
ຫວຽດນາມ ພວມກາຍເປັນໃຈກາງຍຸດທະສາດ ເສດຖະກິດ ຂອງພາກພື້ນ.
ໃນຄຳປາໄສຫຼ້າສຸດ, ທ່ານປະທານ EuroCham Bruno Jaspaert ໄດ້ຕີລາຄາວ່າ: ຫວຽດນາມບໍ່ແມ່ນການແຂ່ງຂັນດ້ວຍຕົ້ນທຶນຕ່ຳອີກແລ້ວ ແຕ່ພວມເພີ່ມຂຶ້ນດ້ວຍຄຸນນະພາບ ແລະ ຄວາມຍືນຍົງ. ທ່ານກ່າວວ່າ, ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດເອີລົບໄດ້ບັນລຸລະດັບສູງໃນຮອບ 3 ປີ, ໃນນັ້ນ 76% ຜູ້ນຳລ້ວນແຕ່ສະເໜີໃຫ້ຫວຽດນາມເປັນຈຸດໝາຍລົງທຶນ. HSBC ແລະ Standard Chartered ຫາກໍ່ຍົກການຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ໃນປີ 2025. IMF, WB ແລະ ADB ກໍ່ໄດ້ພ້ອມກັນດັດປັບການຄາດຄະເນເພີ່ມຂຶ້ນ, ຢືນຢັນວ່າ ຫວຽດນາມ ແມ່ນຈຸດສະຫວ່າງທີ່ຫາຍາກໃນພາກພື້ນ. ບັນດາອົງການຈັດຕັ້ງສາກົນເຊື່ອໝັ້ນວ່າ ດ້ວຍຊ່ອງຫວ່າງການເງິນທີ່ເຂັ້ມແຂງ ແລະ ນະໂຍບາຍທີ່ຄ່ອງຕົວ, ຫວຽດນາມ ສາມາດບັນລຸ ຫຼື ລື່ນກາຍຄາດໝາຍເຕີບໂຕ 8% ໃນປີນີ້.
ທ່ານປະທານ EuroCham ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຢືດຢຸ່ນ ແລະ ຄວາມສາມາດປັບຕົວສູງໃນການຄຸ້ມຄອງເສດຖະກິດໃນສະພາບການຜັນແປຫລາຍຢ່າງໃນສະພາບການໂລກ.
ຕາມທ່ານແລ້ວ, ຄວາມມານະພະຍາຍາມເຮັດໃຫ້ຂັ້ນຕອນການບໍລິຫານງ່າຍດາຍ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ເລັ່ງລັດພັດທະນາພື້ນຖານໂຄງລ່າງໃນຊຸມປີມໍ່ໆມານີ້ ໄດ້ນຳມາເຊິ່ງບັນດາໝາກຜົນຢ່າງຈະແຈ້ງ. ໂດຍສະເພາະ, ການປະຕິຮູບວີຊາແລະໃບອະນຸຍາດເຮັດວຽກໄດ້ຮັບການຕີລາຄາສູງໂດຍທຸລະກິດເອີຣົບ - ເກືອບເຄິ່ງຫນຶ່ງຂອງທຸລະກິດໃນການສໍາຫຼວດ BCI ປະຈໍາໄຕມາດທີ່ຜ່ານມາໄດ້ບັນທຶກການປັບປຸງໃນທາງບວກ.
ພ້ອມທັງຕີລາຄາສູງວິໄສທັດອັນຍາວນານຂອງລັດຖະບານກ່ຽວກັບການພັດທະນາແບບຍືນຍົງ, ການຫັນເປັນດີຈີຕອນ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງເປີດກ້ວາງການເຈລະຈາກັບພາກເອກະຊົນ. “EuroCham ມີຄວາມພາກພູມໃຈທີ່ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃກ້ຊິດທີ່ສຸດຂອງລັດຖະບານຫວຽດນາມ ໃນຂະບວນການນີ້”.
ຕົວຢ່າງທີ່ຈິງແລ້ວແມ່ນການຢ້ຽມຢາມຂອງຄະນະກຳມະການການຄ້າ ແລະ ຄວາມໝັ້ນຄົງເສດຖະກິດເອີລົບ Maros Sefcovic ໄປ ຮ່າໂນ້ຍ ໃນທ້າຍເດືອນກັນຍາ. ທີ່ການເຈລະຈາຂັ້ນສູງ, 2 ຝ່າຍໄດ້ເຫັນດີສ້າງຕັ້ງບັນດາຄະນະປະຕິບັດງານເພື່ອແກ້ໄຂບັນດາຂໍ້ຄົງຄ້າງດ້ານໂຄງສ້າງໂດຍໄວ, ສະແດງໃຫ້ເຫັນຄວາມມຸ່ງໝັ້ນໃນການຮ່ວມມືບໍ່ພຽງແຕ່ໃນລະດັບນະໂຍບາຍເທົ່ານັ້ນ ຫາກຍັງໃນການປະຕິບັດ ແລະ ການເຄື່ອນໄຫວອີກດ້ວຍ.
ຕາມທ່ານ Jaspaert ແລ້ວ, ການເຄື່ອນໄຫວຂອງລັດຖະບານ ຫວຽດນາມ ພວມຫັນປ່ຽນຈາກໄລຍະວາງແຜນໄປສູ່ໄລຍະປະຕິບັດ, ໂດຍສຸມໃສ່ຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ບັນດາໝາກຜົນຕົວຈິງ.
ທ່ານກ່າວວ່າ, ເຖິງວ່າຍັງມີສິ່ງທ້າທາຍບາງຢ່າງຄືຄວາມແຕກຕ່າງໃນການປະຕິບັດລະຫວ່າງບັນດາທ້ອງຖິ່ນ ຫຼື ຂາດຂອບກົດໝາຍທີ່ເປັນເອກະພາບກ່ຽວກັບພະລັງງານທົດແທນ ແລະ ນຳໃຊ້ທີ່ດິນ, ຄວາມຕັດສິນໃຈຂອງຫວຽດນາມ ໃນການປັບປຸງແມ່ນຈະແຈ້ງທີ່ສຸດ.
“ໃນຖານະເປັນຄົນທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ເປັນເວລາກວ່າ 8 ປີ, ຂ້າພະເຈົ້າສາມາດຢັ້ງຢືນໄດ້ວ່າ ຈິດໃຈຮັບເອົາ ແລະ ຕັ້ງໜ້າຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ແມ່ນເຫດຜົນເຮັດໃຫ້ບັນດານັກລົງທຶນຢູ່ຍາວນານ.
ທີ່ມາ: https://vtv.vn/eurocham-viet-nam-dang-duy-tri-da-phuc-hoi-on-dinh-100251104213939456.htm






(0)