ໃນໄລຍະປູກກາເຟ 2024-2025, ຢູ່ບັນດາຕາແສງເຂດພູດອຍແຂວງ ກວ໋າງຈີ , ອາກາດບໍ່ສະດວກໃນຕົ້ນລະດູການ, ສະນັ້ນ ຜົນຜະລິດກາເຟຂອງປີນີ້ບໍ່ສູງ. ເຖິງຢ່າງໃດກໍຕາມ, ປີນີ້ລາຄາສູງເປັນພິເສດ, ຜູ້ປູກກາເຟຢູ່ເຂດພູດອຍກວາງຈີ້ຮູ້ສຶກຕື່ນເຕັ້ນຫຼາຍ. ຫຼາຍຄອບຄົວຫາເງິນໄດ້ຫຼາຍຕື້ດົ່ງ.
ມາຮອດຈຸດເວລານີ້, ປະຊາຊົນຢູ່ເຂດພູດອຍໄດ້ເກັບກ່ຽວກາເຟປະມານ 70%. ແຕ່ລະປີ, ລາຄາກາເຟພຽງແຕ່ 10.000 – 20.000 ດົ່ງ/ກິໂລ ໝາກໄມ້ສົດ. ປີນີ້ໄດ້ເພີ່ມຂຶ້ນເປັນ 30.000 – 35.000 ດົ່ງ/ກິໂລໝາກໄມ້ສົດ.
ປະຈຸບັນ, ແຂວງກວາງຈີ້ມີເນື້ອທີ່ປູກກາເຟກວ່າ 3.700 ເຮັກຕາ, ຄາດຄະເນວ່າຈະໄດ້ຮັບຜົນຜະລິດປະມານ 12 ໂຕນ/ເຮັກຕາ ແລະ ຄາດວ່າຈະໄດ້ໝາກໄມ້ສົດ 40.000 – 45.000 ໂຕນ.
ທ່ານ ຫງວຽນແອງກູ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ແຄ໋ງຮ່ວາ, ແຂວງ ກວາງຈີ້ ໃຫ້ຮູ້ວ່າ: “ທ້ອງຖິ່ນພວມວາງແຜນກຳນົດເຂດຜະລິດຄືນໃໝ່, ໂດຍສະເພາະແມ່ນຕົ້ນກາເຟ, ຂະຫຍາຍພັນ, ລະດົມປະຊາຊົນ, ພິເສດແມ່ນແນະນຳເຕັກນິກ, ເຕັກໂນໂລຊີໃນການດູແລ ແລະ ຜະລິດຕົ້ນກາເຟໃຫ້ແກ່ປະຊາຊົນ, ກໍ່ສ້າງສະຫະກອນ ແລະ ຕ່ອງໂສ້ເຊື່ອມໂຍງເຂົ້າໃນການຮັບປະກັນການຜະລິດກາເຟແບບຍືນຍົງ”.
ກວາງຈີ້ ພວມຊຸກຍູ້ການພັດທະນາກາເຟປອດສານພິດ ແລະ ກາເຟພິເສດ ເພື່ອເພີ່ມມູນຄ່າ ແລະ ນຳຍີ່ຫໍ້ ກາເຟ Khe Sanh ອອກສູ່ຕະຫຼາດສາກົນໃນໄລຍະຈະມາເຖິງ.
ທີ່ມາ: https://vtv.vn/gia-ca-phe-cao-nhat-tu-truoc-den-nay-100251204100302978.htm






(0)