
ສະເພາະ, ຍອດຜະລິດຕະພັນພາຍໃນແຂວງ (GRDP) ໃນ 9 ເດືອນ ຄາດຄະເນບັນລຸເກືອບ 65.500 ຕື້ດົ່ງ, ເພີ່ມຂຶ້ນ 10,15% ເມື່ອທຽບໃສ່ໄລຍະດຽວກັນ. ຍອດລາຍຮັບງົບປະມານແຫ່ງລັດຄາດຄະເນບັນລຸກວ່າ 24.520 ຕື້ດົ່ງ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ 66% ຂອງການມອບໝາຍຂອງແຂວງ.
ໂດຍສະເພາະການເຄື່ອນໄຫວຜະລິດອຸດສາຫະກຳໃນ 9 ເດືອນຕົ້ນປີ 2025 ບັນລຸໄດ້ໝາກຜົນດີຫຼາຍຢ່າງ, ຍ້ອນໄດ້ຮັບຄວາມໄດ້ປຽບດ້ານຊັບພະຍາກອນ, ກຳລັງແຮງງານທີ່ອຸດົມສົມບູນ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ບັນດາຜະລິດຕະພັນອຸດສາຫະກຳຕົ້ນຕໍບັນລຸລະດັບເຕີບໂຕທີ່ດີເມື່ອທຽບໃສ່ໄລຍະດຽວກັນ.
GRDP ໃນ 9 ເດືອນຕົ້ນປີ 2025, ແຂວງ ກວາງນາມ ໄດ້ຈັດອັນດັບທີ 1/6 ແຂວງ, ນະຄອນຢູ່ເຂດພູດອຍພາກກາງພາກໃຕ້, ແລະ 5/34 ແຂວງ, ນະຄອນໃນທົ່ວປະເທດ.
ນີ້ແມ່ນພື້ນຖານອັນສຳຄັນເພື່ອໃຫ້ແຂວງ ກວາງຫງາຍ ສູ້ຊົນປະຕິບັດບັນດາຄາດໝາຍສູ້ຊົນໄລຍະ 2025 ແລະ ຕະຫຼອດໄລຍະ 2021 – 2025.
ທີ່ມາ: https://quangngaitv.vn/grdp-9-thang-nam-2025-quang-ngai-dan-dau-06-tinh-thanh-pho-vung-nam-trung-bo-va-tay-nguyen-6508766.html
(0)