ຕາມ ກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ , ລາຄາເຂົ້າສານສະເລ່ຍຂອງຫວຽດນາມສົ່ງອອກບັນລຸ 624 USD/ໂຕນ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນ, ວົງເງິນສົ່ງອອກບັນລຸກວ່າ 4,7 ຕື້ USD, ເພີ່ມຂຶ້ນ 23%.
ຕາມຂໍ້ມູນຂອງສະມາຄົມສະບຽງອາຫານຫວຽດນາມ (VFA), ລາຄາເຂົ້າຫັກ 5% ຢູ່ຫວຽດນາມ ພວມມີການຊື້ຂາຍໃນລະດັບ 538 USD/ໂຕນ ໃນກອງປະຊຸມໃນວັນທີ 14/10 ແລະ ເປັນລາຄາຕ່ຳສຸດໃນຮອບ 15 ເດືອນຜ່ານມາ. ສາເຫດສ່ວນໜຶ່ງເຊື່ອວ່າເປັນຍ້ອນຜົນກະທົບຈາກຕະຫຼາດອິນເດຍ, ເມື່ອພາຍຫຼັງການຫ້າມສົ່ງອອກມາເປັນເວລາຍາວນານ, ປະເທດນີ້ໄດ້ເປີດສາງເຂົ້າຄືນໃໝ່ ແລະ ສົ່ງອອກໄປຕະຫຼາດສາກົນເພີ່ມຂຶ້ນ. ແນວໃດກໍດີ, ກົງກັນຂ້າມກັບການຄາດຄະເນຂອງສາທາລະນະຊົນ, ວິສາຫະກິດສົ່ງອອກເຂົ້າພາຍໃນປະເທດຫຼາຍແຫ່ງໄດ້ວາງແຜນການຢ່າງຕັ້ງໜ້າ, ຫຼຸດຜ່ອນຜົນກະທົບຈາກຕະຫຼາດເຂົ້າ ໂລກ ຍ້ອນອິນເດຍຜ່ອນຄາຍນະໂຍບາຍສົ່ງອອກ, ໂດຍສຸມໃສ່ການສົ່ງອອກເຂົ້າຫອມແລະເຂົ້າທີ່ມີຄຸນນະພາບສູງ.
ແຕ່ຕົ້ນເດືອນຕຸລາຜ່ານມາ, ເຂົ້າສານຄຸນນະພາບສູງຂອງວິສາຫະກິດໄດ້ສົ່ງອອກໄປຕະຫຼາດຍີ່ປຸ່ນກວ່າ 1.000 ໂຕນ ດ້ວຍລາຄາຂາຍປະມານ 800 USD/ໂຕນ. ເຖິງວ່ານີ້ແມ່ນເຂົ້າທີ່ມີລາຄາສູງກໍ່ຕາມ, ແຕ່ວິສາຫະກິດຍັງສາມາດສົ່ງອອກຢ່າງມີປະສິດທິຜົນໃນສະພາບການແຂ່ງຂັນຍ້ອນການເຊື່ອມໂຍງເຂົ້າກັບສະຫະກອນ ແລະ ບັນດາຄອບຄົວປູກຝັງ ເພື່ອຮັບປະກັນໃຫ້ບັນດາຜະລິດຕະພັນມີຄຸນນະພາບສູງ.
ທ່ານ ເລແອງນາມ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຮ່ວມສະບຽງອາຫານ A AN, ກຸ່ມບໍລິສັດ Tan Long ໃຫ້ຮູ້ວ່າ: ລາຄາເຂົ້າຂາວແຕກ 5% ໄດ້ປັບລົງ, ແນວໃດກໍຕາມ, ສຳລັບເຂົ້າບັນດາຜະລິດຕະພັນລະດັບກາງ ແລະສູງ, ເຂົ້າຫອມບໍ່ໄດ້ຮັບຜົນກະທົບຫຼາຍປານໃດ ເພາະນີ້ເປັນຂະແໜງທີ່ແຕກຕ່າງກັນ ແລະ ມຸ່ງໄປເຖິງບັນດາຕະຫຼາດທີ່ມີຄວາມຕ້ອງການ ແລະ ຕະຫຼາດທີ່ຕ້ອງການຄຸນນະພາບສູງກວ່າ”.
ຕາມບັນດານັກຊ່ຽວຊານແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາສຳນັກງານການຄ້າຫວຽດນາມ ຢູ່ຕ່າງປະເທດ ຕ້ອງສະໜອງຂໍ້ມູນຂ່າວສານໃຫ້ບັນດາວິສາຫະກິດກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງແຕ່ລະຕະຫຼາດບັນດາຊະນິດເຂົ້າ ແລະ ລະດັບການແຂ່ງຂັນລະຫວ່າງບັນດາປະເທດສົ່ງອອກຄື: ມຽນມາ, ປາກິດສະຖານ, ອິນເດຍ. ພ້ອມກັນນັ້ນ, ກໍ່ໃຫ້ກວດກາຄືນຍອດປະລິມານເຂົ້າໃນທົ່ວປະເທດ ແລະ ສົ່ງອອກໃນເດືອນຕຸລາ, ໃຫ້ບຸລິມະສິດບັນດາສັນຍາທີ່ບັນດາວິສາຫະກິດໄດ້ລົງນາມ.
ທ່ານ ຮວ່າງຈຸງເທ໋, ນັກຊ່ຽວຊານກະສິກຳໃຫ້ຮູ້ວ່າ: “ວິສາຫະກິດຕ້ອງຕິດຕາມຂໍ້ມູນກ່ຽວກັບການພັດທະນາຕະຫຼາດ ແລະ ການປ່ຽນແປງຂອງຜູ້ບໍລິໂພກເພື່ອຊອກຫາຕະຫລາດນຳເຂົ້າເຂົ້າຂອງຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າ ຫຼາຍປະເທດໃນພາກພື້ນອາຊີ ແລະຕະຫລາດອື່ນໆຍັງຕ້ອງຊອກຫາຢູ່”.
ເຖິງວ່າລາຄາສົ່ງອອກເຂົ້າຫັກ 5% ຂອງຫວຽດນາມ ຈະຢູ່ໃນລະດັບຕ່ຳສຸດໃນຮອບ 15 ເດືອນຜ່ານມາ, ແຕ່ລາຄາເຂົ້າສານຂອງຫວຽດນາມ ສົ່ງອອກສະເລ່ຍແມ່ນ 624 USD/ໂຕນ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນ ແລະ ວົງເງິນການຄ້າ 4,7 ຕື້ USD ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນ. ສະນັ້ນ, ການຈັດວາງຂະແໜງການຜະລິດເຂົ້າທີ່ເໝາະສົມເພື່ອສົ່ງອອກແມ່ນສຳຄັນທີ່ສຸດໃນສະພາບການໃນປະຈຸບັນ.
ຕາມຂ່າວ VTV
ທີ່ມາ: https://doanhnghiepvn.vn/doanh-nhan/doanh-nghiep-ung-pho-voi-bien-dong-thi-truong-xuat-khau-gao/20241015100301728






(0)