ອົງການຂ່າວ IRNA ຂອງອີຣ່ານ ລາຍງານໃນວັນທີ 17 ກຸມພານີ້ວ່າ ປະເທດນີ້ ໄດ້ເປີດໂຕ ອາວຸດໃໝ່ ຮວມເຖິງລະບົບລູກສອນໄຟ ຂີປະນາວຸດ Arman ທີ່ຜະລິດພາຍໃນປະເທດ ແລະລະບົບປ້ອງກັນອາກາດ ລະດັບຄວາມສູງຕ່ຳ Azaraksh.
ອີຣ່ານໄດ້ເປີດເຜີຍອາວຸດໃໝ່ 2 ລຳ, ໃນນັ້ນມີລະບົບລູກສອນໄຟຂີປະນາວຸດ Arman ທີ່ຜະລິດຢູ່ພາຍໃນປະເທດ ແລະ ລະບົບປ້ອງກັນອາກາດລະດັບຄວາມສູງຕ່ຳ Azaraksh. (ແຫຼ່ງຂໍ້ມູນ: Anadolu Ajansı) |
ອົງການຂ່າວ IRNA ຂອງອີຣ່ານ ລາຍງານໃນວັນທີ 17 ກຸມພານີ້ວ່າ ປະເທດນີ້ ໄດ້ເປີດໂຕ ອາວຸດໃໝ່ ຮວມເຖິງລະບົບລູກສອນໄຟ ຂີປະນາວຸດ Arman ທີ່ຜະລິດພາຍໃນປະເທດ ແລະລະບົບປ້ອງກັນອາກາດ ລະດັບຄວາມສູງຕ່ຳ Azaraksh.
ພິທີສົ່ງອອກອາວຸດຍຸດໂທປະກອນສອງລຳດັ່ງກ່າວໄດ້ດຳເນີນໄປຢູ່ຕໍ່ໜ້າທ່ານລັດຖະມົນຕີປ້ອງກັນປະເທດອີຣານ Mohammad Reza Ashtiani.
ຕາມ ຂ່າວ IRNA ແລ້ວ: “ດ້ວຍການນຳໃຊ້ລະບົບໃໝ່ເຂົ້າໃນເຄືອຂ່າຍປ້ອງກັນປະເທດຂອງປະເທດ, ຄວາມສາມາດປ້ອງກັນທາງອາກາດຂອງສາທາລະນະລັດອິດສະລາມ ອີຣານ ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.
ລະບົບຂີປະນາວຸດ Arman ສາມາດບຸກໂຈມຕີ 6 ເປົ້າໝາຍໃນໄລຍະຫ່າງແຕ່ 120 ຫາ 180 ກິໂລແມັດ, ໃນຂະນະທີ່ລະບົບລູກສອນໄຟ Azarakhsh ສາມາດກຳນົດ ແລະທຳລາຍເປົ້າໝາຍໄດ້ໃນໄລຍະໄກເຖິງ 50 ກິໂລແມັດ.”
ການເຄື່ອນໄຫວດັ່ງກ່າວມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນ, ດ້ວຍກຳລັງ Houthi ທີ່ໜູນຫຼັງໂດຍອີຣານ ໄດ້ທຳການບຸກໂຈມຕີບັນດາກຳປັ່ນຂອງສະຫະລັດ, ອັງກິດ ແລະ ອິດສະຣາແອນ ຢູ່ທະເລແດງ ເພື່ອສະແດງຄວາມສາມັກຄີກັບປະຊາຊົນເຂດ Gaza.
ເພື່ອຕອບໂຕ້ການໂຈມຕີຂອງ Houthi, ອາເມລິກາໄດ້ແນໃສ່ບັນດາສະຖານທີ່ຢູ່ພາຍໃນ Yemen ແລະ ສະຖານທີ່ຂອງບັນດາກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣານ ໃນອີຣັກ ແລະ ຊີຣີ.
ການບຸກໂຈມຕີຢ່າງຕໍ່ເນື່ອງຂອງກຸ່ມເຢເມນໄດ້ກະຕຸ້ນໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Lloyd Austin ດຳເນີນການເຄື່ອນໄຫວຂ້າມຊາດໃນເດືອນທັນວາຜ່ານມາ ເພື່ອປົກປ້ອງການຂົນສົ່ງຢູ່ທະເລແດງ. ນອກນີ້, ກອງທັບອາເມລິກາ ແລະ ອັງກິດ ໄດ້ດຳເນີນການບຸກໂຈມຕີຢ່າງໃຫຍ່ຫຼວງຕໍ່ທ່າທີ Houthi ໃນເຢແມນ, ເພື່ອແນໃສ່ທຳລາຍຄວາມສາມາດຂອງກຸ່ມນີ້ໃນການບຸກໂຈມຕີການຂົນສົ່ງການຄ້າ.
ທີ່ມາ
(0)