ເຜີຍແຜ່ກົດລະບຽບການສອບເສັງໃນການສອບເສັງທິດສະດີໃຫ້ຜູ້ສະໝັກ.

ການແຂ່ງຂັນແມ່ນສະຖານທີ່ໃຫ້ກຽດແກ່ອາຊີບການຕ້ອນຮັບ, ພ້ອມດຽວກັນນັ້ນກໍ່ຢັ້ງຢືນຄວາມມຸ່ງໝັ້ນຂອງຂະແໜງ ທ່ອງທ່ຽວ ເຫ້ວ ໃນການກໍ່ສ້າງທິມງານດ້ວຍແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເປັນມືອາຊີບ, ມີຫົວຄິດປະດິດສ້າງ ແລະ ອຸດົມສົມບູນທາງດ້ານວັດທະນະທຳ.

ການແຂ່ງຂັນປີນີ້ໄດ້ເຕົ້າໂຮມຜູ້ເຂົ້າແຂ່ງຂັນທັງໝົດ 33 ຄົນ ຈາກ 20 ໂຮງແຮມ 3 ດາວ, 4 ດາວ ແລະ 5 ດາວ ເພື່ອສ້າງບັນຍາກາດການແຂ່ງຂັນຢ່າງຄຶກຄື້ນ ແລະ ເປັນມືອາຊີບ.

ການປະກວດປະກອບມີ 2 ພາກ, ໃນນັ້ນ 30% ໄດ້ມາຈາກພາກທິດສະດີ ແລະ 70% ໄດ້ມາຈາກພາກປະຕິບັດ. ການ​ປະ​ກວດ​ບໍ່​ພຽງ​ແຕ່​ທົດ​ສອບ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ດ້ານ​ອາ​ຊີບ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກ​ຍູ້​ໃຫ້​ຄວາມ​ປະ​ດິດ​ສ້າງ, ຄວາມ​ກ້າ​ຫານ ແລະ ແບບ​ວິ​ຊາ​ຊີບ​ຂອງ​ຜູ້​ເຂົ້າ​ຮ່ວມ​ແຕ່​ລະ​ຄົນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້ ​ແລະ ບຳລຸງ​ສ້າງ​ບັນດາ​ໃບ​ໜ້າ​ທີ່​ດີ​ເດັ່ນ, ປະກອບສ່ວນ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ໜຸ່ມ, ຂະຫຍັນ​ຂັນ​ເຄື່ອນ, ມຸ່ງ​ໄປ​ເຖິງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນ ​ເຫ້ວ .

ຂ່າວ ແລະ ພາບ: ຟູ໋ກລີ

ທີ່ມາ: https://huengaynay.vn/du-lich/tin-tuc-su-kien/hon-30-thi-sinh-tham-gia-hoi-thi-nghiep-vu-le-tan-158136.html