ງານວາງສະແດງປຶ້ມຫວຽດນາມ ໄດ້ແນະນຳປຶ້ມຫຼາຍປະເພດຄື: ຈິດໃຈ, ທຸລະກິດ, ການຕະຫຼາດ, ປຶ້ມເດັກນ້ອຍ, ກາຕູນ, ວັນນະຄະດີ, ປະຫວັດສາດ, ວັດທະນະທຳ, ວິທະຍາສາດ ...
ໃນລະຫວ່າງວັນທີ 13 – 17 ມີນາ, ຢູ່ຖະໜົນປື້ມນະຄອນ ໂຮ່ຈີມິນ, ງານຕະຫຼາດນັດປື້ມຂ້າມຊາດຫວຽດນາມ ໄດ້ໄຂຂຶ້ນດ້ວຍຫົວຂໍ້ເຜີຍແຜ່ຄວາມຮູ້-ແບ່ງປັນຄວາມຝັນ ດ້ວຍການເຂົ້າຮ່ວມຂອງ 6 ຫົວໜ່ວຍພິມຈຳໜ່າຍທີ່ມີຊື່ສຽງໂດ່ງດັງໃນປະຈຸບັນ, ລວມມີ: ສຳນັກງານພິມຈຳໜ່າຍ Tre, Nha Nam, Dinh Ti, Thai Ha Books, Saigon Books ແລະ Minh Long Books.
ຫຼາຍກວ່າ 16,000 ຫົວຖືກສະແດງໃນລາຄາພິເສດຈາກບັນດາຫົວໜ່ວຍທີ່ເຂົ້າຮ່ວມ. ວຽກງານສ່ວນຫຼາຍແມ່ນແນໃສ່ຜູ້ອ່ານໄວໜຸ່ມ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ຜູ້ອ່ານໄດ້ເຂົ້າເຖິງຫົວເລື່ອງໃໝ່ຈາກບັນດາຫົວໜ່ວຍໃນລາຄາພິເສດ.
ງານວາງສະແດງປຶ້ມຫວຽດນາມ ໄດ້ແນະນຳປຶ້ມຫຼາຍປະເພດຄື: ຈິດໃຈ, ທຸລະກິດ, ການຕະຫຼາດ, ປຶ້ມເດັກນ້ອຍ, ກາຕູນ, ວັນນະຄະດີ, ປະຫວັດສາດ, ວັດທະນະທຳ, ວິທະຍາສາດ...
ພິເສດ, ງານວາງສະແດງປຶ້ມຍັງໄດ້ຈັດຕັ້ງໂຄງການຮ່ວມມືກໍ່ສ້າງຫໍສະໝຸດຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ບາຢາງ (ເມືອງ ຮ່ວາງຮ່ວາ, ແຂວງ ກວາງຈີ້ ). ຜູ້ອ່ານສາມາດນຳເອົາປຶ້ມຂອງເດັກນ້ອຍ, ວັນນະຄະດີ, ທັກສະ, ປຶ້ມອ້າງອີງ... ດ້ວຍຄຸນນະພາບນຳໃຊ້, ເໝາະສຳລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມ, ງານຕະຫຼາດນັດປຶ້ມຈະມອບໃຫ້ໂຮງຮຽນ.
QUYNH YEN
ທີ່ມາ






(0)