ວັນທີ 14 ມິຖຸນານີ້, ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໄດ້ອອກຖະແຫຼງການຊີ້ແຈ້ງວ່າ “ຂາດຖ່ານຫີນ 1 ລ້ານໂຕນເພື່ອພະລັງງານຄວາມຮ້ອນ”.
EVN ໃຫ້ຮູ້ວ່າ, ໃນຊຸມເດືອນຕົ້ນປີ 2023, ຍ້ອນການປະສານງານ ແລະ ຄວາມມານະພະຍາຍາມສະໜອງຖ່ານຫີນຂອງ ບໍລິສັດ TKV ແລະ ບໍລິສັດ ດົງບັກ, ໄດ້ປະກອບສ່ວນສຳຄັນເຂົ້າໃນການຜະລິດ ແລະ ສະໜອງກະແສໄຟຟ້າຂອງ EVN ເພື່ອພັດທະນາ ເສດຖະກິດ ແລະ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ.
ຕາມ EVN ແລ້ວ, ເຄື່ອງປັ່ນໄຟທັງໝົດທີ່ໃຊ້ຖ່ານຫີນ Anthracite (ຜະລິດໂດຍ TKV ແລະ ບໍລິສັດ ດົງບັກ) ໄດ້ດຳເນີນງານດ້ວຍກຳລັງຄວາມສາມາດສູງສຸດຕາມຄວາມຕ້ອງການຂອງລະບົບ, ບໍ່ມີເຄື່ອງປັ່ນໄຟໃດຢຸດ ຫຼື ຫຼຸດກຳລັງການຜະລິດ ເນື່ອງຈາກຂາດຖ່ານຫີນ.
TKV ດຽວໄດ້ສະໜອງຖ່ານຫີນ 17,18 ລ້ານໂຕນໃຫ້ຄົວເຮືອນຜະລິດໄຟຟ້າບັນລຸ 44,6% ຂອງແຜນການ, ເທົ່າກັບ 113,2% ຂອງໄລຍະດຽວກັນ, ເພີ່ມຂຶ້ນ 2 ລ້ານໂຕນ ເມື່ອທຽບໃສ່ໄລຍະດຽວກັນ ແມ່ນລື່ນກາຍຕາມສັນຍາທີ່ໄດ້ເຊັນ.
ອີງຕາມແຜນການສະບັບປັບປຸງ, ການລະດົມກຳລັງການຜະລິດໃນເດືອນມິຖຸນາຫາເດືອນກໍລະກົດປີ 2023 ຂອງໂຮງໄຟຟ້າພະລັງຄວາມຮ້ອນຖ່ານຫີນ, ໂດຍສະເພາະແມ່ນໂຮງງານໄຟຟ້າຢູ່ພາກເໜືອຈະໄດ້ຮັບການລະດົມດ້ວຍຄວາມສາມາດ ແລະ ຜະລິດໄຟຟ້າໄດ້ສູງສຸດ.
ສະເພາະ, ຄາດຄະເນຜົນຜະລິດທັງໝົດຂອງໂຮງງານໄຟຟ້າຖ່ານຫີນ Anthracite ຂອງ EVN ໃນເດືອນ ມິຖຸນາ ແລະ ເດືອນກໍລະກົດ ແມ່ນ 12.33 ຕື້ kWh, ກົງກັບຄວາມຕ້ອງການຖ່ານຫີນ 6.03 ລ້ານໂຕນ.
ດັ່ງນັ້ນ, ໃນຕົ້ນເດືອນມິຖຸນາ, ບໍລິສັດ EVN ໄດ້ຈັດກອງປະຊຸມເຮັດວຽກກັບບໍລິສັດ TKV ແລະ ບໍລິສັດ ດົງບາກ, ສະເໜີໃຫ້ 2 ຫົວໜ່ວຍນີ້ສະໜອງ 1 ລ້ານໂຕນ ເພີ່ມເຕີມຕາມປະລິມານສັນຍາທີ່ໄດ້ລົງນາມ, ຮັບປະກັນຖ່ານຫີນໃຫ້ພຽງພໍກັບຄວາມຕ້ອງການການຜະລິດໄຟຟ້າໃນເດືອນມິຖຸນາ ແລະ ກໍລະກົດ 2023.
“EVN ຈະສືບຕໍ່ສົມທົບກັນຢ່າງຕັ້ງໜ້າກັບ TKV ແລະ ບໍລິສັດ ດົງບັກ ເພື່ອຊອກຫາວິທີແກ້ໄຂສະໜອງຖ່ານຫີນໃຫ້ພຽງພໍເພື່ອຜະລິດກະແສໄຟຟ້າຕາມທິດຊີ້ນຳຂອງ ນາຍົກລັດ ຖະມົນຕີ”.
ທີ່ມາ
(0)