ກປ.ອອນໄລ - ຕອນເຊົ້າວັນທີ 24 ສິງຫາ, ໃນລະດູໃບໄມ້ປົ່ງ ຂອງຮ່າໂນ້ຍ , ປະຊາຊົນບັນດາເຜົ່າໄດ້ສືບຕໍ່ໄປຢ້ຽມຢາມງານວາງສະແດງຮູບພາບ “ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ” ຢູ່ສໍານັກງານໃຫຍ່ຂອງກົມບັນນາທິການໜັງສືພິມ ເຍີນແດນ (ຖະໜົນ 71 ຖະໜົນ ຮ່ວານກ໋ຽມ, ຮ່າໂນ້ຍ). ງານວາງສະແດງໄດ້ສະແດງຮູບພາບທີ່ປະທັບໃຈ 44 ແຜ່ນກ່ຽວກັບຊີວິດ ແລະ ການເຮັດວຽກຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຜ່ານໄລຍະ ແລະ ໃນຫຼາຍຂົງເຂດ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນໄດ້ຫວນຄືນບັນດາຮູບພາບອັນລ້ຳຄ່າຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນຕະຫຼອດຫຼາຍປີທີ່ເຮັດວຽກ.
ທີ່ມາ: https://nhandan.vn/trien-lam-anh-tong-bi-thu-nguyen-phu-trong-hinh-anh-dung-di-cua-nha-lanh-dao-post826592.html






(0)