ກປ.ອອນໄລ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ງານວາງສະແດງອາຫານທະເລສາກົນປີ 2024 (ຫວຽດນາມ) ໄດ້ດຶງດູດນັກທຸລະກິດເກືອບ 300 ຄົນທີ່ມາຈາກ 15 ປະເທດເຂົ້າຮ່ວມ. ນີ້ແມ່ນເຫດການອຸດສາຫະກຳອາຫານທະເລໃຫຍ່ທີ່ສຸດຢູ່ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້.
ທີ່ງານວາງສະແດງ, ມີວິສາຫະກິດຫຼາຍແຫ່ງໃຫ້ຮູ້ວ່າ, ຍີ່ຫໍ້ອາຫານທະເລຫວຽດນາມ ໄດ້ຢືນຢັນທີ່ຕັ້ງຂອງຕົນໃນຕະຫຼາດສາກົນ. ສິ່ງດັ່ງກ່າວໄດ້ຮັບການຢືນຢັນຜ່ານ 25 ປີແຫ່ງການລົງທຶນຍຸດທະສາດໃນການເປີດກວ້າງຕະຫຼາດສົ່ງອອກ. ປະຈຸບັນ, ບັນດາຜະລິດຕະພັນອາຫານທະເລຂອງຫວຽດນາມ ໄດ້ຖືກສົ່ງອອກໄປຍັງ 170 ກວ່າປະເທດ ແລະ ເຂດແຄ້ວນ, ໄດ້ມີຢູ່ຊັ້ນວາງສິນຄ້າໃນ ທົ່ວໂລກ , ໃນນັ້ນມີລະບົບຊຸບເປີມາເກັດທີ່ທັນສະໄໝ ແລະ ມີຊື່ສຽງໃນໂລກຄື: ຢູ່ອາເມລິກາ, ອັງກິດ, ເອີລົບ, ການາດາ, ຍີ່ປຸ່ນ, ຈີນ...
ແນວໃດກໍດີ, ໃນສະພາບການ ເສດຖະກິດ ໂລກ, ບັນຫາສັບສົນຫຼາຍຢ່າງໄດ້ເກີດຂຶ້ນ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການເຄື່ອນໄຫວຂົນສົ່ງສິນຄ້າທົ່ວໂລກ, ເຮັດໃຫ້ເວລາສົ່ງສິນຄ້າແກ່ຍາວ, ເຖິງແມ່ນຂັດຂວາງ, ສະນັ້ນວິສາຫະກິດຫຼາຍແຫ່ງໄດ້ຫັນໄປລົງທຶນຢູ່ຕະຫຼາດພາຍໃນປະເທດ. ດ້ວຍຫົວຂໍ້ວ່າ Vietfish 2024 “ສົ່ງອອກອາຫານທະເລໃຫ້ຊາວຫວຽດນາມ”, ບັນດາວິສາຫະກິດມີຄວາມທະເຍີທະຍານເພື່ອນຳບັນດາຜະລິດຕະພັນສົ່ງອອກໃນທົ່ວໂລກກັບຄືນສູ່ຕະຫລາດພາຍໃນປະເທດ. ຄຽງຄູ່ກັບນັ້ນ, ປະກອບສ່ວນເຂົ້າໃນການເລືອກເຟັ້ນອາຫານທີ່ມີທາດບຳລຸງ ແລະ ສະດວກສະບາຍກວ່າໃຫ້ບັນດາເຍື່ອງອາຫານຄອບຄົວຊາວຫວຽດນາມ, ຕອບສະໜອງຄວາມຕ້ອງການດ້ານປຸງແຕ່ງອາຫານທີ່ຫຼາກຫຼາຍຂອງຊາວໜຸ່ມ ຫວຽດນາມ ທີ່ນັບມື້ນັບແທດຈິງກັບການປ່ຽນແປງຂອງການບໍລິໂພກໃນໂລກ.
ທີ່ງານວາງສະແດງ, ບັນດາວິສາຫະກິດໄດ້ຢັ້ງຢືນຄຸນນະພາບ ແລະ ທີ່ຕັ້ງຂອງອາຫານທະເລຫວຽດນາມ ໃນຕະຫຼາດສາກົນ ຜ່ານບັນດາສິນຄ້າສົ່ງອອກຕົ້ນຕໍນັບຮ້ອຍລາຍການຄື: ອາຫານທະເລແຊ່ແຂງ, ອາຫານທະເລສົດ, ກະປ໋ອງ, ອາຫານແຫ້ງ, ນ້ຳປາ... ບໍ່ພຽງແຕ່ຜ່ານການເຄື່ອນໄຫວ “ສະແດງປຸງແຕ່ງອາຫານ - ລອງອາຫານທະເລແຊບໆ”, ບັນດາວິສາຫະກິດຍັງໄດ້ຊຸກຍູ້, ຊ່ວຍໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບລົດຊາດທີ່ຫຼາກຫຼາຍ ແລະ ຄຸນນະພາບຂອງຕະຫລາດຫວຽດນາມ.
ໃນຂອບເຂດຂອງງານວາງສະແດງ, ມີວິສາຫະກິດຈາກຫຼາຍປະເທດຄື: ອາເມລິກາ, ອິນໂດເນເຊຍ, ອິນເດຍ, ຣັດເຊຍ, ຍີ່ປຸ່ນ, ຈີນແລະອື່ນໆໄດ້ວາງສະແດງບັນດາຜະລິດຕະພັນອາຫານທະເລທີ່ເປັນປົກກະຕິຂອງຕົນ.
ເປັນທີ່ຮູ້ວ່າ, ງານວາງສະແດງ Vietfish 2024 ຈະມີຫຼາຍການເຄື່ອນໄຫວການຄ້າ, ລົງນາມໃນສັນຍາຊື້ ແລະ ສະໜອງຜະລິດຕະພັນອາຫານທະເລ, ແລະ ສົມທົບກັນຍຸດທະສາດໃນຂົງເຂດລ້ຽງສິນໃນນ້ຳ ແລະ ປຸງແຕ່ງອາຫານທະເລ, ສ້າງການເຊື່ອມຕໍ່ຄຸນຄ່າແບບຍືນຍົງ...
ມິນຊວນ
ທີ່ມາ: https://www.sggp.org.vn/doanh-nghiep-thuy-san-viet-tim-kiem-co-hoi-mo-rong-thi-phan-trong-nuoc-post755067.html
(0)