| Hue IPBSA ແລະ KIND ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື |
ຕາມຂໍ້ຕົກລົງ, 2 ຝ່າຍຈະສຶກສາ, ສົມທົບກັນເພື່ອສະໜອງຂໍ້ມູນຂ່າວສານ, ເຊື່ອມຕໍ່ໃນບັນດາຂົງເຂດຄື: ພັດທະນາຕົວເມືອງແບບຍືນຍົງ, ພັດທະນາພື້ນຖານໂຄງລ່າງ, ອຸດສາຫະກຳທີ່ເປັນມິດກັບສິ່ງແວດລ້ອມ, ຊຸກຍູ້ການຄ້າ - ການລົງທຶນ - ວິທະຍາສາດ - ເຕັກໂນໂລຢີ - ວັດທະນະທຳ - ທ່ອງທ່ຽວ - ກະສິກຳ ເຕັກໂນໂລຢີສູງ ແລະ ບັນດາການເຄື່ອນໄຫວພັດທະນາແບບຍືນຍົງອື່ນໆ. ບັນດາຮູບການຮ່ວມມືລວມມີການສະໜອງຂໍ້ມູນກ່ຽວກັບການວາງແຜນແມ່ບົດ, ຄົ້ນຄວ້າ, ແລກປ່ຽນຂໍ້ມູນກົດໝາຍການລົງທຶນ, ຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນຂອງ Hue ໃຫ້ບັນດານັກລົງທຶນ ສ.ເກົາຫຼີ ແລະ ໜູນຊ່ວຍບັນດາວິສາຫະກິດກ່ຽວກັບ KIND ດຳເນີນການຄົ້ນຄ້ວາລົງທຶນຕາມລະບຽບການປະຈຸບັນ.
ບົດບັນທຶກຄວາມເຂົ້າໃຈມີຜົນສັກສິດເປັນເວລາ 5 ປີ ນັບແຕ່ວັນລົງນາມ. ຈຸດປະສົງຂອງການຮ່ວມມືແມ່ນເພື່ອແນໃສ່ຊຸກຍູ້ການກຳນົດທິດພັດທະນາແບບຍືນຍົງ, ປະກອບສ່ວນຊຸກຍູ້ການເຕີບໂຕ ດ້ານເສດຖະກິດ ໄປຄຽງຄູ່ກັບການຮັກສາເອກະລັກວັດທະນະທຳ, ປະຫວັດສາດຂອງນະຄອນເຫ້ວ; ຊຸກຍູ້ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ; ສະໜັບສະໜູນການຜັນຂະຫຍາຍວິໄສທັດສ້າງເມືອງເຫ້ວໃຫ້ກາຍເປັນຕົວເມືອງທີ່ມີລັກສະນະສ້າງສັນ ແລະ ຍືນຍົງ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.
| ທ່ານ ຮວ່າງຫາຍມິນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ, ກ່າວຄຳເຫັນທີ່ພິທີລົງນາມ. |
ທ່ານ ຮວ່າງຫາຍມິນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫວຽດນາມ ໄດ້ແບ່ງປັນວ່າ ເຫ້ວ ໄດ້ປະຕິບັດຫລາຍໂຄງການ ແລະ ເຊັນສັນຍາຮ່ວມມືກັບວິສາຫະກິດ ສ.ເກົາຫຼີ. ເຖິງຢ່າງໃດກໍຕາມ, ນີ້ແມ່ນຄັ້ງທຳອິດທີ່ Hue IPBSA ໄດ້ລົງນາມໃນສັນຍາຮ່ວມມືກັບບໍລິສັດລົງທຶນພື້ນຖານໂຄງລ່າງ ແລະ ພັດທະນາຕົວເມືອງ. ພ້ອມກັນນັ້ນ, ທ່ານຫວັງວ່າພາຍຫຼັງການຮ່ວມມື, KIND ຈະເຂົ້າຮ່ວມການຄົ້ນຄ້ວາ ແລະ ຜັນຂະຫຍາຍຫຼາຍໂຄງການລົງທຶນພື້ນຖານໂຄງລ່າງ, ເຊື່ອມຕໍ່ມໍລະດົກຢູ່ເຫ້ວ; ເຊື່ອມຕໍ່ ແລະ ແນະນຳ ເຫ້ວ ກັບບັນດາວິສາຫະກິດຄູ່ຮ່ວມມືຂອງ KIND.
ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮຽກຮ້ອງວ່າ: ພາຍຫຼັງພິທີລົງນາມ, ນະຄອນ Hue IPBSA ມີແຜນການໜູນຊ່ວຍ KIND ໃນການຄົ້ນຄ້ວາການລົງທຶນ ແລະ ດຳເນີນການຕີລາຄາເບື້ອງຕົ້ນເພື່ອໜູນຊ່ວຍບັນດານັກລົງທຶນດີທີ່ສຸດເມື່ອມາເຫ້ວ. ນະຄອນຍັງໃຫ້ຄຳໝັ້ນສັນຍາໜູນຊ່ວຍຢ່າງສູງສຸດເພື່ອໃຫ້ KIND ແລະ ບັນດາຄູ່ຮ່ວມມືຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາໂຄງການຢູ່ນະຄອນ Hue.
ທີ່ມາ: https://huengaynay.vn/chinh-tri-xa-hoi/theo-dong-thoi-su/ky-ket-hop-tac-dau-tu-voi-doanh-nghiep-han-quoc-156633.html






(0)