ສະຖານທູດ ເກົາຫຼີໃຕ້ ປະຈຳຍີ່ປຸ່ນ ກ່າວວ່າ ຕຳຫຼວດທ້ອງຖິ່ນ ໄດ້ຕັດສິນໃຈ ເພີ່ມທະວີການ ຮັກສາຄວາມປອດໄພ ບໍລິເວນອ້ອມແອ້ມອາຄານ ຫຼັງຈາກ ໄດ້ແຈ້ງໃຫ້ເຈົ້າໜ້າທີ່ ກ່ຽວກັບ ຈົດໝາຍຂົ່ມຂູ່ ລະເບີດ.
ສະຖານທູດເກົາຫຼີໃຕ້ພວມເບິ່ງຄວາມເປັນໄປໄດ້ວ່າຈົດໝາຍດັ່ງກ່າວເປັນການຂົ່ມຂູ່ທີ່ບໍ່ຈິງ, ແຕ່ກ່າວວ່າຕົນໄດ້ຮຽກຮ້ອງໃຫ້ຕຳຫຼວດຍີ່ປຸ່ນເພີ່ມທະວີການຮັກສາຄວາມປອດໄພປະມານ 1 ເດືອນ.
ໃນອາທິດຜ່ານມານີ້, ຕຳຫຼວດໃນນະຄອນຫຼວງເຊອຸນຂອງເກົາຫຼີໃຕ້ຍັງໄດ້ສືບສວນລາຍງານກ່ຽວກັບການຂົ່ມຂູ່ດ້ວຍລະເບີດທີ່ສົ່ງຜ່ານທາງອີເມວ. ວັນທີ 7 ສິງຫານີ້, ເຈົ້າໜ້າທີ່ລັດຖະບານຫຼາຍເມືອງໄດ້ຮັບອີເມວຂູ່ວ່າຈະວາງລະເບີດຢູ່ໃຈກາງເມືອງ. ສອງມື້ຕໍ່ມາ, ຕຳຫຼວດກ່າວວ່າເຂົາເຈົ້າໄດ້ຮັບລາຍງານອີເມລອີກສະບັບໜຶ່ງທີ່ຂົ່ມຂູ່ວ່າຈະລະເບີດຫໍພິພິທະພັນແຫ່ງຊາດສ.ເກົາຫຼີ, ສະຖານທູດຍີ່ປຸ່ນ, ຫໍ N Seoul Tower ແລະໂຮງຮຽນຍີ່ປຸ່ນ. ວັນທີ 13 ສິງຫານີ້, ອີເມລທີ່ສົ່ງເຖິງສື່ມວນຊົນຫຼາຍແຫ່ງກ່າວວ່າລູກລະເບີດທີ່ມີພະລັງແຮງໄດ້ຖືກວາງໄວ້ຢູ່ຫໍສະພານະຄອນເຊອຸນ.
ແຫຼ່ງທີ່ມາ
(0)