ງານບຸນແມ່ນໂອກາດເພື່ອໂຄສະນາ ແລະ ເຜີຍແຜ່ບັນດາຈຸດພິເສດວັດທະນະທຳທີ່ເປັນເອກະລັກສະເພາະຂອງຫວຽດນາມເຖິງເພື່ອນມິດສາກົນ, ທັງເປັນການສ້າງຊ່ອງທາງເພີ່ມທະວີການແລກປ່ຽນ ແລະ ແບ່ງປັນວັດທະນະທຳລະຫວ່າງຫວຽດນາມ - ສ.ເກົາຫຼີ.
ໜຸ່ມສາວເຕັ້ນລຳໃນງານບຸນ. (ແຫຼ່ງຂ່າວ: ສະມາຄົມ ຫວຽດນາມ ຢູ່ Jeonnam-Gwangju)
ຕາມນັກຂ່າວ VNA ປະຈຳ ສ.ເກົາຫຼີ, ວັນທີ 21/5, ງານບຸນ “ວັນຫວຽດນາມ 2023” ໄດ້ໄຂຂຶ້ນຢູ່ສວນສາທາລະນະ Jungoe, ນະຄອນ Gwangju, ສ.ເກົາຫຼີ.
ງານບຸນໂດຍສະມາຄົມຊາວຫວຽດນາມ ຢູ່ Jeonnam-Gwangju ສົມທົບກັບສະພານະຄອນ Gwangju ຈັດຕັ້ງ, ເພື່ອແນໃສ່ໂຄສະນາ ແລະ ເຜີຍແຜ່ບັນດາຈຸດພິເສດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງເພື່ອນມິດສາກົນ, ເປັນການສ້າງຊ່ອງທາງເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ສ.ເກົາຫຼີ.
ເຖິງວ່າໂຄງການດຳເນີນໄປພຽງມື້ດຽວ, ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກສະເພາະ ແລະ ມີຄວາມໝາຍ, ແຕ່ໄດ້ດຶງດູດຄວາມສົນໃຈຂອງ ປະຊາຄົມຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ.
ທ່ານ ຫງວຽນຫວຽດຟອງ, ປະທານສະມາຄົມຊາວຫວຽດນາມ ຢູ່ Gwangju – Jeonnam ໄດ້ແບ່ງປັນວ່າ: ສະມາຄົມໄດ້ຮ່ວມມືກັບນະຄອນ Gwangju ແລະ ສະມາຄົມເຈົ້າຄອງລັດ ສ.ເກົາຫຼີ (GAROK) ຈັດຕັ້ງ “ວັນຫວຽດນາມ 2023” ດ້ວຍຄວາມປາດຖະໜາຢາກເຜີຍແຜ່ວັດທະນະທຳ ແລະ ພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ ເຖິງເພື່ອນມິດ ສ.ເກົາຫຼີ ແລະ ສາກົນ, ທັງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເມືອງ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ນີ້ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ປະຊາຄົມໄດ້ພົບປະ, ແລກປ່ຽນ, ສ້າງຂົວແຫ່ງຄວາມສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະ ກັນຂອງຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ເຂດດັ່ງກ່າວ.
ທ່ານ Kang Gi Jung ເຈົ້າຄອງນະຄອນ Gwangju ປາດຖະໜາວ່າ ຜ່ານ “ວັນຫວຽດນາມ 2023”, ການພົວ ພັນທາງການທູດລະ ຫວ່າງປະຊາຊົນກັບປະຊາຊົນ ແລະ ທ້ອງຖິ່ນລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ຈະໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ.
ທ່ານເລຂາທິການໃຫຍ່ GAROK, ທ່ານ Yu Min Bong ໃຫ້ຄຳເຫັນວ່າ “ວັນຫວຽດນາມ 2023” ແມ່ນໂອກາດເພື່ອໃຫ້ທຸກຄົນສຳຜັດກັບວັດທະນະທຳຫວຽດນາມ ແລະ ເຂົ້າເຖິງບັນດາຜະລິດຕະພັນຂອງວິສາຫະກິດໃຫຍ່ຫວຽດນາມ.
ທ່ານ Yu Min Bong ໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານ Gwangju ໄດ້ແບ່ງປັນຄວາມຄິດຮອດບ້ານ; ພ້ອມກັນນັ້ນ, ກໍ່ເປີດກາລະໂອກາດປ່ຽນໃໝ່ການຮ່ວມມື ແລະ ແລກປ່ຽນລະຫວ່າງນະຄອນ Gwangju ແລະ ຫົວໜ່ວຍເອື້ອຍນ້ອງຂອງແຂວງ Nghe An .
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນວັນຕຸ່ງ ໄດ້ເຂົ້າຮ່ວມພິທີ ແລະ ໄດ້ສະແດງຄວາມສະໜັບສະໜູນ ແລະ ສະໜິດສະໜົມກັບອຳນາດການປົກຄອງນະຄອນ Gwangju, GAROK ແລະ ສະມາຄົມຊາວຫວຽດນາມ ຢູ່ Gwangju ໃນການປະຕິບັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການຮ່ວມມືຢູ່ທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ພ້ອມທັງໜູນຊ່ວຍແຂວງ Nghe An ແລະ ນະຄອນ Gwangju ໃນໄລຍະຈະມາເຖິງ.
ທ່ານຮອງປະທານສະພາປະຊາຊົນແຂວງ Nghe An ໃຫ້ຮູ້ວ່າ: “ວັນຫວຽດນາມ 2023” ຢູ່ Gwangju ແມ່ນການເຄື່ອນໄຫວສະແດງໃຫ້ເຫັນການຮ່ວມມື ແລະ ແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ສ.ເກົາຫຼີ , ລະຫວ່າງແຂວງ Nghe An ກັບນະຄອນ Gwangju.
ນີ້ແມ່ນໂອກາດເພື່ອແນະນຳໃຫ້ປະຊາຊົນນະຄອນ Gwangju ຮູ້ຈັກວັດທະນະທຳພື້ນເມືອງ Nghe An, ພິເສດແມ່ນເພງ ພື້ນເມືອງ Nghe Tinh Vi Giam ໄດ້ຮັບການຮັບຮອງຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ.
ໃນຂອບເຂດ “ວັນຫວຽດນາມ 2023”, ຄະນະສະແດງສິລະປະແຂວງ Nghe An ໄດ້ດຳເນີນບັນດາລາຍການສະແດງສິລະປະພື້ນເມືອງທີ່ດູດດື່ມດ້ວຍເອກະລັກວັດທະນະທຳຂອງຊາດຫວຽດນາມ.
ນອກຈາກນັ້ນ, ການສະແດງຂອງ ອ່າວດີ, ປະສົບການຊຸດອາພອນພື້ນເມືອງ, ປະສົບການອາຫານການກິນທີ່ເປັນເອກະລັກຂອງ 3 ພາກເຫນືອ - ພາກກາງ - ໃຕ້ (ຝູ່, ຫູຕີ້ວ, ກອຍກູນ, ບ໋າຍ 3 ມິນ, ນ້ຳອ້ອຍ, ໝາກພ້າວສົດ...) ເປັນຕົ້ນແມ່ນເຄື່ອງຫຼີ້ນພື້ນບ້ານເຊັ່ນ: ເຮັດມັງກອນໄມ້ໄຜ່, ເຮືອນພື້ນເມືອງ, ໂຄມໄຟດອກບົວ...
ຜ່ານງານບຸນ “ ວັນຫວຽດນາມ 2023 ”, ນັກສຶກສາສາກົນ ເວົ້າສະເພາະ ແລະ ຊາວຫວຽດນາມ ຢູ່ ສ.ເກົາຫຼີ ເວົ້າລວມ ໄດ້ມີກາລະໂອກາດຫລາຍກວ່າເພື່ອພົບປະ, ແລກປ່ຽນ ແລະ ເຜີຍແຜ່ຄວາມຮັກແພງດ້ານວັດທະນະທຳພື້ນເມືອງ./.
ທີ່ມາ
(0)