ການເຮັດວຽກລະຫວ່າງທ່ານລັດຖະມົນຕີ Nguyen Hong Dien ແລະ ທ່ານ Jeffrey Perlman - ປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ.
ຕາມຂໍ້ມູນຂອງ ກະຊວງອຸດສາຫະກຳການຄ້າແລ້ວ , ໃນການຢ້ຽມຢາມອາເມລິກາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮົ່ງດ່ຽນ ໄດ້ມີການພົບປະກັບທ່ານ Jeffrey Perlman, ປະທານກອງທຶນລົງທຶນ Warburg Pincus, ປະທານສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC).
ທີ່ການພົບປະ, ທ່ານລັດຖະມົນຕີ Nguyen Hong Dien ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມື ດ້ານເສດຖະກິດ - ການຄ້າ ຫວຽດນາມ - ອາເມລິກາ ໃນໄລຍະມໍ່ໆມານີ້, ແລະ ຢືນຢັນວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນຂອງ ຫວຽດນາມ. ທ່ານລັດຖະມົນຕີເນັ້ນໜັກວ່າ: ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດນັບມື້ນັບແໜ້ນແຟ້ນ, ປະກອບສ່ວນສ້າງທ່າໄດ້ປຽບໃນການແຂ່ງຂັນ, ຊຸກຍູ້ການພັດທະນາແບບຍືນຍົງ, ສອດຄ່ອງກັບທິດສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງຂອງຫວຽດນາມ.
ທ່ານລັດຖະມົນຕີ ຮຽກຮ້ອງ USABC ແລະ ປະຊາຄົມວິສາຫະກິດ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດການເຈລະຈາສັນຍາການຄ້າເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ທ່າແຮງ, ການລົງທຶນ ແລະ ກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ ໃຫ້ແກ່ບັນດາຄູ່ຮ່ວມມື ອາເມລິກາ.
ຢູ່ຝ່າຍ USABC, ທ່ານ Jeffrey Perlman ໄດ້ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງພັດທະນາເສດຖະກິດຂອງຫວຽດນາມ ແລະ ຢືນຢັນວ່າ ຫວຽດນາມ ປະຈຸບັນແມ່ນຕະຫຼາດໃຫຍ່ອັນດັບສອງຂອງ Warburg Pincus ຢູ່ ອາຊີ. ທ່ານກ່າວວ່າ, ທ່ານ Warburg Pincus ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ຫວຽດນາມ ແລະ ຈະມີການເຄື່ອນໄຫວສະໜັບສະໜູນຫວຽດນາມ ໃນການຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ 2 ຝ່າຍ.
ທ່ານ Perlman ກໍ່ໃຫ້ຮູ້ວ່າ: ໃນໄວໆນີ້ ຈະສົມທົບກັບທ່ານລັດຖະມົນຕີການຄ້າ Howard Lutnick, ລັດຖະມົນຕີກະຊວງການເງິນ Scott Bessent ແລະ ຜູ້ຕາງໜ້າການຄ້າ ອາເມລິກາ (USTR) Jamieson Greer ສະເໜີ 3 ເນື້ອໃນຄື: “USABC ສະໜັບສະໜູນສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນເອກະພາບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມືກັບ ອາຊຽນ - ພາກພື້ນທີ່ມີບົດບາດສຳຄັນໃນດ້ານການຄ້າ. ການພົວພັນລະຫວ່າງເສດຖະກິດທີ່ພັດທະນາຄືອາເມລິກາ ແລະ ເສດຖະກິດໃນໄລຍະຕົ້ນຂອງການພັດທະນາຄືຫວຽດນາມ, ຕ້ອງໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ແລະ ຮອບດ້ານ.”
2 ຝ່າຍຍັງໄດ້ປຶກສາຫາລືບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຄື: ພະລັງງານ, ອຸດສາຫະກຳ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ການຂົນສົ່ງ ແລະ ພັດທະນາລະບົບຕ່ອງໂສ້ການສະໜອງ. USABC ໃຫ້ຄຳໝັ້ນສັນຍາຈະສືບຕໍ່ພ້ອມກັບຫວຽດນາມ ໃນຄວາມມານະພະຍາຍາມຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະ ການພັດທະນາແບບຍືນຍົງ.
ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນຮົ່ງດິ່ງ ໄດ້ມີການເຮັດວຽກກັບບັນດາການນຳຂອງສະມາຄົມເຄື່ອງແຕ່ງກາຍ ແລະ ເກີບໜັງ ອາເມລິກາ (AAFA) ແລະ ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຂອງ ອາເມລິກາ ຄື Gap, Levis Strauss, Harnes Brands, Under Amour...
ທີ່ການພົບປະ, ທ່ານລັດຖະມົນຕີ Nguyen Hong Dien ໄດ້ຮຽກຮ້ອງບັນດາສະມາຄົມ ແລະ ບໍລິສັດໃຫຍ່ຂອງອາເມລິກາທີ່ມີອິດທິພົນຢ່າງແຮງຊ່ວຍໃຫ້ຄຳເຫັນແກ່ອຳນາດການປົກຄອງ Trump ເພື່ອແນໃສ່ສົ່ງສານຫວຽດນາມ.
ພິເສດ: “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອາເມລິກາ ລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ສະນັ້ນ, ການຮ່ວມມືກັບ ຫວຽດນາມ ຈະນຳມາເຊິ່ງຜົນປະໂຫຍດຍຸດທະສາດໄລຍະຍາວ, ປະກອບສ່ວນປັບປຸງການດຸ່ນດ່ຽງການຄ້າໃຫ້ມີຄວາມຍຸຕິທຳ, ສາມັກຄີ ແລະ ຍືນຍົງລະຫວ່າງ 2 ປະເທດ.
ຫວຽດນາມ ຕ້ອງຖືເປັນຄູ່ຮ່ວມມືດ້ານການຄ້າບຸລິມະສິດຂອງອາເມລິກາ. ຫວຽດນາມ ຮຽກຮ້ອງ ອາເມລິກາ ສົມທົບກັບ ຫວຽດນາມ ແກ້ໄຂບັນດາບັນຫາເສດຖະກິດການຄ້າໃນປະຈຸບັນ, ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດໂດຍໄວ, ຖອນຫວຽດນາມ ອອກຈາກບັນຊີລາຍຊື່ D1 ແລະ D3 ທີ່ຈຳກັດການສົ່ງອອກບັນດາຜະລິດຕະພັນເຕັກໂນໂລຢີສູງ. ສິ່ງດັ່ງກ່າວຈະປະກອບສ່ວນນຳຜົນປະໂຫຍດຕົວຈິງໃຫ້ທັງສອງປະເທດທັງໃນໄລຍະສັ້ນ ແລະ ຍາວນານ.
ເນດທູ
ທີ່ມາ: https://baophapluat.vn/hoi-dong-kinh-doanh-hoa-ky-asean-ung-ho-mot-thoa-thuan-thuong-mai-can-bang-hai-hoa-viet-nam-hoa-ky-post551379.html
(0)