ວັນທີ 16 ມັງກອນນີ້, ຢູ່ນະຄອນຮ່າໂນ້ຍ, ສະມາຄົມ ທ່ອງທ່ຽວ ກວາງນິງໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ (2004-2024).
ເດືອນສິງຫາປີ 2004, ກວາງນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທຳອິດໃນທົ່ວປະເທດໄດ້ສ້າງຕັ້ງສະມາຄົມທ່ອງທ່ຽວແຂວງ. ໃນໄລຍະສອງທົດສະວັດທີ່ຜ່ານມາ, ຈາກ 54 ສະມາຊິກທີ່ຂຶ້ນກັບສອງສາຂາການທ່ອງທ່ຽວ ແລະ ໂຮງແຮມໃນເບື້ອງຕົ້ນ, ສະມາຄົມໄດ້ເຕີບໃຫຍ່ຂຶ້ນເປັນ 850 ສະມາຊິກທີ່ຂຶ້ນກັບ 11 ສາຂາ ແລະ ສະໂມສອນ.
ພ້ອມກັນຜ່ານຜ່າສິ່ງທ້າທາຍຈາກການຜັນແປ ຂອງເສດຖະກິດ , ໂລກລະບາດ, ໄພທຳມະຊາດ, ສະມາຄົມທ່ອງທ່ຽວກວາງນິງ ໄດ້ເສີມຂະຫຍາຍບົດບາດເປັນເຈົ້າການໃນການປະສານສົມທົບເຄືອຂ່າຍທຸລະກິດທ່ອງທ່ຽວ, ເປັນຂົວຕໍ່ລະຫວ່າງບັນດາວິສາຫະກິດສະມາຊິກ ແລະ ອຳນາດການປົກຄອງທຸກຂັ້ນ, ແນະນຳບັນດານະໂຍບາຍໜູນຊ່ວຍ ແລະ ພັດທະນາການທ່ອງທ່ຽວ.
ມາຮອດປະຈຸບັນ, ກວາງນິງ ແມ່ນໜຶ່ງໃນບັນດາແຂວງນຳໜ້າໃນການພັດທະນາການທ່ອງທ່ຽວ ດ້ວຍສະຖານທີ່ພັກ 2.246 ແຫ່ງ, ມີ 44.800 ຫ້ອງ; ເຮືອສຳລານ 504 ລຳ, ໃນນັ້ນ 177 ລຳມີຫ້ອງພັກຢູ່ອ່າວຮ່າລອງ. ປະຈຸບັນ, ທົ່ວແຂວງມີ 170 ອົງການທ່ອງທ່ຽວ ແລະ ສາຂາເຄື່ອນໄຫວຢູ່ ກວາງນິງ, ໃນນັ້ນມີ 70 ອົງການທ່ອງທ່ຽວສາກົນກວ່າ 70 ແຫ່ງ.
ໃນຊຸມປີມໍ່ໆມານີ້, ບັນດາວິສາຫະກິດທ່ອງທ່ຽວ ກວາງນິງ ພວມມານະພະຍາຍາມ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ບັນດາຜະລິດຕະພັນການທ່ອງທ່ຽວນັບມື້ນັບມີຄວາມຫຼາກຫຼາຍ ແລະ ດຶງດູດໃຈ, ເຮັດໃຫ້ ກວາງນິງ ກາຍເປັນສະຖານທີ່ທ່ອງທ່ຽວສຳຄັນຂອງປະເທດ. ການເຄື່ອນໄຫວໂຄສະນາໄດ້ຮັບການຍູ້ແຮງການເຂົ້າຮ່ວມຢ່າງຕັ້ງໜ້າຂອງສະມາຄົມທ່ອງທ່ຽວແຂວງ ແລະ ບັນດາວິສາຫະກິດສະມາຊິກ, ຊ່ວຍດຶງດູດນັກທ່ອງທ່ຽວມາແຂວງ ກວາງນິງ ນັບມື້ນັບຫຼາຍຂຶ້ນ.
ປີ 2003, ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 2,5 ລ້ານເທື່ອຄົນ; ໃນປີ 2024, ຕົວເລກນີ້ໄດ້ເພີ່ມຂຶ້ນເປັນສະຖິຕິ 19 ລ້ານຄົນ. ລາຍຮັບຈາກການທ່ອງທ່ຽວໄດ້ເພີ່ມຂຶ້ນຫຼາຍເທົ່າ, ມຸ່ງໄປເຖິງການກາຍເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ.
ບັນດາໝາກຜົນທີ່ບັນລຸໄດ້ແມ່ນພື້ນຖານອັນໜັກແໜ້ນໃຫ້ສະມາຄົມທ່ອງທ່ຽວກວາງນິງ ສືບຕໍ່ຮັກສາບົດບາດເປັນກຳລັງໜູນທີ່ໜັກແໜ້ນໃຫ້ບັນດາສະມາຊິກສະມາຄົມ, ປະກອບສ່ວນພັດທະນາຢ່າງແຂງແຮງຂອງການທ່ອງທ່ຽວກວາງນິງ.
ໃນໄລຍະພັດທະນາໃໝ່, ສະມາຄົມທ່ອງທ່ຽວ ກວາງນິງ ສືບຕໍ່ປະດິດສ້າງບັນດາການເຄື່ອນໄຫວຂອງຕົນ, ຊຸກຍູ້ການເຕົ້າໂຮມ ແລະ ເຊື່ອມໂຍງເຂົ້າກັບການກໍ່ສ້າງແຫຼ່ງທ່ອງທ່ຽວ, ພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ມີຄວາມຮັບຜິດຊອບ, ສ້າງຕ່ອງໂສ້ຄຸນຄ່າ ເພື່ອໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດແຖວໜ້າ, ກໍ່ສ້າງ ກວາງນິງ ກາຍເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ.
ທີ່ມາ






(0)