
ຕາມນັ້ນແລ້ວ, ຫົວໜ້າບໍລິສັດໄຟຟ້າ ອານຢາງ ໃຫ້ຮູ້ວ່າ: ເວລາ 10:42 ໂມງ. ວັນທີ 5 ທັນວານີ້, ລັດວິສາຫະກິດໄຟຟ້າພາກໃຕ້ ແລະ ບໍລິສັດໄຟຟ້າ ອານຢາງ ໄດ້ປະສານງານກັບບັນດາໜ່ວຍງານທີ່ກ່ຽວຂ້ອງຜັນຂະຫຍາຍສາຍສົ່ງໄຟຟ້າ 110kV, ສ້ອມແປງສາຍໄຟໃຕ້ດິນ 110kV ທີ່ແຕກຫັກ ຮ່າຕິ້ງ - ຝູກວກ, ແລະ ຟື້ນຟູການສະໜອງໄຟຟ້າຢູ່ເຂດພິເສດ ຝູກວກ.

ຫົວໜ້າບໍລິສັດໄຟຟ້າ ອານຢາງ ກ່າວຕື່ມອີກວ່າ: ແຜນການເບື້ອງຕົ້ນແມ່ນຈະໃຫ້ບັນດາຫົວໜ່ວຍແກ້ໄຂບັນຫາດັ່ງກ່າວພາຍໃນວັນທີ 10 ທັນວານີ້. ແນວໃດກໍ່ຕາມ, ພາຍຫຼັງ 5 ວັນ 2 ຄືນ ເຮັດວຽກໜັກ ແລະ ຜ່ານຜ່າດິນຟ້າອາກາດ, ພະນັກງານໄຟຟ້າໄດ້ຜ່ອນເວລາຟື້ນຟູໄຟຟ້າໃຫ້ແກ່ຊາວເກາະ.

ພາຍຫຼັງຟື້ນຟູການສະໜອງໄຟຟ້າແລ້ວ, ບໍລິສັດໄຟຟ້າອານຢາງໄດ້ສືບຕໍ່ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງເພື່ອສ້ອມແປງພາກສ່ວນສາຍໄຟທີ່ເສຍຫາຍໃຫ້ຄືນສູ່ສະພາບເດີມ.

ຕາມການລາຍງານຂອງ ໜັງສືພິມ ໄຊງ່ອນ ໄຊຍະພົງ, ເວລາ 13:15 ໂມງ. ວັນທີ 29 ພະຈິກນີ້, ສາຍໄຟໃຕ້ນ້ຳ 110kV ຮ່າຕິ້ງ - ຝູ໋ກວກ ໄດ້ເກີດເຫດໄຟໄໝ້ຢູ່ເຂດ ດົ່ງດົງ, ກວ໋າເກື່ອງ, ກູເຢືອງ, ຮ່າໂນ້ຍ ແລະ ໝູ່ເກາະພາກເໜືອທັງໝົດ. ໄຟຟ້າໄດ້ສົ່ງຜົນກະທົບເຖິງ 30,000 ຄອບຄົວ.

ຕາມການຢັ້ງຢືນເບື້ອງຕົ້ນ, ຈຸດເກີດເຫດແມ່ນ ບໍລິສັດ ທູນແທ່ງ KG ກໍ່ສ້າງເຄຫາສະຖານ ຈຳກັດ (ໜ່ວຍກໍ່ສ້າງໂຄງການເສັ້ນທາງແຄມຝັ່ງທະເລ ຫາ ໃຈກາງເມືອງ ຮ່າຕິ້ງ) ໄດ້ຕຳເອົາເຫຼັກກ້າຢູ່ບໍລິເວນແລວທາງຄວາມປອດໄພຂອງສາຍເຄເບີ້ນ ຫ່າງຈາກຝັ່ງທະເລປະມານ 300-400 ແມັດ ເຮັດໃຫ້ສາຍເຄເບີ້ນໃຕ້ດິນແຕກຫັກ.
ທ່ານປະທານຄະນະກຳມະການປະຊາຊົນແຂວງ ກຽນຢາງ ທ່ານ Ho Van Mung ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ສາຂາກ່ຽວຂ້ອງຊີ້ແຈ້ງຄວາມຮັບຜິດຊອບຂອງບັນດາອົງການ, ບຸກຄົນທີ່ກໍ່ເຫດໃຫ້ເກີດເຫດການດັ່ງກ່າວ, ແລະ ໄດ້ລາຍງານໃຫ້ຄະນະປະຈຳສະພາປະຊາຊົນແຂວງປະຕິບັດຢ່າງເຂັ້ມງວດ. ໃນກໍລະນີມີການກະທຳຜິດທາງອາຍາ, ຕ້ອງໄດ້ໂອນຄະດີໃຫ້ຕຳຫຼວດສືບສວນຕາມລະບຽບການ.
ທີ່ມາ: https://www.sggp.org.vn/khac-phuc-xong-su-co-cap-ngam-110kv-ha-tien-phu-quoc-post827189.html










(0)