.jpg)
ເວທີປາໄສໄດ້ມີການເຂົ້າຮ່ວມຂອງບັນນາທິການໃຫຍ່ໜັງສືພິມສູນກາງ ແລະ ທ້ອງຖິ່ນເກືອບ 100 ຄົນ. ເວທີປາໄສໄດ້ມີ 2 ກອງປະຊຸມປຶກສາຫາລືຄື: ກອງປະຊຸມຄັ້ງທີ 1 ດ້ວຍເນື້ອໃນ “ນະວັດຕະກຳຂອງບັນດາອົງການຂ່າວຫວຽດນາມ: ກາລະໂອກາດຈາກມະຕິ 57”; ກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ສ້າງຜົນປະໂຫຍດໃຫ້ຫຼາຍທີ່ສຸດຈາກມະຕິ 57: ວິທີປະສິດທິຜົນຄືແນວໃດ”.
ບັນດາຜູ້ແທນໄດ້ປຶກສາຫາລື ແລະ ແບ່ງປັນຄວາມໝາຍຄວາມສຳຄັນຂອງມະຕິເລກທີ 57-NQ/TW ຂອງ ກົມການເມືອງ ກ່ຽວກັບການປະດິດສ້າງຢູ່ໜັງສືພິມຫວຽດນາມ; ການນຳໃຊ້ກົນໄກທົດລອງຂອງມະຕິເລກທີ 57-NQ/TW ເພື່ອໜູນຊ່ວຍບັນດາອົງການຂ່າວໃນການປະດິດສ້າງ, ຊຸກຍູ້ພື້ນຖານໂຄງລ່າງເຕັກໂນໂລຢີໃໝ່; ບັນດາກາລະໂອກາດ, ສິ່ງທ້າທາຍ, ແລວທາງດ້ານກົດໝາຍທີ່ມະຕິເລກທີ 57-NQ/TW ຂອງກົມການເມືອງໄດ້ນຳມາໃຫ້ໜັງສືພິມຫວຽດນາມ ໃນຍຸກໃໝ່.
ນອກນີ້, ບັນຫາຄວາມເປັນໄປໄດ້ຂອງການສະເໜີສ້າງຕັ້ງກອງທຶນໜູນຊ່ວຍການປະດິດສ້າງດ້ານຂ່າວ; ກອງທຶນການຫັນເປັນດິຈິຕອນສໍາລັບການຂ່າວສາທາລະນະຫຼືກອງທຶນພັດທະນາຂ່າວ; ຄວາມສາມາດໃນການເຂົ້າເຖິງແຫຼ່ງສິນເຊື່ອ 500.000 ຕື້ດົ່ງໃຫ້ແກ່ ວິທະຍາສາດ , ເຕັກໂນໂລຊີ ແລະ ນະວັດຕະກຳສຳລັບບັນດາອົງການຂ່າວກໍໄດ້ຮັບການຍົກໃຫ້ເຫັນ ແລະ ປຶກສາຫາລື.
ບັນດາຜູ້ແທນຍັງໄດ້ແບ່ງປັນປະສົບການໃນການເຂົ້າຫາ ແລະ ປະຕິບັດຕາມມະຕິເລກທີ 57 ເພື່ອສ້າງຍຸດທະສາດຫັນເປັນດິຈິຕອລຂອງອົງການຂ່າວ ກໍ່ຄືສິ່ງທ້າທາຍ ແລະ ອຸປະສັກຂອງການປະດິດສ້າງ ແລະ ການຫັນເປັນດີຈີຕອນໃນຫ້ອງຂ່າວໃນປະຈຸບັນ; ປຶກສາຫາລືກ່ຽວກັບຂໍ້ສະເໜີເພີ່ມທະວີການຫັນເປັນດິຈິຕອນຂອງສື່ມວນຊົນເປັນນະໂຍບາຍແຫ່ງຊາດ; ຍົກເວັ້ນ ແລະ ຫຼຸດຜ່ອນພາສີສຳລັບບັນດາການເຄື່ອນໄຫວລົງທຶນໃນພື້ນຖານໂຄງລ່າງເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານສື່ດິຈິຕອລ; ສ້າງເວທີດີຈີຕອນແຫ່ງຊາດເພື່ອໃຫ້ກົດໝາຍວ່າດ້ວຍຂ່າວ (ສະບັບປັບປຸງ)...
ທີ່ມາ: https://baolamdong.vn/dien-dan-tong-bien-tap-2025-tan-dung-toi-da-loi-the-tu-nghi-quyet-57-de-bao-chi-phat-trien-dot-pha-388392.html
(0)