ທີ່​ການ​ພົບ​ປະ​ກັບ ​ທ່ານ​ນາຍົກລັດຖະມົນຕີ ຈີນ Li Qiang , ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ​ໄດ້​ຊົມ​ເຊີຍ​ຈີນ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ອາຍຸ​ການ 20 ​ໄດ້​ຮັບ​ຜົນສຳ​ເລັດ, ສ້າງ​ແຜນການ 5 ປີ​ຄັ້ງ​ທີ 15 ດ້ວຍ​ທິດ​ພັດທະນາ​ຄຸນ​ນະພາ​ບສູງ. ທ່ານ​ນາຍົກລັດຖະມົນຕີ ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນດາ​ຜົນງານ​ດ້ານ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​ຂອງ​ຫວຽດນາມ ​ແລະ ​ເລື່ອງ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຜັນ​ຂະ​ຫຍາຍ​ອັນ​ດີ​ງາມ ແລະ ຮອບ​ດ້ານ​ຂອງ​ການ​ພົວ​ພັນ​ຫວຽດ​ນາມ - ຈີນ.

gen h z71599246251794b4462deb87700145518800e4f0b2d75 17615430654511358752126.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ Li Qiang. ພາບ: BNG

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ 2 ຝ່າຍ​ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ປະ​ສານ​ງານ ແລະ ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ; ​ແລະ ຍົກ​ສູງ​ບົດບາດ​ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືທາງລົດໄຟເພື່ອການພັດທະນາຂອງແຕ່ລະປະເທດ, ພ້ອມທັງສະເໜີສອງຝ່າຍຊຸກຍູ້ກົນໄກຂອງຄະນະກຳມະການຮ່ວມມືທາງລົດໄຟ ຫວຽດນາມ - ຈີນ, ໃຫ້ບຸລິມະສິດສູງສຸດໃຫ້ແກ່ການຮ່ວມມືສຳຄັນນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ່​ສະ​ເໜີ​ໃຫ້​ຈີນ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ກັບ​ຫວຽດ​ນາມ​ກ່ຽວ​ກັບ​ການ​ກູ້​ຢືມ​ເງິນ​ບຸ​ລິ​ມະ​ສິດ, ການ​ຝຶກ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທາງ​ລົດ​ໄຟ ແລະ ການ​ຮ່ວມ​ມື​ໃນ​ການ​ກໍ່​ສ້າງ​ສະ​ຖານ​ທີ່​ອຸດ​ສາ​ຫະ​ກຳ​ທາງ​ລົດ​ໄຟ.

ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຕອບ​ສະ​ໜອງ​ບັນ​ດາ​ນະ​ໂຍ​ບາຍ​ດ້ານ​ພາ​ສີ ແລະ ມາດ​ຕະ​ການ​ສະ​ເພາະ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃຫ້​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງກວ່າ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ສະ​ເໜີ​ໃຫ້ ຈີນ ສືບ​ຕໍ່​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຄຸນ​ນະ​ພາບ​ສູງ​ຈາກ​ຫວຽດ​ນາມ; ສອງ​ຝ່າຍ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ປະຕູ​ຊາຍ​ແດນ​ສະຫຼາດ, ຕັ້ງໜ້າ​ສຶກສາ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ; ການ​ຮ່ວມ​ມື​ໃນ​ການ​ເຊື່ອມ​ຕໍ່​ໄຟ​ຟ້າ ແລະ ເລັ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອ...

ທ່ານ​ນາຍົກລັດຖະມົນຕີ Li Qiang ຢືນຢັນ​ວ່າ, ສະພາ​ແຫ່ງ​ລັດ​ຈີນ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ລັດຖະບານ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບສູງ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ມີ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ຈິງ​ໃຈ ​ແລະ ມີ​ລັກສະນະ​ສ້າງສັນ​ກ່ຽວ​ກັບ​ບັນຫາ​ການ​ເດີນ​ທະ​ເລ ບົນ​ຈິດ​ໃຈ​ຄວາມ​ຮັບ​ຮູ້​ຮ່ວມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຄວບ​ຄຸມ ​ແລະ ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ການພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae-myung, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມປິຕິຊົມຊື່ນທີ່ສອງປະເທດໄດ້ມີໄລຍະກວ່າ 30 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ພິເສດແມ່ນພາຍຫຼັງສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານ​ປະທານ​ປະ​ເທດ Lee Jae-myung ຢືນຢັນ​ວ່າ ສ.​ເກົາຫຼີ ຍາມ​ໃດ​ກໍ່​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຢູ່​ພາກ​ພື້ນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ຫວຽດນາມ ​ໃນ​ໄລຍະ​ພັດທະນາ​ໃໝ່.

1 17615517021451773678625.jpg
ທ່ານ​ປະ​ທານ​ປະ​ເທດ Lee Jae-myung: ສ​ເກົາຫຼີ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຫວຽດ​ນາມ ໃນ​ການ​ເດີນ​ທາງ​ຄັ້ງ​ຕໍ່​ໄປ. ພາບ: BNG

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຮັບ​ຮູ້​ວິ​ໄສ​ທັດ​ຂອງ​ການ​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກໍາ​ແລະ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ເປັນ​ເສົາ​ຄ້ຳ​ໃໝ່​ໃນ​ການ​ພົວ​ພັນ; ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ການ​ພົບ​ປະ​ແລກປ່ຽນ​ຢູ່​ທ້ອງ​ຖິ່ນ.

2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຫວຽດນາມ ສະໜັບສະໜູນ ສປປ.ເກົາຫຼີ ຈັດຕັ້ງກອງປະຊຸມສຸດຍອດ APEC 2025 ສຳເລັດຜົນ ແລະ ສປປ.ເກົາຫຼີ ສະໜັບສະໜູນ ແລະ ປາດຖະໜາຢາກແບ່ງປັນປະສົບການກັບ ຫວຽດນາມ ໃນການຈັດຕັ້ງປີ APEC 2027 ສຳເລັດຜົນ.

ການ​ພົບ​ປະ​ກັບ ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Prabowo Subianto , ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຈຳກັດ​ການ​ນຳ​ໃຊ້​ສິ່ງ​ກີດຂວາງ​ດ້ານ​ເຕັກນິກ​ຕໍ່​ສິນຄ້າ​ຂອງ​ກັນ.

ທ່ານປະທານາທິບໍດີ Prabowo Subianto ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ເຫັນດີສະໜັບສະໜູນ ສະຫະພາບ ເອີລົບ (EU) ໃນທັນທີ ຖອນໃບເຫຼືອງໃຫ້ແກ່ການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບການ (IUU).

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປະມົງ ​ແລະ ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2024, ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ພັດທະນາ​ຂະ​ແໜງ​ການ​ປະມົງ ​ແລະ ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ.

ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon , ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ ປີ 2025 ແມ່ນປີສຳຄັນພິເສດຂອງ 2 ປະເທດ ເມື່ອ ຫວຽດນາມ - ນິວຊີແລນ, ອາຊຽນ - ນິວຊີແລນ ສົມທົບກັນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຄູ່ຮ່ວມມື, ພ້ອມທັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

img4061 17615305466651213209451.jpg
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Christopher Luxon. ພາບ: VGP

ທ່ານນາຍົກລັດຖະມົນຕີ Christopher Luxon ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນຖານະຜູ້ປະສານງານການພົວພັນ ອາຊຽນ - ນິວຊີແລນ ໄລຍະ 2024 – 2027 ຕໍ່ກັບຜົນສຳເລັດລວມຂອງກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ນິວຊີແລນ. ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງ ນິວຊີແລນ ໃນພາກພື້ນ ແລະ ນິວຊີແລນ ພ້ອມແລ້ວທີ່ຈະໜູນຊ່ວຍໃນຂົງເຂດຕົວຈິງຕາມຄວາມຕ້ອງການຂອງຫວຽດນາມ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ຈະ​ສຳ​ເລັດ​ການ​ຜັນ​ຂະຫຍາຍ​ໂດຍ​ໄວ ​ແລະ ລົງ​ນາມ​ໃນ​ໂຄງການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ນິວຊີ​ແລນ ໄລຍະ 2025-2030 ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະ​ເພາະ, ມີ​ກຳນົດ​ເວລາ ​ແລະ ​ແຫຼ່ງກຳລັງ​ທີ່​ຈະ​ແຈ້ງ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ຕ້ອງ​ມີ​ບັນດາ​ມາດ​ຕະການ​ບຸກທະລຸ​ກວ່າ​ອີກ​ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 3 ຕື້ USD ​ໃນ​ປີ 2026. ທ່ານ​ນາຍົກລັດຖະມົນຕີ Pham Minh Chinh ຂອບ​ໃຈ ​ແລະ ປາດ​ຖະໜາ​ວ່າ ນິວຊີ​ແລນ ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA), ໜູນ​ຊ່ວຍ​ດ້ານ​ພາສາ​ອັງກິດ ​ແລະ ການ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຂອງ ຫວຽດນາມ...

ທີ່ມາ: https://vietnamnet.vn/prime Minister-pham-minh-chinh-gap-prime Minister-trung-quoc-tong-thong-han-quoc-2456790.html