ທີ່ກອງປະຊຸມ, ທ່ານ ໂຮ່ຈີມິນ ປະທານສະມາຄົມຊາວກະສິກອນແຂວງ ດັກນົງ ໄດ້ຕີລາຄາການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ແລະ ຜັນຂະຫຍາຍບັນດາໜ້າທີ່ຂອງສະມາຄົມໃນໄລຍະຈະມາເຖິງ.
ຜູ້ຕາງໜ້າກຸ່ມບໍລິສັດເຄມີ ດັກຈຽງ ແນະນຳວິທີການຈຳແນກຝຸ່ນແທ້ ແລະ ປອມ; ເຕັກນິກການປູກຝັງ, ວິທີການນໍາໃຊ້ຝຸ່ນໃນຂັ້ນຕອນການຂະຫຍາຍຕົວຂອງແຕ່ລະປະເພດພືດທີ່ມີອາຍຸຫລາຍປີ.
ພາຍຫຼັງກອງປະຊຸມ, ຊາວກະສິກອນຢູ່ເມືອງ ດັກຊົ້ງ ທີ່ມີຄວາມຕ້ອງການຈະຂຶ້ນທະບຽນຊື້ຝຸ່ນໃນໄລຍະຊຳລະເພື່ອຜະລິດຜ່ານສະມາຄົມຊາວກະສິກອນທ້ອງຖິ່ນ.
ກອງປະຊຸມເພື່ອແນໃສ່ຊ່ວຍໃຫ້ຊາວກະສິກອນຫຼີກລ່ຽງການຊື້ຝຸ່ນປອມ, ຝຸ່ນທີ່ມີຄຸນນະພາບບໍ່ຮູ້ຈັກກຳເນີດ; ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂໃຫ້ຊາວກະສີກອນຊື້ຝຸ່ນທີ່ມີຄຸນນະພາບໃນລາຄາໂຮງງານ, ແລະ ຈ່າຍເງິນບໍ່ເທົ່າໃດເດືອນພາຍຫຼັງໄດ້ຮັບສິນຄ້າໂດຍບໍ່ໄດ້ດອກເບັ້ຍ, ປະກອບສ່ວນຍົກສູງສະມັດຕະພາບ, ຜະລິດຕະພັນ, ເພີ່ມລາຍຮັບຂອງຄອບຄົວ.
ທີ່ມາ: https://baodaknong.vn/dak-song-gan-100-hoi-vien-tham-gia-dich-vu-phan-bon-duc-giang-243832.html
(0)