ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 5 ຂອງການນຳ ລັດເຊຍ. ທ່ານປະທານາທິບໍດີ Putin ມາຢ້ຽມຢາມຫວຽດນາມ ໃນປີ 2001, 2006, 2013 ແລະ 2017.
ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ ລັດເຊຍ ດຳເນີນໃນສະພາບການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ. ການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບການເຊື່ອມໂຍງ ເສດຖະກິດ ສູງ. ຫວຽດນາມ ໄດ້ສ້າງຕັ້ງການພົວພັນດ້ານການຄ້າກັບ 224 ຄູ່ຮ່ວມມື ແລະ ຮ່ວມມືກັບ 500 ອົງການຈັດຕັ້ງສາກົນ, ໄດ້ລົງນາມໃນສັນຍາການຄ້າສອງຝ່າຍກວ່າ 90 ສະບັບ, ປະມານ 60 ຂໍ້ຕົກລົງກ່ຽວກັບການສົ່ງເສີມ ແລະປົກປ້ອງການລົງທຶນເຊິ່ງກັນ ແລະກັນ ແລະ ເຂົ້າຮ່ວມ 17 ສັນຍາການຄ້າເສລີ (FTA).
ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດດີຈີຕອນທີ່ເຕີບໂຕໄວທີ່ສຸດໃນພາກພື້ນ, ດ້ວຍລະດັບເຕີບໂຕປີ 38% ແລະ ພວມກາຍເປັນພື້ນຖານເສດຖະກິດດີຈີຕອນໃຫຍ່ອັນດັບສອງຢູ່ອາຊີຕາເວັນອອກສ່ຽງໃຕ້ໃນປີ 2025.
ຫວຽດນາມ ປະຕິບັດນະໂຍບາຍການຕ່າງປະເທດເອກະລາດໂດຍອີງໃສ່ການຕັດສິນໃຈເປັນຕົນເອງ, ສັນຕິພາບ , ການຮ່ວມມື, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ. ບັນດາການປະກອບສ່ວນຂອງຫວຽດນາມ ໃນບັນດາເວທີປາໄສສາກົນ ໄດ້ເຮັດໃຫ້ຫວຽດນາມ ຮັດແໜ້ນທີ່ຕັ້ງຂອງຕົນ, ຜ່ານນັ້ນ ດຶງດູດບັນດາປະເທດໃນທົ່ວໂລກ ສະໜັບສະໜູນ ຫວຽດນາມ ໃນການຮັບປະກັນຜົນປະໂຫຍດຂອງຊາດ, ໃນນັ້ນມີສິດທິມະນຸດ ແລະ ຄວາມສະເໝີພາບທາງເພດ.
ປະຈຸບັນ, ຫວຽດນາມຮັກສາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 7 ປະເທດຄື: ລັດເຊຍ, ຈີນ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ແລະ ອົດສະຕາລີ. ໃນການໂອ້ລົມທາງໂທລະສັບກັບການນຳລັດເຊຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ຫວຽດນາມ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ.
ຫວຽດນາມ - ລັດເຊຍ: ການພົວພັນແບບດັ້ງເດີມ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: “ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ມີປະຫວັດສາດອັນຍາວນານ, ໂດຍປະທານ ໂຮ່ຈີມິນ ກໍ່ສ້າງ ແລະ ລ້ຽງດູຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງ 2 ປະເທດ, ປະຊາຊົນ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຕໍ່ປະຊາຊົນ ໂຊວຽດ, ໃນນັ້ນ ມີປະຊາຊົນ ລັດເຊຍ, ຊ່ວຍເຫຼືອຢ່າງຈິງໃຈ, ຍິ່ງໃຫຍ່, ມີປະສິດທິຜົນໃນການຕໍ່ສູ້ປົດປ່ອຍຊາດ ແລະ ການຮ່ວມມືປ້ອງກັນຊາດໃນທຸກວັນນີ້.
ປີ 2024 ເປັນຂີດໝາຍ 30 ປີແຫ່ງການລົງນາມໃນສົນທິສັນຍາບັນດາມາດຕະການພື້ນຖານການພົວພັນມິດຕະພາບ ແລະ 12 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ລັດເຊຍ.
ນັບແຕ່ນັ້ນມາ, ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ການຮ່ວມມືສອງຝ່າຍໄດ້ພັດທະນາຢ່າງວ່ອງໄວ. ສອງປະເທດມີຄວາມຮັບຮູ້ຮ່ວມກັນແມ່ນຕ້ອງສືບຕໍ່ເປີດກວ້າງການແລກປ່ຽນຄວາມເຫັນ ແລະ ຮັກສາການສົນທະນາເປັນປະຈຳຢູ່ທຸກຂັ້ນ, ໃນບັນດາເວທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ. ສິ່ງດັ່ງກ່າວເຮັດໃຫ້ສອງຝ່າຍສາມາດຕີລາຄາສະພາບການຂອງການພົວພັນສອງຝ່າຍໃນປະຈຸບັນໄດ້ຢ່າງທັນການ, ສະເໜີບັນດາມາດຕະການເພື່ອພັດທະນາໃນຕໍ່ໜ້າ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນທີ່ຕັ້ງຢູ່ໃນເວທີສາກົນ.
ໃນຊຸມປີມໍ່ໆມານີ້, ການນຳສອງປະເທດໄດ້ມີການຢ້ຽມຢາມເຊິ່ງກັນແລະກັນຫຼາຍຄັ້ງ. ຫວຽດນາມ ແມ່ນປະເທດດຽວຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ປະທານາທິບໍດີລັດເຊຍ ໄດ້ມາຢ້ຽມຢາມ 6 ຄັ້ງ (ທ່ານ Putin 5 ຄັ້ງ; ທ່ານ Dmitry Medvedev 1 ຄັ້ງໃນປີ 2010). ຣັດເຊຍກໍໄດ້ໃຫ້ການຕ້ອນຮັບການນຳຂັ້ນສູງຂອງຫວຽດນາມຫຼາຍທ່ານ.
2 ປະເທດຮັກສາການເຈລະຈາດ້ານການເມືອງຢ່າງເລິກເຊິ່ງໃນລະດັບສູງສຸດ, ເປັນການພົວພັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ. ສິ່ງດັ່ງກ່າວເຮັດໃຫ້ສອງຝ່າຍປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ ແລະ ຕອບສະໜອງບັນດາສິ່ງທ້າທາຍໃນປະຈຸບັນຢ່າງທັນການ.
2 ຝ່າຍມີທັດສະນະທີ່ຄ້າຍຄືກັນກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນ, ສົມທົບກັນສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການ, ສະມາຄົມສາກົນຄື: ສະຫະປະຊາຊາດ, APEC, ASEM, ເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມບັນດາມາດຕະການສ້າງຄວາມໝັ້ນໃຈຢູ່ບັນດາປະເທດອາຊີ (CICA)...
ລັດເຊຍ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການແກ້ໄຂບັນຫາການຂັດແຍ້ງຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ໂດຍບໍ່ໃຊ້ ຫຼື ນາບຂູ່, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ຖະແຫຼງການກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສິ້ນສຸດການເຈລະຈາກ່ຽວກັບຫຼັກຈັນຍາບັນຢູ່ທະເລຕາເວັນອອກ (COC).
ໃນສະພາບການເພີ່ມທະວີ ແລະ ພັດທະນາການພົວພັນດ້ານການເມືອງລະຫວ່າງສອງປະເທດ, ໂດຍສະເພາະແມ່ນຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງປະເທດ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໄດ້ຮັບການຜັນຂະຫຍາຍໃນບັນດາຂົງເຂດຄື: ດ້ານການຄ້າ, ເສດຖະກິດ, ພະລັງງານ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ ແລະ ມະນຸດສະທຳ.
ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ລັດເຊຍ ໃນບັນດາປະເທດສະມາຊິກ ອາຊຽນ. ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລັດເຊຍ ໃນປີ 2023 ຈະບັນລຸ 3,6 ຕື້ USD, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ປີ 2022.
ການຮ່ວມມືດ້ານການລົງທຶນຍັງໄດ້ຮັບການເພີ່ມທະວີເຂັ້ມແຂງ. ຄະນະປະຕິບັດງານຂັ້ນສູງ ລັດເຊຍ - ຫວຽດນາມ ກ່ຽວກັບບັນດາໂຄງການລົງທຶນບຸລິມະສິດພວມດຳເນີນໄປຢ່າງສະດວກ, ໃນຂອບເຂດແຜນທີ່ເສັ້ນທາງ, ໄດ້ເຫັນດີເປັນເອກະພາບບັນດາຂໍ້ລິເລີ່ມດຳເນີນທຸລະກິດໃນຫຼາຍຂົງເຂດຄື: ພະລັງງານ, ວິສະວະກຳກົນຈັກ ແລະ ກະສິກຳ.
ໜຶ່ງໃນ “ເສົາຄ້ຳໜູນຊ່ວຍ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ-ຫວຽດນາມ ແມ່ນການຮ່ວມມືໃນຂົງເຂດນ້ຳມັນເຊື້ອໄຟ ແລະ ພະລັງງານ, ກ່ອນອື່ນໝົດແມ່ນການຂຸດຄົ້ນ ແລະ ຜະລິດນ້ຳມັນອາຍແກັດ. ສະມາຄົມສະເພາະຂອງ 2 ປະເທດ (Gazprom, Zarubezhneft, Rosneft ແລະ Petrovietnam) ພວມຜັນຂະຫຍາຍບັນດາໂຄງການຮ່ວມມືຢູ່ລັດເຊຍ ແລະ ຫວຽດນາມ ຢ່າງສຳເລັດຜົນ. ສອງຝ່າຍຍັງຊອກຫາຂົງເຂດໃໝ່ຂອງການເຄື່ອນໄຫວຮ່ວມ, ໃນນັ້ນມີພະລັງງານສະອາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ.
ຫວຽດນາມ ແລະ ລັດເຊຍ ກໍ່ມີການຮ່ວມມືເປັນມູນເຊື້ອມາແຕ່ດົນນານໃນຂົງເຂດປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ບຳລຸງສ້າງວິຊາຊີບໃຫ້ທະຫານຫວຽດນາມ ຢູ່ບັນດາມະຫາວິທະຍາໄລວິຊາສະເພາະຂອງ ລັດເຊຍ.
ໃນຊຸມປີມໍ່ໆມານີ້, ການພົວພັນໃນຂົງເຂດການສຶກສາແລະວິທະຍາສາດໄດ້ຮັບການພັດທະນາຢ່າງສໍາເລັດຜົນ. ສູນຄົ້ນຄ້ວາ ແລະ ເຕັກໂນໂລຊີເຂດຮ້ອນຮ່ວມລັດເຊຍ - ຫວຽດນາມ ແມ່ນສະຖານທີ່ທີ່ມີເອກະລັກສະເພາະໃນໂລກ. ຜົນສໍາເລັດຂອງການພັດທະນາແລະການຄົ້ນຄວ້າຈໍານວນຫຼາຍຂອງຕົນໃນຂົງເຂດວິທະຍາສາດວັດສະດຸແລະຄວາມທົນທານເຂດຮ້ອນ, ຢາປົວພະຍາດແລະລະບົບນິເວດແມ່ນມີຄວາມສໍາຄັນຫຼາຍວິທະຍາສາດແລະການນໍາໃຊ້.
ການພົວພັນອັນດີງາມຫຼາຍຢ່າງໄດ້ຮັບການສ້າງຕັ້ງຂຶ້ນໃນຂົງເຂດສຶກສາ ແລະ ບຳລຸງສ້າງ. ໄດ້ດຳເນີນການແລກປ່ຽນຢ່າງເປັນປົກກະຕິໃນຂົງເຂດວັດທະນະທຳ, ກິລາ, ທ່ອງທ່ຽວ, ສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງພົນລະເມືອງ 2 ປະເທດ ແລະ ບັນດາການເຄື່ອນໄຫວວຽກງານທີ່ຖືກຕ້ອງຂອງລັດເຊຍ ແລະ ຫວຽດນາມ.
ອະນາຄົດຂ້າງໜ້າ
ໃນໄລຍະຈະມາເຖິງ, ການພົວພັນລັດເຊຍ - ຫວຽດນາມ ສາມາດບັນລຸລະດັບພັດທະນາສູງກວ່າ. ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນໂລກ, ຍ້ອນຍາດແຍ່ງເອົາຜົນປະໂຫຍດຈາກສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດເອີລົບ, ພິເສດແມ່ນບັນດາຈຸດແຂງຂອງສອງປະເທດຄື: ນ້ຳມັນອາຍແກັສ, ພະລັງງານ, ການທ່ອງທ່ຽວ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ.
ນອກຈາກບັນດາຂົງເຂດພື້ນເມືອງຄື: ໄຟຟ້າ, ນ້ຳມັນອາຍແກັສ, ວັດທະນະທຳ, ວິທະຍາສາດ, ສຶກສາ, ລັດເຊຍ ຍັງມີຄວາມສົນໃຈຮ່ວມມືກັບ ຫວຽດນາມ ໃນການພັດທະນາບັນດາຂົງເຂດຮ່ວມມືໃໝ່, ຕົ້ນຕໍແມ່ນບັນດາຂົງເຂດນ້ຳມັນເຊື້ອໄຟ ແລະ ພະລັງງານຄື ພະລັງງານຂຽວ.
ຂອງຂວັນທີ່ເປັນເອກະລັກສະເພາະຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ແກ່ທ່ານປະທານາທິບໍດີ Putin
ວັນບຸນຂອງທ່ານປະທານາທິບໍດີລັດເຊຍ Putin ຢູ່ຮ່າໂນ້ຍ
ທ່ານປະທານປະເທດ Putin ຂອບໃຈປະຊາຊົນຫວຽດນາມ ທີ່ໄດ້ຮັບການຕ້ອນຮັບ ແລະ ຄວາມອົບອຸ່ນ.
ທີ່ມາ: https://vietnamnet.vn/khi-viet-nam-la-uu-tien-chinh-sach-doi-ngoai-cua-nga-o-dong-nam-a-2293660.html
(0)