ດຳເນີນແຕ່ວັນທີ 1 – 3 ພະຈິກນີ້ ຢູ່ເມືອງ ກົງໜານ (ແຂວງ ດັກລັກ ), ງານວາງສະແດງເຄື່ອນທີ່ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ - ພະຍານຫຼັກຖານປະຫວັດສາດ ແລະ ກົດໝາຍ” ໂດຍພະແນກຖະແຫຼງຂ່າວ ແລະ ສື່ສານ ແຂວງ ດັກລັກ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດັກລັກ ໂດຍມີນັກທ່ອງທ່ຽວກວ່າ 7.000 ຄົນມາຢ້ຽມຢາມ ແລະ ຮຽນຮູ້.
ງານວາງສະແດງໄດ້ວາງສະແດງ ແລະ ແນະນຳຮູບພາບ, ແຜນທີ່, ເອກະສານ ແລະ ບູຮານຄະດີຫຼາຍສະບັບທີ່ໄດ້ເກັບກຳຈາກບັນດາແຫຼ່ງຂ່າວທາງການທີ່ໄດ້ພິມຈຳໜ່າຍໃນເມື່ອກ່ອນຂອງບັນດານັກຄົ້ນຄ້ວາ ແລະ ນັກສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ຢືນຢັນຂະບວນການສ້າງຕັ້ງ, ປະຕິບັດ ແລະ ປົກປັກຮັກສາ ອະທິປະໄຕ ຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.
ບັນດາຜູ້ແທນໄດ້ໄປຢ້ຽມຢາມ ແລະ ຮັບຟັງລາຍການນຳທ່ຽວແນະນຳບັນດາເອກະສານກ່ຽວກັບທະເລ ແລະ ໝູ່ເກາະ - (ພາບ: ຮວ່າງເຢືອງ/daklak.gov.vn). |
ພິເສດແມ່ນບັນດາເອກະສານຂອງລາຊະວົງ ຫງວຽນ (ແຕ່ ເຈືອງລອງ ຫາ ບ໋າວເດື່ອ) ອອກມາກ່ຽວຂ້ອງໂດຍກົງເຖິງບັນຫາການຂຸດຄົ້ນ, ຄຸ້ມຄອງ, ສ້າງຕັ້ງ ແລະ ການປະຕິບັດສິດອຳນາດອະທິປະໄຕຂອງ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ.
ບັນດາການເຄື່ອນໄຫວໃນຂອບເຂດງານວາງສະແດງໄດ້ສ້າງຫຼັກຖານປະຫວັດສາດ ແລະ ນິຕິກຳຢ່າງຫຼວງຫຼາຍກ່ຽວກັບອະທິປະໄຕຂອງຫວຽດນາມ ກ່ຽວກັບທະເລ, ໝູ່ເກາະ ແລະ ແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດກ່ຽວກັບການພັດທະນາ ເສດຖະກິດ ທະເລແບບຍືນຍົງ ມຸ່ງໄປເຖິງຈຸດໝາຍ “ຫວຽດນາມ ກາຍເປັນປະເທດເຂັ້ມແຂງ, ອຸດົມສົມບູນໄປຈາກທະເລ, ພັດທະນາແບບຍືນຍົງ, ຮັ່ງມີ ແລະ ສະຫວັດດີການ”.
ເນື່ອງໃນໂອກາດນີ້, ນັກສຶກສາຍັງໄດ້ເຂົ້າຮ່ວມການປະກວດ “ຂ້ອຍຮັກທະເລ ແລະ ໝູ່ເກາະຫວຽດນາມ”. ພາບແຕ້ມກວ່າ 1.500 ແຜ່ນຂອງນັກຮຽນໄດ້ສະແດງຄວາມຮັກແພງ ແລະ ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຜ່ານສາຍ, ສີສັນ, ປະກອບສ່ວນເຜີຍແຜ່ຄວາມຮັກແພງທະເລ, ໝູ່ເກາະ ແລະ ງານວາງສະແດງຄັ້ງນີ້.
ພາບແຕ້ມ 120 ແຜ່ນທີ່ພົ້ນເດັ່ນກ່ຽວກັບຫົວຂໍ້ທະເລ, ໝູ່ເກາະ ຫວຽດນາມ ໄດ້ເລືອກເຟັ້ນວາງສະແດງ ແລະ ເຂົ້າຮ່ວມຮອບສຸດທ້າຍ - (ພາບ: ຮວ່າງເຢືອງ/daklak.gov.vn). |
ຕາມຄະນະຈັດຕັ້ງ, ຄະນະຜູ້ແທນ 100 ກວ່າຄົນຈາກບັນດາອົງການ, ຫົວໜ່ວຍຢູ່ທ້ອງຖິ່ນໃນເມືອງ ດ້ວຍຈຳນວນ 7.000 ກວ່າຄົນໄດ້ລົງທະບຽນເຂົ້າຢ້ຽມຂ່ຳນັບຮັບຟັງການແນະນຳເອກະສານປະຫວັດສາດ ແລະ ກົດໝາຍຢູ່ງານວາງສະແດງ.
ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນສຶກສາມູນເຊື້ອຮັກຊາດ ແລະ ຕໍ່ສູ້ຕ້ານຜູ້ຮຸກຮານຂອງຕ່າງປະເທດ, ບົດບາດຍຸດທະສາດທະເລ, ໝູ່ເກາະຂອງ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ປຸກລະດົມນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ເຄົາລົບນັບຖືຕົນເອງຂອງບັນດາພະນັກງານ, ລັດຖະກອນ, ພະນັກງານ, ນັກຮຽນຮູ້ກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະອັນສັກສິດ.
ທີ່ມາ: https://thoidai.com.vn/dak-lak-nguoi-dan-co-co-hoi-hieu-hon-ve-chu-quyen-hoang-sa-truong-sa-cua-viet-nam-206855.html
(0)