ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ວັນທີ 2 ກໍລະກົດນີ້, ມະຫາວິທະຍາໄລເປີດນະຄອນໂຮ່ຈິມິນໄດ້ຈັດກອງປະຊຸມສາກົນຄັ້ງທີ 8 ກ່ຽວກັບການດຳເນີນທຸລະກິດ, ເສດຖະກິດ ແລະ ຊັບພະຍາກອນ. ນີ້ແມ່ນເຫດການປະຈຳປີເພື່ອສ້າງເວທີປາໄສໃຫ້ນັກຄົ້ນຄ້ວາສະເໜີ ແລະ ປຶກສາຫາລືກ່ຽວກັບວຽກງານຄົ້ນຄ້ວາຫຼ້າສຸດໝູນວຽນໃນບັນດາຂົງເຂດທຸລະກິດ, ເສດຖະກິດ ແລະ ຊັບພະຍາກອນ.
ດ້ວຍຫົວຂໍ້ວ່າ “ບຸກທະລຸຫຼັງວິກິດການ: ປົດປ່ອຍອຳນາດແຫ່ງຄວາມມຸ່ງມາດປາດຖະໜາ ແລະ ນະວັດຕະກຳ”, ກອງປະຊຸມສາກົນກ່ຽວກັບທຸລະກິດ, ເສດຖະກິດ ແລະ ຊັບພະຍາກອນໄດ້ເຕົ້າໂຮມນັກວິຊາການທີ່ມີຊື່ສຽງ ໃນໂລກ ຈາກ ອົດສະຕາລີ, ການາດາ, ຈີນ, ເກຼັກ, ອິນເດຍ, ໂປໂລຍ, ໄທ, ອັງກິດ ແລະ ເນເທີແລນ. ບັນດາຜູ້ແທນໄດ້ແບ່ງປັນປະສົບການຄົ້ນຄວ້າ ແລະ ສະເໜີບັນດານະໂຍບາຍເພື່ອແກ້ໄຂບັນດາບັນຫາສຳຄັນໃຫ້ແກ່ຕະຫຼາດເສດຖະກິດທີ່ພົ້ນເດັ່ນຄື ຫວຽດນາມ.
ກອງປະຊຸມປີນີ້ມີການສົນທະນາ 2 ຫົວຂໍ້ຄື: ຄວາມຮູ້ດ້ານການເງິນ ແລະ ສຸຂະພາບຈິດ, ເຊິ່ງມີຈຸດປະສົງເພື່ອນຳສະເໜີການຄົ້ນຄວ້າທາງວິຊາການຂັ້ນສູງ ໂດຍເນັ້ນໃສ່ຄວາມຮູ້ດ້ານການເງິນ ແລະ ສຸຂະພາບຈິດ - ລັກສະນະທີ່ສຳຄັນທີ່ສຸດຂອງຊີວິດອາລະຍະທຳໃນສັງຄົມສະໄໝໃໝ່. ເວທີປາໄສ “Sharing is Caring” ເປັນປະທານຮ່ວມໂດຍສາດສະດາຈານ Roger Strange ແລະ ດຣ. Banjo Roxas - ອາຈານສອນຢູ່ມະຫາວິທະຍາໄລເຕັກໂນໂລຢີ, ຊິດນີ (ອົດສະຕຣາລີ) - ຈະເປັນບ່ອນໃຫ້ນັກວິຊາການໜຸ່ມນຳສະເໜີການຄົ້ນຄວ້າ, ຮັບຄຳເຫັນ ແລະ ປັບປຸງວິທີການຄົ້ນຄວ້າຂັ້ນສູງ. ດ້ວຍເຫດນັ້ນ, ບັນດານັກສຶກສາໜຸ່ມຈະຍົກສູງຄວາມສາມາດ, ເສີມຂະຫຍາຍກຳລັງແຮງຂອງຕົນ ແລະ ເພີ່ມທະວີກາລະໂອກາດລົງພິມບົດຂຽນໃນວາລະສານສາກົນທີ່ມີຊື່ສຽງ.
ທ່ານ ສາດສະດາຈານ ຫງວຽນແມ້ງຮ່າ, ອະທິການບໍດີມະຫາວິທະຍາໄລເປີດນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ກອງປະຊຸມສາກົນກ່ຽວກັບທຸລະກິດ, ເສດຖະກິດ ແລະ ແຫຼ່ງຊັບພະຍາກອນແມ່ນເວທີປາໄສເຊື່ອມຕໍ່ບັນດາຄວາມຮູ້ຫຼາຍດ້ານ ແລະ ຫຼາຍຂົງເຂດເພື່ອພ້ອມກັນຕີລາຄາບັນດາກາລະໂອກາດ ແລະ ສິ່ງທ້າທາຍ. ຈາກນັ້ນ, ສະເໜີວິທີແກ້ໄຂ, ຜ່ານຜ່າຂໍ້ຈຳກັດ, ປັບປຸງປະສິດທິຜົນດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານບັນດາໂຄງການຄົ້ນຄວ້າທີ່ມີຄຸນຄ່ານຳໃຊ້ຕົວຈິງ ແລະ ມີອິດທິພົນສູງ.
ທີ່ມາ: https://nld.com.vn/ket-noi-tri-thuc-da-nganh-da-linh-vuc-de-giai-quyet-cac-van-de-kinh-te-xa-hoi-196240702115645345.htm






(0)