ພາຍຫຼັງເຊື່ອມໂຍງເຂົ້າກັບ ລອງອານ, ໄຕນິງໄດ້ກ້າວເຂົ້າສູ່ໄລຍະພັດທະນາດ້ວຍຂະໜາດ ແລະ ທ່າແຮງໃໝ່ຄື: ເນື້ອທີ່ກວ່າ 8.500 ກິໂລຕາແມັດ, ປະຊາກອນເກືອບ 3 ລ້ານຄົນ, ເສດຖະກິດ 350 ຕື້ດົ່ງ - ໃນຈຳນວນ 10 ໃນທົ່ວປະເທດ. ປະຈຸບັນ, ແຂວງມີເຂດອຸດສາຫະກຳ 46 ແຫ່ງ ແລະ 50 ກຸ່ມບໍລິສັດ, ດ້ວຍອັດຕາຄອບຄອງກວມກວ່າ 72%, ດຶງດູດເກືອບ 1.900 ໂຄງການ FDI ດ້ວຍຍອດຈຳນວນທຶນກວ່າ 24 ຕື້ USD ແລະ ມີວິສາຫະກິດພາຍໃນກ່ວາ 37.500 ແຫ່ງ. ທ່າທີຂອງປະຕູການຄ້າລະຫວ່າງພາກຕາເວັນອອກສ່ຽງໃຕ້ແລະເຂດທົ່ງພຽງແມ່ນ້ຳຂອງແມ່ນເປີດຊ່ອງທາງພັດທະນາຢ່າງກວ້າງຂວາງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ໄຕນິງ ຫງວຽນແທງຫາຍ ເນັ້ນໜັກວ່າ: ໃນຮູບການພັດທະນານັ້ນ, ແຫຼ່ງກຳລັງແຮງທີ່ສຸດແມ່ນຄົນອອກແຮງງານ - ກຳລັງແຮງທີ່ກົງໄປກົງມາສ້າງຄວາມຮັ່ງມີທາງດ້ານວັດຖຸ, ປະກອບສ່ວນບຸກທະລຸໃນການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງ. ປະຈຸບັນ, ທົ່ວແຂວງມີກຳມະກອນນັບແສນຄົນພວມເຮັດວຽກຢູ່ສວນອຸດສາຫະກຳ, ກຸ່ມບໍລິສັດ ແລະ ວິສາຫະກິດໃນຫຼາຍຂົງເຂດ.
ແຂວງໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງກົນໄກ, ນະໂຍບາຍຮັບປະກັນສິດ ແລະ ປັບປຸງຊີວິດຂອງຄົນງານ; ໃຫ້ບຸລິມະສິດການພັດທະນາເຮືອນຢູ່ສັງຄົມ, ໂຮງຮຽນ, ສາທາລະນະສຸກ, ວັດທະນະທຳ ແລະ ກິລາຢູ່ບັນດາສວນອຸດສາຫະກຳ; ຂະຫຍາຍໂຄງສ້າງພື້ນຖານການສັນຈອນ ແລະ ການຂົນສົ່ງສາທາລະນະໃຫ້ແກ່ຄົນງານເພື່ອຕັ້ງຖິ່ນຖານ ແລະ ຊອກຫາວຽກເຮັດງານທຳ. ພ້ອມກັນນັ້ນ, ແຂວງສຸມໃສ່ພັດທະນາພັກໃນວິສາຫະກິດ, ສ້າງຖັນແຖວຜູ້ອອກແຮງງານທີ່ເຂັ້ມແຂງ ດ້ານການເມືອງ ແລະ ອຸດົມຄະຕິ.
ການນຳຂັ້ນແຂວງຮຽກຮ້ອງໃຫ້ພະນັກງານແຕ່ລະຄົນສືບຕໍ່ຮ່ຳຮຽນ, ຝຶກອົບຮົມທັກສະ, ເຂົ້າເຖິງເຕັກໂນໂລຊີໃໝ່, ປັບຕົວເຂົ້າກັບຍຸກດິຈິຕອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທີ່ເພີ່ມຂຶ້ນ. ທ່ານ ຫງວຽນແທ່ງຫາຍ ຢືນຢັນວ່າ: “ແຂວງພ້ອມກັບຄົນງານ, ຖືການພັດທະນາຄົນງານແມ່ນການພັດທະນາຂອງໄຕນິງ.
ທີ່ເວທີປາໄສ, ຜູ້ອອກແຮງງານ ແລະ ສະຫະພັນກຳມະບານຫຼາຍຄົນໄດ້ແລກປ່ຽນ, ສະແດງຄວາມປາດຖະໜາຢາກປັບປຸງຊີວິດການເປັນຢູ່, ກໍ່ສ້າງສະພາບແວດລ້ອມແຫ່ງການເຮັດວຽກທີ່ທັນສະໄໝ, ໝູນໃຊ້ເຕັກໂນໂລຢີ, ທັກສະການຝຶກຊ້ອມເພື່ອບໍ່ໃຫ້ຕົກຢູ່ເບື້ອງຫຼັງ.
ເວທີປາໄສແມ່ນການເຄື່ອນໄຫວດ້ານການເມືອງສຳຄັນມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 1 ຂອງຄະນະພັກແຂວງ ໄຕນິງ ໄລຍະ 2025 – 2030, ຢືນຢັນຄວາມຕັດສິນໃຈພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ພ້ອມກັບທົ່ວປະເທດກ້າວຂຶ້ນສູ່ໄລຍະໃໝ່.
ທີ່ມາ: https://baotintuc.vn/xa-hoi/dien-dan-lang-nghe-khat-vong-cong-nhan-20251001195712029.htm
(0)