
ຕາມນັ້ນແລ້ວ, ໂຄງການຈະຮື້ຖອນ 6 ແຫ່ງລວມມີ: ເຮືອນ 66 ຫຼັງຟານດິ່ງລູ, ອາຄານບໍລິຫານ, ບ່ອນຈອດລົດຄົນເຈັບ, ບ່ອນຈອດລົດພະນັກງານ, ບ່ອນຈອດລົດຜູ້ໂດຍສານ ແລະ ເຮືອນປອດໄພ. ສິ່ງກໍ່ສ້າງໃໝ່ປະກອບມີ: ສູນປິ່ນປົວຕາແບບສຸມ ມີ 9 ຊັ້ນ ເໜືອໜ້າດິນ, 1 ຫ້ອງໃຕ້ດິນ, 1 ຊັ້ນວິຊາການ, ເນື້ອທີ່ທັງໝົດ 5,050 ຕາແມັດ. ອາຄານບໍລິຫານ ແລະ ປິ່ນປົວພະຍາດ ມີ 9 ຊັ້ນ ເທິງໜ້າດິນ, 1 ຊັ້ນວິຊາການ; ແລວທາງເຊື່ອມຕໍ່ເຮືອນປິ່ນປົວ ແລະ ສູນປິ່ນປົວຕາແບບສຸມ; ເຮືອນຄວາມປອດໄພ 1 ຊັ້ນ.
ພ້ອມກັນນັ້ນ, ໂຄງການໄດ້ສ້ອມແປງອາຄານປິ່ນປົວພະຍາດ 6 ຊັ້ນ ແລະ ຄ່ວນ 1 ຫຼັງ; ຍົກລະດັບຂັ້ນໄດ, ຫ້ອງນໍ້າ, ລະບົບເຄື່ອງປັບອາກາດ, ລະບົບປ້ອງກັນອັກຄີໄພ, ການເກັບຮັກສາສິ່ງເສດເຫຼືອ ທາງການແພດ ແລະ ເຄື່ອງຊ່ວຍອື່ນໆຈຳນວນໜຶ່ງ... ໂຄງການດັ່ງກ່າວ ແນໃສ່ລົງທຶນໃສ່ສິ່ງອໍານວຍຄວາມສະດວກຕ່າງໆ, ປັບປຸງຄຸນນະພາບຂອງການກວດ ແລະປິ່ນປົວຕາ, ຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງປະຊາຊົນທີ່ເພີ່ມຂຶ້ນ.
ທີ່ມາ: https://baodanang.vn/hon-417-ty-dong-cai-tao-nang-cap-benh-vien-mat-da-nang-3305927.html
(0)