການໃໝ່ຫຼາຍຢ່າງ”, “ສາມປະສົບການຜ່ານແດນ”, “ການເດີນທາງເຫດການ ແລະງານບຸນ”, “ຂ້າພະເຈົ້າຮັກນະຄອນດານັງ”, ພ້ອມກັບບັນດານະໂຍບາຍບຸລິມະສິດພິເສດໃຫ້ແກ່ແຂກຜູ້ມີກຽດ MICE ແລະການທ່ອງທ່ຽວແຕ່ງງານ.

ດ່ານັງເປີດຂະບວນການໂຄສະນາ: “ດານັງໃໝ່ - ປະສົບການໃໝ່”.
ໃນ 9 ເດືອນຕົ້ນປີ 2025, ນະຄອນ ດ່ານັງ ໄດ້ຕ້ອນຮັບນັກທ່ອງທ່ຽວ 14,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 22,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 5,8 ລ້ານເທື່ອຄົນ (ເພີ່ມຂຶ້ນ 27,4%). ລາຍຮັບທີ່ພັກບັນລຸ 15.072 ຕື້ດົ່ງ, ເພີ່ມຂຶ້ນ 33,2%. ດ້ວຍຈັງຫວະເຕີບໂຕຢ່າງແຂງແຮງ, ອຸດສາຫະກຳການທ່ອງທ່ຽວຂອງນະຄອນມຸ່ງໄປເຖິງການຕ້ອນຮັບນັກທ່ອງທ່ຽວກວ່າ 17,3 ລ້ານເທື່ອຄົນໃນປີນີ້, ມຸ່ງໄປເຖິງການກາຍເປັນ “ການທ່ອງທ່ຽວສີຂຽວ - MICE - ສູນຣີສອດແຖວໜ້າໃນອາຊີຕາເວັນອອກສ່ຽງໃຕ້” ໃນໄລຍະໃໝ່.
ທີ່ມາ: https://vtv.vn/da-nang-them-nhieu-hanh-trinh-tour-moi-sau-sap-nhap-100251015162631272.htm
(0)