ຈາກບາດກ້າວທໍາອິດ, ໃນໄລຍະ 80 ປີຜ່ານມາ, ທາງການທູດ ລາວ ໄດ້ມີບົດບາດໃຈກາງໃນການປົກປັກຮັກສາອະທິປະໄຕ ແລະ ເອກະລາດແຫ່ງຊາດ; ພ້ອມທັງຊຸກຍູ້ການພົວພັນຮ່ວມມືກັບເພື່ອນມິດສາກົນ ເພື່ອຮັບໃຊ້ການພັດທະນາຂອງປະເທດ.
![]() |
ສະຫາຍ ໄມ ເຊີນ, ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ບັກນິງ ໄດ້ເຮັດວຽກກັບຄະນະຜູ້ແທນແຂວງ ໄຊສົມບູນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບັກນິງ. |
ຜ່ານຫຼາຍໄລຍະປະຫວັດສາດທີ່ທ້າທາຍ, ການທູດຂອງລາວໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຫົວຄິດປະດິດສ້າງ. ຈາກການສ້າງຕັ້ງການພົວພັນທາງການທູດກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ, ເຖິງການເຂົ້າຮ່ວມບັນດາອົງການສາກົນທີ່ສຳຄັນຄື: ສະຫະປະຊາຊາດ, ອາຊຽນ, APEC ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນໆ. ຜ່ານນັ້ນ, ລາວໄດ້ສ້າງຕັ້ງບົດບາດເປັນປະເທດທີ່ມີຄວາມຮັບຜິດຊອບ, ມີຫາງສຽງໃນບັນດາບັນຫາພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ສັນຕິພາບ , ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ພິເສດ, ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງໃນປະຈຸບັນ, ການທູດລາວ ຍາມໃດກໍ່ສຸມໃສ່ຮັດແໜ້ນ ແລະ ພັດທະນາການພົວພັນແບບດັ້ງເດີມກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພິເສດແມ່ນ ຫວຽດນາມ - ຄູ່ຮ່ວມມືຍຸດທະສາດ ທີ່ມີສາຍພົວພັນອັນຍາວນານ ບົນພື້ນຖານມິດຕະພາບແບບພິເສດ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ.
ນອກຈາກການທູດແຫ່ງຊາດ, ການທູດທ້ອງຖິ່ນນັບມື້ນັບໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການຮ່ວມມືທີ່ຫຼາກຫຼາຍ ແລະ ກວ້າງຂວາງລະຫວ່າງບັນດາແຂວງ, ນະຄອນຂອງສອງປະເທດ. ແຂວງ ບັກຢາງ (ປະຈຸບັນແມ່ນແຂວງ ບັກນິງ) ແລະ ແຂວງ ໄຊສົມບູນ ແມ່ນຕົວຢ່າງປົກກະຕິຂອງຮູບແບບການທູດນີ້ ເມື່ອການພົວພັນຄູ່ແຝດບໍ່ພຽງແຕ່ຢຸດຢູ່ບັນດາຂໍ້ຕົກລົງທີ່ເປັນລາຍລັກອັກສອນເທົ່ານັ້ນ ຫາກຍັງໄດ້ຮັບການຜັນຂະຫຍາຍຜ່ານບັນດາໂຄງການຮ່ວມມືຕົວຈິງ, ນຳມາເຊິ່ງຜົນປະໂຫຍດສະເພາະໃຫ້ແກ່ປະຊາຊົນ.
![]() |
ຄະນະຊາວກະສິກອນແຂວງ ໄຊສົມບູນ ໄດ້ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການປູກໝາກນາວຢູ່ແຂວງ ບັກນິງ. |
ການພົວພັນລະຫວ່າງແຂວງ ບັກນິງ ແລະ ແຂວງໄຊສົມບູນ ໄດ້ຜ່ານຜ່າເຂດແດນບໍລິຫານ, ເປັນແບບຢ່າງແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ທ້ອງຖິ່ນ ຫວຽດນາມ ແລະ ລາວ, ປະກອບສ່ວນເສີມຂະຫຍາຍ ອາຊຽນ “ຄອບຄົວໃຫຍ່” ແລະ ການພົວພັນຮ່ວມມື ຫວຽດນາມ - ລາວ ໃນທຸກຂົງເຂດ.
ແຂວງ ບັກນິງ ພົ້ນເດັ່ນດ້ວຍການພັດທະນາເສດຖະກິດທີ່ຫຼາກຫຼາຍ, ພື້ນຖານໂຄງລ່າງທີ່ທັນສະໄໝ ແລະ ວັດທະນະທຳທີ່ອຸດົມສົມບູນ. ພ້ອມກັນນັ້ນ, ແຂວງໄຊສົມບູນ ແມ່ນໜຶ່ງໃນບັນດາແຂວງທີ່ສຳຄັນຂອງປະເທດລາວ, ມີຈຸດໝາຍຍຸດທະສາດສຳຄັນໃນດ້ານເສດຖະກິດ ແລະ ການເມືອງ. ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງແຂວງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2021 ເພື່ອເພີ່ມທະວີຄວາມເຂົ້າໃຈ, ແລກປ່ຽນ ແລະ ຮ່ວມມືໃນຫຼາຍຂົງເຂດຄື: ສາທາລະນະສຸກ, ວັດທະນະທຳ, ກິລາ, ການສຶກສາ, ກະສິກຳ, ຄວາມໝັ້ນຄົງ...
ຜ່ານຫລາຍປີແຫ່ງການຮ່ວມມືໃນບັນດາໂຄງການແລກປ່ຽນ, ແບ່ງປັນປະສົບການ, ຊຸກຍູ້ການພັດທະນາ, ການພົວພັນລະຫວ່າງສອງແຂວງນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ. ການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂະແໜງກະສິກຳ, ການແພດ, ທ່ອງທ່ຽວ, ນັກສຶກສາ, ພະນັກງານສິລະປະ ແລະ ກິລາ ໄດ້ປະກອບສ່ວນຮັດແໜ້ນມິດຕະພາບ, ຍົກສູງຄວາມຮັບຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີຂອງແຕ່ລະຝ່າຍ.
![]() |
ພະນັກງານ, ນັກສຶກສາລາວ ຢ້ຽມຢາມ ວັດອົງຕື້ ມະຫາວິຫານ, ແຂວງ ບັກນິງ. |
ຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງສອງແຂວງແມ່ນການປະຕິບັດບັນດາໂຄງການພັດທະນາກະສິກຳ, ຖ່າຍທອດເຕັກໂນໂລຊີກະສິກຳທີ່ກ້າວໜ້າ, ຊ່ວຍຍົກສູງສະມັດຕະພາບຂອງພືດ, ສັດລ້ຽງ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນແຂວງໄຊສົມບູນ. ນີ້ກໍ່ແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຈິດໃຈຮ່ວມມື ແລະ ການທູດຢູ່ທ້ອງຖິ່ນ ທີ່ສອງແຂວງຍາມໃດກໍ່ມຸ່ງໄປເຖິງ.
ຄົບຮອບ 80 ປີ ຂອງວັນການທູດລາວ ເປັນໂອກາດທີ່ຈະໄດ້ເບິ່ງຄືນໃນການເດີນທາງ ພັດທະນາອັນພາກພູມໃຈ ຂອງທາງການທູດລາວ, ໂດຍເນັ້ນໃສ່ບົດບາດອັນສຳຄັນ ຂອງທາງການທູດ ໃນການ ສ້າງສາປະເທດ ໃຫ້ມີຄວາມສະຫງົບ, ໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ. ໃນນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງແຂວງ ບັກນິງ ແລະ ແຂວງ ໄຊສົມບູນ ຖືວ່າແມ່ນຈຸດສະຫວ່າງຂອງການທູດຢູ່ທ້ອງຖິ່ນ, ປະກອບສ່ວນຮັດແໜ້ນມິດຕະພາບ, ເພີ່ມທະວີການຮ່ວມມື ແລະ ພັດທະນາແບບຍືນຍົງ.
ທີ່ມາ: https://baobacninhtv.vn/hai-tinh-bac-ninh-va-xay-som-bun-tinh-huu-nghi-qua-ngoai-giao-dia-phuong-postid428569.bbg
(0)