
ຜົນໄດ້ຮັບການສໍາຫຼວດຂອງ Klook ສະແດງໃຫ້ເຫັນວ່າເຫດການແມ່ນເປັນແຮງຂັບເຄື່ອນຕົ້ນຕໍທີ່ຢູ່ເບື້ອງຫລັງ 42% ຂອງການຕັດສິນໃຈ ເດີນທາງ ຂອງນັກທ່ອງທ່ຽວ.
ຄຽງຄູ່ກັບທ່າອ່ຽງສົມທົບກັບການທ່ອງທ່ຽວເຂົ້າຮ່ວມເຫດການແລ້ວ, ນັກທ່ອງທ່ຽວ ຫວຽດນາມ ຍັງໃຫ້ບຸລິມະສິດການທ່ອງທ່ຽວຕາມລະດູການ. ການສຳຫຼວດສະແດງໃຫ້ເຫັນວ່າ, ນັກທ່ອງທ່ຽວຫວຽດນາມສ່ວນໃຫຍ່ວາງແຜນການເດີນທາງໂດຍອີງໃສ່ສະພາບອາກາດທີ່ຕົນມັກ.
ນອກນັ້ນ, ສື່ສັງຄົມກໍ່ແມ່ນແຫຼ່ງກະຕຸ້ນການທ່ອງທ່ຽວຂອງນັກທ່ອງທ່ຽວຢູ່ພາກພື້ນອາຊີ - ປາຊີຟິກ , ໃນນັ້ນມີຫວຽດນາມ. ນັກທ່ອງທ່ຽວຫວຽດນາມເຖິງ 62% ກ່າວວ່າເຂົາເຈົ້າເຊື່ອໝັ້ນໃນຄຳແນະນຳ ແລະຂໍ້ຄວາມທີ່ມີຈຸດປະສົງໃນສື່ສັງຄົມຈາກຜູ້ໃຊ້ທົ່ວໄປ ແລະຜູ້ສ້າງເນື້ອຫາທີ່ບໍ່ແມ່ນຄົນດັງ.
ບົດລາຍງານຂອງ Klook ຍັງສະແດງໃຫ້ເຫັນວ່າ, ຄວາມຕ້ອງການຂອງນັກທ່ອງທ່ຽວຫວຽດນາມ ໄປທ່ຽວຕ່າງປະເທດເພີ່ມຂຶ້ນໃນ 3 ເດືອນຕົ້ນປີນີ້. ອາຊີຕາເວັນອອກສ່ຽງໃຕ້ແມ່ນພາກພື້ນທີ່ມີຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວຫວຽດນາມ, ໂດຍມີບັນດາຈຸດໝາຍນຳໜ້າຄື: ໄທ, ສິງກະໂປ ແລະ ມາເລເຊຍ.
ຄຽງຄູ່ກັນນັ້ນ, ຄວາມຕ້ອງການການທ່ອງທ່ຽວສາກົນມາຫວຽດນາມ ໃນໄຕມາດທີ 1 ປີ 2024 ເພີ່ມຂຶ້ນເກືອບ 2 ເທົ່າເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2023. ໂດຍສະເລ່ຍແລ້ວ, ລາຍຈ່າຍຂອງນັກທ່ອງທ່ຽວສາກົນກໍ່ເພີ່ມຂຶ້ນປະມານ 13% ເມື່ອທຽບໃສ່ໄລຍະດຽວກັນ.
ທີ່ມາ






(0)