ກົມພາສີໄດ້ອອກແຈ້ງການຊີ້ນຳດ່ານພາສີຢູ່ດ່ານຊາຍແດນ ແລະ ດ່ານນອກດ່ານຊາຍແດນ ເລັ່ງປະຕິບັດມາດຕະການສະໜັບສະໜູນການເກັບກູ້ສິນຄ້າຊ່ວຍເຫຼືອສຸກເສີນໃຫ້ບັນດາແຂວງພາກກາງທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງຍ້ອນພະຍຸແລະໄພນ້ຳຖ້ວມ...
ຕາມນັ້ນແລ້ວ, ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການເກັບກູ້ສິນຄ້າຊ່ວຍເຫຼືອສຸກເສີນ, ກອງພາສີປະຕິບັດການຂົນສົ່ງເຄື່ອງຊ່ວຍເຫຼືອໃນວັນດຽວກັນ, ຮັບປະກັນການຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງທ້ອງຖິ່ນທີ່ປະສົບໄພທຳມະຊາດຢ່າງທັນການ.
ບັນດາໜ່ວຍໄດ້ພ້ອມກັນສ້າງໜ່ວຍງານຊ່ວຍເຫຼືອທີ່ມີວິຊາສະເພາະເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆທີ່ເກີດຂຶ້ນໂດຍກົງ ແລະ ວ່ອງໄວ, ຫຼີກເວັ້ນການຊັກຊ້າໃນຂະບວນການຮັບ ແລະ ສົ່ງເຄື່ອງບັນເທົາທຸກໃຫ້ແກ່ພີ່ນ້ອງຮ່ວມຊາດ.
ກົມພາສີໄດ້ຢືນຢັນວ່າຈະສືບຕໍ່ສົມທົບ ແລະ ສ້າງທຸກເງື່ອນໄຂໃຫ້ບັນດາເຄື່ອງບັນເທົາທຸກເຂົ້າເຖິງປະຊາຊົນໂດຍໄວ, ປະກອບສ່ວນໜູນຊ່ວຍການຟື້ນຟູຜົນສະທ້ອນຈາກພາຍຸ ແລະ ໄພນ້ຳຖ້ວມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດປະສົບໄພ.
ທີ່ມາ: https://vtv.vn/hoa-toc-thong-quan-hang-vien-tro-khan-cap-toi-vung-lu-100251125153838089.htm






(0)