ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນເພື່ອປຶກສາຫາລື, ໄຈ້ແຍກ, ຕີລາຄາສະພາບການໃນປະຈຸບັນ ແລະ ບາງມາດຕະການໜູນຊ່ວຍດ້ານກົດໝາຍໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ເງ້ອານ ; ສະນັ້ນ ສະເໜີບາງຮູບແບບການໜູນຊ່ວຍດ້ານກົດໝາຍທີ່ເໝາະສົມສຳລັບວິສາຫະກິດຂະໜາດກາງ ແລະ ນ້ອຍຂອງແຂວງ ເງ້ອານ.

ເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນກອງປະຊຸມມີຜູ້ຕາງໜ້າບັນດາ ນັກວິທະຍາສາດ , ນັກຊ່ຽວຊານຂອງບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຫວຽດນາມ; ບັນດານັກວິທະຍາສາດ, ຜູ້ຈັດການຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ເຫງະອານ, ພະແນກຍຸຕິທຳແຂວງ ເງ້ອານ, ສະມາຄົມວິສາຫະກິດແຂວງ ເງ້ອານ, ຫ້ອງການກົດໝາຍ, ສະມາຄົມທະນາຍຄວາມ ແລະ ບັນດາພະແນກການ, ສາຂາແຂວງ.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນບັນດາເນື້ອໃນກ່ຽວກັບບັນຫາ: ຕີລາຄາສະພາບການໜູນຊ່ວຍດ້ານກົດໝາຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງແຂວງ ເງ້ອານ; ສະເໜີບາງວິທີແກ້ໄຂເພື່ອໜູນຊ່ວຍດ້ານກົດໝາຍໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ເງ້ອານ.


ການແລກປ່ຽນ ແລະ ປະສົບການທີ່ກອງປະຊຸມຈະປະກອບສ່ວນປັບປຸງບັນດາມາດຕະການໜູນຊ່ວຍດ້ານກົດໝາຍໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ເງ້ອານ ໃນໄລຍະຈະມາເຖິງ, ເພື່ອໜູນຊ່ວຍກໍ່ສ້າງ ແລະ ພັດທະນາປະຊາຄົມວິສາຫະກິດຂອງແຂວງໃຫ້ເຂັ້ມແຂງ./.
ທີ່ມາ: https://baonghean.vn/hoi-thao-khoa-hoc-giai-phap-ho-tro-phap-ly-cho-doanh-nghiep-nho-va-vua-tren-dia-ban-tinh-nghe-an-10301245.html






(0)