ຕອນເຊົ້າວັນທີ 18 ເມສາ, ຢູ່ຫໍພິພິທະພັນ ດັກລັກ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ໄດ້ສົມທົບກັບສະມາຄົມວັນນະຄະດີ ແລະ ສິລະປະແຂວງ ຈັດຕັ້ງພິທີເປີດງານວາງສະແດງຫົວຂໍ້ “ສີສັນວັດທະນະທຳດັກລັກ”.
ເຂົ້າຮ່ວມພິທີເປີດມີອະດີດເລຂາພັກແຂວງ ຫງວຽນອານວິງ; ອະດີດຮອງເລຂາພັກແຂວງ ເລຈີ້ເກຍ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ສາຂາທີ່ກ່ຽວຂ້ອງ; ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງເປັນຈຳນວນຫຼວງຫຼາຍ.
ບັນດາຜູ້ແທນໄດ້ຕັດແຖບຜ້າເປີດງານວາງສະແດງຫົວຂໍ້ “ສີສັນວັດທະນະທຳ ດັກລັກ ”.
ງານວາງສະແດງຫົວຂໍ້ “ສີສັນວັດທະນະທຳດັກລັກ” ໄດ້ດຳເນີນແຕ່ວັນທີ 18 ເມສາ ຫາວັນທີ 18 ພຶດສະພາ 2025, ໄດ້ແນະນຳເອກະສານ ແລະ ສິລະປະທີ່ມີຄຸນຄ່າ 150 ກວ່າຊະນິດ, ແບ່ງອອກເປັນ 2 ຫົວຂໍ້ຄື: “ວັນນະຄະດີ ແລະ ສິລະປະແຂວງດັກລັກ - 50 ປີແຫ່ງການເດີນທາງ” ແລະ “ວັດທະນະທຳບັນດາເຜົ່າແຂວງ ດັກລັກ”.
ບັນດາຜູ້ແທນໄດ້ໄປຢ້ຽມຢາມດ້ວຍຫົວຂໍ້ “ວັດທະນະທຳບັນດາເຜົ່າຢູ່ແຂວງ ດັກລັກ”.
ແຕ່ລະຫົວຂໍ້ແມ່ນການເດີນທາງ ແຫ່ງການຄົ້ນພົບ , ສະແດງໃຫ້ເຫັນເຖິງການພັດທະນາຢ່າງບໍ່ຢຸດຢັ້ງຂອງສິລະປະວັດທະນະທຳດັກລັກ, ແນະນຳຄວາມຫຼາກຫຼາຍຂອງວັດທະນະທຳຊົນເຜົ່າທີ່ດຳລົງຊີວິດຢູ່ເຂດ. ບັນດາຜົນງານທີ່ນຳມາວາງສະແດງໃນງານວາງສະແດງບໍ່ພຽງແຕ່ແມ່ນບັນດາຜະລິດຕະພັນສິລະປະເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງຈິດວິນຍານ, ຄວາມມີຊີວິດຊີວາ ແລະ ຄວາມທະເຍີທະຍານຂອງຜືນແຜ່ນດິນອັນສະເໝີຕົ້ນສະເໝີປາຍທີ່ປາດຖະໜາຢາກພັດທະນາ, ສົມທົບບັນດາຄຸນຄ່າພື້ນເມືອງທີ່ມີລົມຫາຍໃຈຂອງຍຸກໃໝ່.
ນັກສຶກສາຫລາຍຄົນໄດ້ໄປຢ້ຽມຊົມງານວາງສະແດງ “ສີສັນວັດທະນະທຳດັກລັກ”.
ງານວາງສະແດງຫົວຂໍ້ “ສີສັນວັດທະນະທຳດັກລັກ” ບໍ່ພຽງແຕ່ແມ່ນໂອກາດເພື່ອແນໃສ່ຫວນຄືນ 50 ປີແຫ່ງການສ້າງສາວັນນະຄະດີ ແລະ ສິລະປະຫວຽດນາມ ພາຍຫຼັງການໂຮມປະເທດຊາດເປັນເອກະພາບເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຊົມເຊີຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງ ດັກລັກ - ແມ່ນສະຖານທີ່ທີ່ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນຂອງ 49 ຊົນເຜົ່າທີ່ດຳລົງຊີວິດຮ່ວມກັບຄວາມສວຍງາມທີ່ບໍ່ສິ້ນສຸດ.
ທີ່ມາ: https://daklak.gov.vn/-/khai-mac-trung-bay-chuyen-e-sac-mau-van-hoa-ak-lak-
(0)