ຖ້າຫາກທ່ານເຄີຍໄປທ່ຽວຢູ່ ຝູ໋ກວກ, ຢ່າພາດໂອກາດໄປຢ້ຽມຢາມໝູ່ບ້ານປະມົງຢູ່ທີ່ນັ້ນ ເພາະມັນຍັງຄົງມີທຳມະຊາດທີ່ມີຢູ່, ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງພາບພົດທີ່ງຽບສະຫງົບຂອງເກາະຟູ໋ກວກ. ພາຍຫຼັງ 30 ນາທີໂດຍເຮືອຈາກທ່າກຳປັ່ນ ອານທອຍ, ຕາແສງ ຮອນທົມ, ເມືອງ ຝູ໋ກວກ, ແຂວງ ກຽນຢາງ , ທ່ານຈະໄດ້ເຫັນດ້ວຍຕາຕົວທ່ານເອງກ່ຽວກັບທິວທັດຂອງໝູ່ບ້ານຫາປາແຄມຝັ່ງທະເລທີ່ມີສະເໜ່ຊື່ວ່າ ຮອນໂທມ. ບ້ານດັ່ງກ່າວມີເນື້ອທີ່ 5,7 ກິໂລແມັດ 2, ບໍ່ໃຫຍ່ເກີນໄປ, ແຕ່ສະຖານທີ່ແຫ່ງນີ້ມີຄວາມສວຍງາມທາງດ້ານທຳມະຊາດທີ່ມະຫັດສະຈັນ, ມີທ່າແຮງທາງດ້ານການບໍລິການການທ່ອງທ່ຽວ ແລະ ການລ້ຽງສັດທະເລ. ຮູບພາບຂອງຜູ້ຄົນທີ່ນັ່ງຕັ່ງຜ້າຢ່າງສະບາຍຢູ່ໃກ້ເຮືອນພັກຊົ່ວຄາວຢູ່ຫາດຊາຍ ຈະໃຫ້ຄວາມຮູ້ສຶກສະຫງົບສຸກ.
(0)