ທ່ານ Yoon ກ່າວວ່າ ສົນທິສັນຍາດັ່ງກ່າວແມ່ນແນໃສ່ປົກປັກຮັກສາຄວາມລັບ ທາງການທະຫານ ແລະຊ່ວຍໃຫ້ "ດຳເນີນທຸລະກິດຕ່ອງໂສ້ການສະໜອງອຸດສາຫະກຳປ້ອງກັນປະເທດຢ່າງຄ່ອງແຄ້ວ". ນາຍົກລັດຖະມົນຕີ Scholz ຮຽກຮ້ອງໃຫ້ເກົາຫຼີໃຕ້ລົງທຶນໃນອຸດສາຫະກໍາຊິບຂອງເຢຍລະມັນຫຼັງຈາກໄດ້ພົບປະກັບປະທານາທິບໍດີ Yoon ທີ່ກຸງໂຊລ. ທ່ານ Scholz ຍັງໄດ້ໄປຢ້ຽມຢາມເຂດປອດທະຫານຢູ່ແຫຼມເກົາຫຼີ.
ນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. ຮູບພາບ: DPA
ທ່ານ Scholz ກ່າວວ່າ ການທົດລອງລູກສອນໄຟແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອເປັນເຄື່ອງໝາຍສະແດງໃຫ້ເຫັນວ່າ “ສະຖານະການຍັງເປັນອັນຕະລາຍ” ຢູ່ໃນແຫຼມເກົາຫຼີ. ທ່ານຮຽກຮ້ອງໃຫ້ພຽງຢາງຢຸດການທົດສອບ.
ທ່ານ Scholz ໄດ້ເດີນທາງໄປເຖິງເກົາຫລີໃຕ້ໃນວັນອາທິດວານນີ້ ຫລັງຈາກເຂົ້າຮ່ວມກອງປະຊຸມສຸດຍອດ G7 ທີ່ນະຄອນ Hiroshima ຂອງຍີ່ປຸ່ນ. ທ່ານຍັງເປັນນາຍົກລັດຖະມົນຕີເຢຍລະມັນຜູ້ທຳອິດທີ່ໄປຢ້ຽມຢາມນະຄອນຫຼວງຂອງສ.ເກົາຫຼີໃນການພົບປະສອງຝ່າຍໃນຮອບ 30 ປີ.
ການທ້າທາຍດ້ານຄວາມປອດໄພຢູ່ອິນໂດ ປາຊີຟິກ , ການປ່ຽນແປງຂອງດິນຟ້າອາກາດແລະການປະທະກັນຢູ່ອູແກຣນຂອງຣັດເຊຍແມ່ນຢູ່ໃນວາລະລະຫວ່າງຜູ້ນຳສອງທ່ານ.
ການພົວພັນດ້ານເສດຖະກິດຍັງໄດ້ຖືກກ່າວວ່າເປັນຈຸດສຸມຂອງການຢ້ຽມຢາມດັ່ງກ່າວ, ຍ້ອນເຢຍລະມັນຊອກຫາທີ່ຈະຫຼຸດຜ່ອນການເອື່ອຍອີງດ້ານເສດຖະກິດຂອງຕົນຕໍ່ຈີນແລະການຂະຫຍາຍການພົວພັນກັບປະເທດອາຊີອື່ນໆ.
ທ່ານ Scholz ກ່າວວ່າ ທ່ານຫວັງວ່າ ສ.ເກົາຫຼີ ຈະລົງທຶນເຂົ້າປະເທດຕົນເພື່ອຜະລິດຊິບ. ທ່ານກ່າວຕື່ມວ່າ, ສອງປະເທດຈະຕັ້ງໜ້າຊຸກຍູ້ການພົວພັນດ້ານການຄ້າ, ພິເສດແມ່ນດ້ານເຕັກໂນໂລຊີສູງແລະພະລັງງານສະອາດ.
ເກົາຫຼີ ເປັນພື້ນຖານເສດຖະກິດໃຫຍ່ອັນດັບ 4 ຂອງອາຊີ ຖັດຈາກຈີນ, ຍີ່ປຸ່ນ ແລະ ອິນເດຍ. ທ່ານ Yoon ຍັງໄດ້ພົບປະກັບປະທານາທິບໍດີອູແກຣນ Volodymyr Zelenskyy ທີ່ງານ G7 ທີ່ນະຄອນ Hiroshima ໃນອາທິດແລ້ວນີ້.
ທ່ານ Yoon ກ່າວໃນຄຳປາໄສທີ່ຕ້ອນຮັບທ່ານ Scholz ວ່າ "ຂ້າພະເຈົ້າຫວັງວ່າ ສ.ເກົາຫຼີ ແລະ ເຢຍລະມັນ ຈະສືບຕໍ່ຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ແລະ ມຸ່ງໄປເຖິງອະນາຄົດ, ແລະ ຮັດແໜ້ນຄວາມສາມັກຄີເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງເອີລົບ ແລະ ອາຊີ.
ນາຍົກລັດຖະມົນຕີເຢຍລະມັນຍັງໄດ້ໄປຢ້ຽມຢາມເຂດປອດທະຫານ (DMZ) ທີ່ແບ່ງແຫຼມເກົາຫຼີ. ທ່ານກ່າວວ່າ, ການຢ້ຽມຢາມເຂດຊາຍແດນແມ່ນມີຄວາມສຳຄັນແລະມີອາລົມຈິດ, ເພາະວ່າເຢຍລະມັນຍັງຖືກແບ່ງແຍກແຕ່ປີ 1949 ຫາ 1990.
ຮວ່າງນາມ (ຕາມ DW)
ທີ່ມາ
(0)