ທີ່ການພົບປະ, ຜູ້ຕາງໜ້າກຸ່ມບໍລິສັດ Kia ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ THACO AUTO ໃນການພັດທະນາເຄື່ອງໝາຍການຄ້າຢູ່ ຫວຽດນາມ, ພິເສດແມ່ນການສ້າງລະບົບຈຳໜ່າຍຢ່າງເປັນມືອາຊີບ ແລະ ກວ້າງຂວາງໃນທົ່ວປະເທດ, ຊ່ວຍໃຫ້ບັນດາຜະລິດຕະພັນ Kia ເຂົ້າເຖິງລູກຄ້າໄດ້ໄວ ແລະ ສະດວກ.
ບັນດາການນຳກຸ່ມ Kia ຢືນຢັນວ່າ ຫວຽດນາມ ແມ່ນຕະຫຼາດສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຖືບົດບາດຍຸດທະສາດໃນແຜນການພັດທະນາເຄື່ອງໝາຍການຄ້າຢູ່ຕະຫຼາດ ອາຊີ. Kia ໃຫ້ຄຳໝັ້ນສັນຍາສືບຕໍ່ໄປຄຽງຄູ່ກັບ THACO AUTO, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເພີ່ມທະວີການຂາຍ ແລະ ສ່ວນແບ່ງຕະຫຼາດ, ຜ່ານນັ້ນຍົກສູງທີ່ຕັ້ງຂອງຍີ່ຫໍ້ Kia ຢູ່ ຫວຽດນາມ.
ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມຫ້ອງວາງສະແດງ Kia Binh Tan ດ້ວຍສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ແລະ ຄຸນນະພາບການບໍລິການແບບມືອາຊີບຕາມມາດຕະຖານ 3S ຄື: ຂາຍ-ບໍລິການ-ອາໄຫຼ່ (ຂາຍ-ຮັບປະກັນ, ສ້ອມແປງ-ອາໄຫຼ່ຂອງແທ້).
ທີ່ມາ: https://thacoauto.vn/lanh-dao-cap-cao-tap-doan-kia-tham-va-lam-viec-tai-thaco-auto
(0)